5 ເຄັດລັບວິທີການເຮັດການຕະຫຼາດແບບຫຼຸດລາຄາ

141

ສໍາລັບມຸມບໍລິຫານມື້ນີ້ ພວກເຮົາມີຂໍ້ມູນດີໆມານໍາສະເໜີກ່ຽວກັບ 5 ເຄັດລັບວິທີການເຮັດການຕະຫຼາດທີ່ໄດ້ຜົນສູງ ບໍ່ຕ້ອງໃຊ້ງົບປະມານຫຼາຍ ທັງເປັນການຊ່ວຍທ່ານບໍລິຫານຕົ້ນທຶນໄດ້ຢ່າງມີປະສິດທິພາບ.

1 ຮັກສາຖານລູກຄ້າເກົ່າ ແລະ ຊອກລູກຄ້າໃໝ່:

ເປັນທີ່ໜ້າປະແປກໃຈວ່າ ທຸລະກິດສະໄໝນີ້ຕ້ອງໃຊ້ເງິນ ເພື່ອຮວບຮວມຂໍ້ມູນທາງການຕະຫຼາດ ແລະ ການເຂົ້າເຖິງລູກຄ້າໃໝ່ໆໄປເປັນຈຳນວນຫຼາຍ ທັງໆທີ່ມີໂອກາດ ແລະ ຂໍ້ມູນຖ້າຢູ່ອີກຫຼວງຫຼາຍຈາກຖານລູກຄ້າເກົ່າ ເຊິ່ງວິທີທີ່ດີທີ່ສຸດໃນການເພີ່ມລາຍໄດ້ ກໍຄືການລົມກັບລູກຄ້າລາຍເກົ່າໃຫ້ຫຼາຍ ຫຼື ຮັກສາຖານລູກຄ້າເກົ່າໄວ້ໃຫ້ໝັ້ນຄົງ ແລະ ຊອກຫາລູກຄ້າໃໝ່ເລື້ອຍໆ ບໍ່ວ່າຈະເປັນການລົມຜ່ານໂທລະສັບ, ສົ່ງຂໍ້ຄວາມ ແລະ ຊ່ອງທາງອື່ນໆທີ່ເຮັດໃຫ້ເຮົາສາມາດສົນທະນາກັນໄດ້. ຈາກນັ້ນ, ຈຶ່ງຮວບຮວມຂໍ້ມູນທັງໝົດ ເພື່ອມາວິເຄາະ – ວິໄຈ ເພື່ອຫາທ່າອ່ຽງຕໍ່ໄປໃນອະນາຄົດ ແລະ ສິ່ງທີ່ສຳຄັນກໍຄືເຮັດແນວໃດໃຫ້ລູກຄ້າເບິ່ງເຫັນຄຸນຄ່າຂອງສິນຄ້າ ຫຼື ບໍລິການຂອງທ່ານ.

2 ມີໂປຣໂມຊັນເລື້ອຍໆ:

ການຄິດໂປຣໂມຊັນທາງການຕະຫຼາດແບບສ້າງສັນບໍ່ວ່າຈະເປັນໃບປິວ, ແຜ່ນພັບ ຫຼື ໂຄສະນາທາງລະບົບອອນລາຍ ກໍຈະເປັນອີກວິທີການເຮັດການຕະຫຼາດອີກຢາງໜຶ່ງ ແຕ່ຖ້າເປັນໄປໄດ້ທ່ານລອງຄິດນອກຂອບວ່າຈະມີຊ່ອງທາງໃດແດ່ເພື່ອສື່ຄວາມໝາຍໃຫ້ລູກຄ້າໄດ້ຮັບ ແລະ ເຂົ້າເຖິງໄດ້ໄວ ອັນນີ້ກໍຕ້ອງໄດ້ເຮັດຢ່າງຈິງຈັງ ຫາກເຮົາບໍ່ເຮັດກໍຈະມີຄົນອື່ນເຮັດກ່ອນເຮົາ ແລ້ວເຮົາຈະເສຍໂອກາດ ແລະ ບໍ່ສາມາດແຂ່ງຂັນໄດ້. ບາງຄັ້ງເຮົາກໍຕ້ອງໄດ້ລອງສ່ຽງແດ່ ເພາະບາງທີໂປຣໂມຊັນທາງການຕະຫຼາດຂອງທ່ານອາດຈະໄດ້ຜົນຫຼາຍຍິ່ງຂຶ້ນ ເຊິ່ງໂປຣໂມຊັນດັ່ງກ່າວສາມາດເຮັດໃຫ້ຜູ້ບໍລິໂພກຈື່ຈຳສິນຄ້າ ແລະ ບໍລິການໄດ້ເລີຍ.

3 ສ້າງກົນລະຍຸດ “ ປາກຕໍ່ປາກ ”:

ຜະລິດຕະພັນໃດກໍຕາມ, ທີ່ໃຊ້ແລ້ວຫາກມີການບອກຕໍ່ອອກສູ່ສາຍຕາສາທາລະນະ ເຮົາຢ່າຄາດຫວັງພຽງເລື່ອງດຽວຈະຊ່ວຍໃຫ້ລາຍໄດ້ກັບມາຢ່າງຫຼວງຫຼາຍ ເຊິ່ງຄວາມສຳເລັດຂອງທ່ານຈະຂຶ້ນຢູ່ກັບການສ້າງຄວາມສົນໃຈຂອງຜະລິດຕະພັນນັ້ນໆ ເຊິ່ງທ່ານສາມາດນຳເອົາເລື່ອງລາວດີໆມາເຜີຍແຜ່ສູ່ສາທາລະນະເພື່ອແບ່ງປັນຄວາມຮູ້ແກ່ສັງຄົມ ກໍຍິ່ງເປັນການເພີ່ມມູນຄ່າໃຫ້ຫຼາຍຂຶ້ນກວ່າເກົ່າ ຫຼື ອາດຈະເຮັດການໂຄສະນາປະຊາສຳພັນທີ່ມີຕົ້ນທຶນຕ່ຳ, ແຕ່ສາມາດສ້າງຄວາມໜ້າເຊື່ອຖືໄດ້ຫຼາຍກວ່າ.

4 ສ້າງຄວາມສຳພັນທີ່ດີຕໍ່ກັບລູກຄ້າ:

ການສ້າງຄວາມສໍາພັນທີ່ດີໃຫ້ກັບລູກຄ້າ ສາມາດເຮັດໄດ້ຫຼາຍຢ່າງ ເຊິ່ງເລີ່ມຕົ້ນໂດຍການຂຽນລາຍຊື່ທຸກຄົນທີ່ທ່ານຮູ້ຈັກ ໂດຍແບ່ງລຳດັບຄວາມສຳຄັນແຍກເປັນກຸ່ມ A, B ແລະ C ເຊິ່ງກຸ່ມທຳອິດ ຄື: ຜູ້ສະໜັບສະໜູນຫຼັກທີ່ສາມາດອ້າງອີງບຸກຄົນອື່ນໆມາໃຫ້ທ່ານໄດ້ທັນທີ; ກຸ່ມທີສອງ ອາດຈະເປັນຜູ້ສະໜັບສະໜູນໃນລະດັບໃດໜຶ່ງຫາກເຮົາໄດ້ຮູ້ຈັກເຂົາຫຼາຍຂຶ້ນ ແລະ ກຸ່ມສຸດທ້າຍຄື ກຸ່ມທີ່ທ່ານບໍ່ໄດ້ຕິດຕໍ່ຫຍັງເລີຍ, ແຕ່ເຮົາສາມາດເປັນມິດທີ່ດີໄດ້. ຢ່າງໃດກໍຕາມ, ນອກຈາກ 3 ກຸ່ມນີ້ແລ້ວ ຫາກມີລາຍຊື່ໃດ ຫຼື ຊ່ອງທາງອື່ນໆທີ່ຈະເອື້ອປະໂຫຍດຕໍ່ການຕະຫຼາດເຮົາກໍຄວນເຮັດ ເຊັ່ນ: ສ້າງກິດຈະກໍາທາງສັງຄົມ, ການພົບປະສັງສັນ ຫຼື ສ້າງເຄືອຄ່າຍຢ່າງສະໝໍ່າສະເໝີ ບາງທີເຄືອຄ່າຍຂອງທ່ານອາດຈະກາຍເປັນເຄື່ອງມືທາງການຕະຫຼາດທີ່ມີທ່າແຮງຫຼາຍກວ່າທີ່ຄິດກໍເປັນໄດ້.

5 ນໍາໃຊ້ໂຊຊຽວມີເດຍໃຫ້ຫຼາຍຂຶ້ນ:

ການເຮັດການຕະຫຼາດຜ່ານໂຊຊຽວມີເດຍ ເປັນອີກວີທີໜຶ່ງທີ່ຊ່ວຍປະຢັດຕົ້ນທຶນ ແລະ ປະເມີນຜົນໄດ້ງ່າຍ ເຊິ່ງວິທີການເຮັດການຕະຫຼາດນີ້ສາມາດເຮັດໃຫ້ລູກຄ້າສາມາດເຂົ້າເວັບໄຊຂອງທ່ານໄດ້ງ່າຍ ແລະ ທ່ານອາດຈະໃຊ້ການຂຽນຄອນເທັນ ຫຼື ເນື້ອຫາທີ່ໜ້າສົນໃຈ ເພື່ອເປັນການແບ່ງປັນເພື່ອໃຫ້ຄົນຮັບຮູ້ ຈຶ່ງເປັນທີ່ມາຂອງການຂາຍໄປໃນຕົວ ໂດຍທີ່ບໍ່ຕ້ອງອອກແຮງຫຍັງຫຼາຍ ເຊິ່ງອາດຈະເປັນແງ່ມຸມໜຶ່ງທີ່ພາໃຫ້ທ່ານປະສົບຄວາມສຳເລັດ.

( ແຫຼ່ງທີ່ມາ: jobsdb.co.th )
[ ໂດຍ: ສົມສະຫວິນ ]