ຂ່າວດີ! 65 ທຶນຮຽນຟຣີພ້ອມມີເບ້ຍລ້ຽງໃຫ້ລໍຖ້າຢູ່ ໃຜສົນໃຈສະໝັກດ່ວນ

165

ນັບວ່າເປັນຂ່າວດີໃຫ້ກັບຜູ້ທີ່ໃຝ່ຮຽນ ສົນໃຈໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ໃຫ້ຮີບເຂົ້າໄປສະໝັກດ່ວນ ໝົດກໍານົດ 15 ສິງຫາ 2020 ນີ້.

ສໍາລັບທຶນທັງ 65ທຶນມີຄື: ສາຂາ ວິຊາແຕ່ງອາຫານ 25 ທຶນ; ສາຂາ ວິຊາການໂຮງແຮມ 20 ທຶນ; ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າ.

ຫາກທ່ານໃດສົນໃຈໃຫ້ປະກອບເອກະສານຕາມນີ້:

1 ໃບປະກາດຈົບໂຮງຮຽນປະຖົມ

2 ໃບຢັ້ງຢືນທີ່ຢູ່

3 ສຳເນົາສຳມະໂນຄົວ

4 ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ

5 ຮູບຖ່າຍຂະຫນາດ 3×4 6ໃບ

ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ; ມີອາຍຸ 18-30 ປີ; ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ; ບໍ່ມີອາຊີບ ວຽກເຮັດງານທຳ; ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ; ມີພາຫະນະທຽວການ (ຢໍ້າຕ້ອງມີພາຫະນະ).

ນອກຈາກນີ້ ສິ່ງທີ່ຜູ້ຮຽນຈະໄດ້ຮັບມີເບ້ຍລ້ຽງ 800.000/ເດືອນ; ອຸປະກອນປະກອບການຮຽນຟຣີ; ມີປະກັນໄພ ໄລຍະຮຽນເຈັບເປັນບໍ່ຕ້ອງເສຍຄ່າ; ຄ່າເດີນທາງ 2 ຄັ້ງໃນໄລຍະການຮຽນ; ມີຫໍພັກຟຣີ ເຊິ່ງທຸກຄົນຕ້ອງນອນຫໍພັກເພາະມີສອນພິເສດພາສາອັງກິດໃຫ້ຮອບພາກຄໍ່າ; ມີຊຸດເຄື່ອງບ່ອນນອນຟຣີ ພ້ອມເຄື່ອງແບບ 2 ຊຸດ.

ສຳລັບທ່ານໃດສົນໃຈຕິດຕໍ່ເອົາໃບສະຫມັກໄດ້ທີ່ຫ້ອງການວິທະຍາໄລວຽງຈັນພັດທະນາອາຊີບ ບ້ານດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ຫຼື ໂທ 021 540 545 ແລະ 021 261 566.

ໂທ 021540545 & 021261566