ສະຫະລັດຍົກເລີກແຜນສົ່ງນັກສຶກສາຕ່າງຊາດກັບຄືນປະເທດ

74
Multi-ethnic group of college students talk outside school building before class begins. One student in wheelchair.

ລັດຖະບານສະຫະລັດອາເມຣິກາ ໄດ້ຍົກເລີກແຜນສົ່ງນັກສຶກສາຕ່າງຊາດກັບຄືນປະເທດແລ້ວ, ຫຼັງຈາກກ່ອນໜ້ານີ້ມີແຜນບັງຄັບໃຫ້ນັກສຶກສາຕ່າງປະເທດອອກຈາກສະຫະລັດ ຫາກມະຫາວິທະຍາໄລ ແລະ ສະຖາບັນການສຶກສາເຂົ້າສູ່ລະບົບການຮຽນ – ການສອນແບບອອນລາຍຢ່າງເຕັມຮູບແບບ ແຕ່ແຜນດັ່ງກ່າວຖືກບັນດາມະຫາວິທະຍາໄລໃນປະເທດວິພາກວິຈານຈົນເຖິງຂັ້ນຟ້ອງຂຶ້ນສານ.

ການປ່ຽນແປງດັ່ງກ່າວມີຂຶ້ນພາຍຫຼັງທີ່ຫຼາຍຝ່າຍອອກມາຕຳນິນະໂຍບາຍຂອງລັດຖະບານ ໂດນັນ ທຣັມ ຕໍ່ແຜນໄລ່ນັກສຶກສາຕ່າງປະເທດອອກຈາກສະຫະລັດ, ໃນຂະນະທີ່ບັນດາມະຫາວິທະຍາໄລໃນສະຫະລັດ ຢືນຢັນວ່າຈະເປີດການຮຽນ – ການສອນແບບອອນລາຍຈົນໝົດເທີມໜ້າ ຫຼື ອາດແກ່ຍາວກວ່ານັ້ນ ຫາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ບໍ່ຜ່ອນຄາຍລົງ. ທັງນີ້, ກໍເພື່ອ ຄວາມປອດໄພຂອງນັກສຶກສາ, ຄູ – ອາຈານ ແລະ ພະນັກງານຂອງມະຫາວິທະຍາໄລ.

ຂະນະທີ່ການຍື່ນຟ້ອງສານຂອງມະຫາວິທະຍາໄລຮາເວີດ ແລະ ເອັມໄອທີ ນັ້ນ. ຫຼ້າສຸດ, ຜູ້ພິພາກສາຂອງສານແມສຊາຊູເຊສ ອອກມາລະບຸວ່າທັງສອງຝ່າຍສາມາດຕົກລົງກັນໄດ້ແລ້ວ.

ກ່ອນໜ້ານີ້ ປະທານາທິບໍດີ ໂດນັນ ທຣັມ ໄດ້ພະຍາຍາມກົດດັນໃຫ້ບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆເປີດການຮຽນ – ການສອນປົກກະຕິໂດຍໄວທີ່ສຸດ ຈົນເຖິງຂັ້ນຂູ່ວ່າຫາກສະຖາບັນການສຶກສາໃດບໍ່ເປີດການຮຽນ – ການສອນຈະຖືກຕັດງົບປະມານສະໜັບສະໜູນຂອງລັດຖະບານ ເນື່ອງຈາກລາວຄິດວ່າການກັບມາເປີດການຮຽນ – ການສອນໃນຫ້ອງຮຽນ ເປັນຕົວບົ່ງຊີ້ເຖິງສະຖານະການການແຜ່ລະບາດໄດ້ຜ່ອນຄາຍລົງ ເຊິ່ງກົງກັນຂ້າມກັບຄວາມເປັນຈິງທີ່ຍັງມີການລະບາດເພີ່ມຂຶ້ນ. ທັງນີ້, ຫາກສະຖານະການຍັງບໍ່ຜ່ອນຄາຍລົງ ການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາ ໃນເດືອນພະຈິກຈະເຖິງນີ້ ອາດເຮັດໃຫ້ ໂດນັນ ທຣັມ ປະລາໄຊກໍເປັນໄດ້.