ຊາງອານ ໂອໂຕ ລາວ ນໍາລົດຄຸນນະພາບດີ 2 ລຸ້ນໃໝ່ມາສູ່ຕະຫຼາດລາວ

57

ມາແລ້ວ ລົດຍີ່ຫໍ້ ຊາງອານ ລົດສັນຊາດຈີນ ໄດ້ຖືກຈັດເປັນອັນດັບ 1 ຈາກ 4 ຍີ່ຫໍ້ລົດຊັ້ນນຳ ຂອງ ສປ ຈີນ ໂດຍ ບໍລິສັດ ຊາງອານ ໂອໂຕລາວ.

อาจเป็นรูปภาพของ 2 คน และ ข้อความ

ໃນວັນທີ 20 ມິຖຸນາ 2023 ໄດ້ມີພິທີເປີດຫ້ອງຂາຍ ບໍລິສັດ ຊາງອານ ໂອໂຕ ລາວ ແລະ ນໍາສະເໜີລົດ 2 ລຸ້ນ ( CHANG AN ALL-NEW CS35 PLUS & CS55 PLUS ) ຄຸນນະພາບເປັນເລີດເປີດສູ່ຕະຫຼາດລາວຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ເຊ ຢັງ ໂອ ປະທານໃຫຍ່ກຸ່ມບໍລິສັດ ໂຄລາວ, ທ່ານ ປອ. ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ທ່ານ ນາງ ຖາວອນ ວົງສົມບັດ ປະທານກຸ່ມບໍລິສັດ ໂຄລາວ; ມີຄະນະບໍລິຫານ, ແຂກຮັບເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.

อาจเป็นรูปภาพของ 6 คน และ ข้อความ

ລົດ 2 ລຸ້ນທີ່ເປີດໂຕໃໝ່ນີ້ໄດ້ແກ່ All New CS55 plus ແລະ All New CS 35 plus ເປັນລົດ SUV ຂະໜາດນ້ອຍ ແລະ SUV ຂະໜາດກາງ ປະສິດທິພາບສູງ ທີ່ມີການອອກແບບສວຍງາມ ດ້ານໃນຫຼູຫຼາ, ມີກ້ອງເບິ່ງຮອບຄັນ ( ທັງດ້ານລຸ່ມ ), ເບາະນັ່ງແບບສະປອດໃນໂຕ, ໜ້າຈໍຄູ່ທັນສະໄໝ, ຫຼັງຄາລະບາຍອາກາດໄດ້ສະບາຍ, ຖົງລົມນິລະໄພຮອບຄັນ ແລະ ອື່ນໆ.

อาจเป็นรูปภาพของ รถยนต์, การจัดแสง และ ข้อความ

ທ່ານ ຈູ ຢອງ ໂອ ຜູ້ຈັດການດ້ານການຂາຍ ແລະ ການຕະຫຼາດຂອງໂຊລູມ ຊາງອານ ໂອໂຕ ລາວ ກ່າວວ່າ: ຊາງອານ ໄດ້ຖືກກໍ່ຕັ້ງຂຶ້ນໃນປີ 1862 ທີ່ ເມືອງສົງຊິງ ສປ ຈີນ ເປັນຜູ້ຜະລິດລົດທີ່ເກົ່າແກ່ທີ່ສຸດໃນ ສປ ຈີນ. ຄວາມໝາຍຂອງຄຳວ່າ CHANG-AN ແມ່ນມີຄວາມໝາຍສຳຄັນຫຼາຍ “ ຊາງ ” ໝາຍເຖິງອາຍຸການໃຊ້ງານຍາວນານ; “ ອານ ” ໝາຍເຖິງຄວາມປອດໄພ “ ຊາງອານ ” ຈຶ່ງໝາຍເຖິງແບຣນລົດທີ່ໃຫ້ຄວາມປອດໄພກັບລູກຄ້າເປັນຢ່າງສູງ. ບໍລິສັດ ຊາງອານ ມີຄວາມຈະເລີນເຕີບໂຕຢ່າງວ່ອງໄວ ໂດຍມີວິສະວະກຳວິໄຈ ແລະ ພັດທະນາ R&D ຫຼາຍກວ່າ 11.000 ຄົນ, ທີມງານມືອາຊີບຫຼາຍກວ່າ 150.000 ຄົນທົ່ວໂລກ.

อาจเป็นรูปภาพของ 1 คน และ ข้อความ

ໃນນັ້ນ, All New CS55 plus ເປັນລົດ SUV ຂະໜາດກາງກະທັດຮັດ 5 ບ່ອນນັ່ງ ແຮງມ້າ ສູງເຖິງ 185 ແຮງມ້າ, ແຮງບິດ 300 ນິວຕັນແມັດ, ລໍ້ແມັກຄຸນນະພາບສູງແບບ 2 ສີ ຂອບ 19 ຮອງຮັບລະບົບ Apple CarPlay ທີ່ຊ່ວຍໃຫ້ເຊື່ອມຕໍ່ iphone ກັບລົດຂອງທ່ານໄດ້ຢ່າງສະດວກ; ມີກ້ອງແນມຫຼັງແບບ 3D ທີ່ສາມາດເບິ່ງຮອບທິດທາງແບບ 540 ອົງສາ.

อาจเป็นรูปภาพของ 11 คน, การจัดแสง, ฝูงชน, ถนน และ ข้อความ

ສ່ວນ All New CS 35 plus ເປັນລົດ SUV ຂະໜາດນ້ອຍອະເນກປະສົງທີ່ຂາຍດີທີ່ສຸດ 5 ບ່ອນນັ່ງ, ມີແຮງມ້າ 158 ແຮງມ້າ, ແຮງບິດ 250 ນິວຕັນແມັດ, ລໍ້ແມັກຂອບ 18, ຮອງຮັບການສາກມືຖືແບບໄຮ້ສາຍດ້ວຍ ຄວາມໄວສູງ ແລະ ອື່ນໆ.

อาจเป็นรูปภาพของ 1 คน, รถยนต์ และ ข้อความ

ເວົ້າໄດ້ວ່າ ລົດໃໝ່ທັງສອງລຸ້ນເປັນລົດທີ່ຕອບໂຈດຍຸກສະໄໝ ອັນເປັນທີ່ຍອມຮັບຂອງນັກຂັບຂີ່ທົ່ວໂລກ ດ້ວຍນະວັດຕະກໍາທັນສະໄໝ ແລະ ປະສົບການອັນພົ້ນເດັ່ນໃນການອອກແບບຂອງນັກວິສະວະກອນ ໂດຍ ບໍລິສັດ ຊາງອານ ໂອໂຕ ( Chang an auto ) ເຊິ່ງເປັນໜຶ່ງໃນກຸ່ມຍານພາຫະນະຊັ້ນນໍາຂອງ ສປ ຈີນ ອັນເປັນທີ່ຮູ້ຈັກຢ່າງກວ້າງ ຂວາງ ແລະ ຍາວນານ.

อาจเป็นรูปภาพของ 11 คน, การจัดแสง, รถยนต์ และ ข้อความ

ປັດຈຸບັນລົດທັງສອງລຸ້ນດັ່ງກ່າວ ໄດ້ມາຈໍາໜ່າຍໃນລາວ ເຊິ່ງມີຫ້ອງຂາຍຕັ້ງຢູ່ຖະໜົນເຕ2 ( T2 ) ບ້ານອຸບມຸງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ຈັບຈອງໄວໄດ້ເປັນເຈົ້າຂອງໄວ ແນ່ນອນໄລຍະເປີດໃໝ່ນີ້ແມ່ນມີສ່ວນຫຼຸດ ແລະ ແນວແຖມພິເສດ.

ບໍລິສັດ ຊາງອັນ ເປັນໜຶ່ງກຸ່ມລົດຊັ້ນນຳໃນປະເທດຈີນ ທີ່ມີຍອດຂາຍສູງສຸດ ມີປະຫວັດທີ່ໂດດເດັ່ນທາງດ້ານອຸດສາຫະກຳ; ມີຄວາມສາມາດໃນການວິໄຈ ແລະ ພັດທະນາທຸລະກິດຕິດອັນດັບໜຶ່ງໃນອຸດສາຫະກໍາຍານຍົນຂອງຈີນມາແລ້ວ 5 ຄັ້ງ. ປັດຈຸບັນມີການຈັດຈໍາໜ່າຍລົດເຖິງ 50 ປະເທດໃນໂລກຜ່ານຕົວແທນຈໍາໜ່າຍກວ່າ 8.700 ແຫ່ງ.