ກອງຮ້ອຍຜະລິດ ວິທະຍາຄານກົມມະດໍາ ສະຫຼຸບວຽກງານນໍາພາ-ບັນຊາ ປະຈໍາ 6 ເດືອນຕົ້ນປີ 2020 ແລະ ວາງທິດທາງປີ 2020

170

ກອງຮ້ອຍຜະລິດ ວິທະຍາຄານກົມມະດໍາ ໄດ້ຈັດຕັ້ງກອງ ປະຊຸມສະຫຼຸບວຽກງານ ນໍາພາ-ບັນຊາ ປະຈໍາ 6 ເດືອນ ຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂຶ້ນໃນວັນທີ 14 ກໍລະກົດ 2020 ພາຍໃຕ້ການເປັນປະທານ ຂອງທ່ານ ພັນເອກ ຄໍາແອ້ວ ໜຳທະພັນ ຫົວໜ້າຫ້ອງພະລາທິການ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຣົບ ເຂົ້າຮ່ວມ.


ສະຫາຍ ພັນຕີ ແພງມະນີ ມີພະຈັນ ຫົວໜ້າການເມືອງ ກອງຮ້ອຍຜະລິດ ວິທະຍາຄານ ກົມມະດໍາ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນ ຜົນງານການເຄື່ອນໄຫວ ວຽກງານ ຮອບດ້ານ ໃນ 6 ເດືອນຜ່ານມາ ຂອງກົມກອງ ໂດຍປະຕິບັດຕາມ 4 ຫນ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ. ບົນພື້ນຖານ ຖືເອົາວຽກງານ ສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ ມີທັດສະນະຫຼັກຫມັ້ນ, ຄຸນສົມບັດສິນທໍາປະຕິວັດ. ມີຄວາມຮູ້, ຄວາມສາມາດ ເຂົ້າໃນຂົງເຂດວຽກງານ ວິຊາສະເພາະ ເຂັ້ມແຂງທາງດ້ານຈັດຕັ້ງ, ເອົາໃຈໃສ່ປັບປຸງທາງດ້ານແບບແຜນ ວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ເປັນເຈົ້າການ ເພິ່ງຕົນ ເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.


ໃນນັ້ນປູກພືດກິນໝາກ ໄດ້ 5.535 ກິໂລ, ປູກພືດຜັກຕ່າງໆໄດ້ 142 ກິໂລ, ປູກປະເພດຫອມຕ່າງໆໄດ້ 182 ກິໂລ, ປູກປະເພດຜັກປ່າໄດ້ 80 ຕົ້ນ ແລະ ປູກໄມ້ໄຜ່ລ້ຽງນ້ອງໄດ້ 36 ຂຸມ. ວຽກງານລ້ຽງສັດຂອງກົມກອງມີງົວ ລ້ຽງທັງໝົດ 12 ໂຕ, ລ້ຽງໝູໄດ້ທັງໝົດ 230 ໂຕ, ມີໜອງປາ 3 ໜອງເກັບກູ້ປາໄດ້ 4.143 ກິໂລ ແລະ ປ່ອຍປາໃສ່ໜອງຈໍານວນ 34.000 ໂຕ, ສາມາດສ້າງລາຍຮັບໄດ້ຈາກການບໍລິການ ຕ່າງໆເປັນເງິນທັງໝົດ 292ລ້ານກວ່າກີບ.


ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫຼຸບ ຢ່າງມີເນື້ອໃນ ສົມບູນຄົບຖ້ວນ.


ໂອກາດດັ່ງກ່າວ ທ່ານ ພັນເອກ ຄໍາແອ້ວ ໜຳທະພັນ ຫົວຫນ້າຫ້ອງພະລາທິການ ວິທະຍາຄານ ໄດ້ຕີລາຄາສູງ ມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ພ້ອມທັງຮຽກຮ້ອງໃຫ້ຍົກສູງຄວາມຮັບຜິດຊອບ , ມີຫົວຄິດປະດິດສ້າງ ເພື່ອຊອກຮູ້ຮ່ໍາຮຽນເຂົ້າໃນການສູ້ຊົນ ປະຕິບັດແບບແຜນການພັດທະນາ ເສດຖະກິດ, ແກ້ໄຂຊີວິດການເປັນຢູ່ ພາຍໃນກົມກອງ ຮັບປະກັນໃຫ້ການສະຫນອງຊີ້ນປາ ໃຫ້ແກ່ພະນັກງານ-ນັກຮົບທີ່ວິທະຍາຄານ ໄດ້ເປັນຢ່າງດີ.


ຂ່າວ : ວັນນະເລດ ລໍວັນໄຊ ພາບ : ຂັນທະລີ ທໍາມະວົງ