ລາຄາພືດຜັກເລີ່ມຫຼຸດລົງທຽບໃສ່ອາທິດຜ່ານມາ

47

 

ອາທິດນີ້ລາຄາພືດຜັກແມ່ນຫຼຸດລົງຫຼາຍສົມຄວນ ເມື່ອທຽບໃສ່ໄລຍະຕົ້ນເດືອນ ໂດຍຜັກບົ້ງ ໂລລະ 8 – 10 ພັນກີບ, ກະລໍ່າປີ 10 – 12 ພັນກີບ.

ຈາກການລົງສຳຫຼວດລາຄາພືດຜັກຢູ່ຕະຫຼາດບຶງທາດຫຼວງ ໃນວັນທີ 28 ສິງຫາ 2023 ເຫັນວ່າ: ຜັກກາດຊອມ ກິໂລລະ 25 ພັນກີບ, ຜັກກາດຂາວ ໂລລະ 25 ພັນກີບ, ກະລໍ່າປີ ໂລລະ 10 – 12 ພັນກີບ, ໝາກຊູ 8 ພັນກີບ, ຍອດໝາກຊູ 12 – 15 ພັນກີບ, ຫອມລາບ 70 ພັນກີບ, ຫອມບົ່ວເລີຍ 50 – 60 ພັນກີບ, ຫອມປ້ອມ ໂລລະ 70 – 90 ພັນກີບ, ຫອມເປ ໂລລະ 30 ພັນກີບ, ສະຫຼັດລາວ ໂລລະ 10 – 13 ພັນກີບ, ສະຫຼັດກອບ ໂລລະ 25 – 26 ພັນກີບ, ເຊີນາລີ ໂລລະ 50 – 70 ພັນກີບ, ຜັກອີ່ຕູ່ ໂລລະ 12 ພັນກີບ, ຜັກບົວລະພາ ໂລລະ 15 ພັນກີບ, ຜັກບົ້ງ ໂລລະ 8 – 10 ພັນກີບ, ໝາກເຂືອຂຽວ ໂລລະ 12 ພັນກີບ, ໝາກເຂືອຂາວ ໂລລະ 10 ພັນກີບ, ໝາກແຕງ ໂລລະ 12 ພັນກີບ, ໝາກເຫຼ່ນໃຫຍ່ ໂລລະ 18 – 20 ພັນກີບ, ໝາກນາວບໍ່ມີແກ່ນ ໂລລະ 16 ພັນກີບ, ຜັກຊີ ໂລລະ 50 – 70 ພັນກີບ, ສ່ວນໝາກເຜັດ ແມ່ນລາຄາໂລລະ 40 – 56 ພັນກີບ.


ລາຄາຊີ້ນ ມີດັ່ງນີ້: ລາຄາຊີ້ນງົວປະເພດ 1 ລາຄາ 120.000 ກີບຕໍ່ກິໂລ, ລາຄາຊີ້ນປະເພດ 2 ລາຄາ 85 – 90 ພັນກີບ, ປະເພດ 3 ລາຄາ 60 ພັນກີບ, ລາຄາຊີ້ນໝູປະເພດ 1 ລາຄາ 78 ພັນກີບ, ລາຄາຊີ້ນໝູປະເພດ 2 ລາຄາ 75 ພັນກີບ, ລາຄາຊີ້ນໝູປະເພດ 3 ລາຄາ 70 ແລະ 65 ພັນກີບຕາມລຳດັບ, ສ່ວນກະດູກ ລາຄາ 45 ພັນກີບລົງໄປ ແລ້ວແຕ່ປະເພດເທົ່າເດີມ.
ສ່ວນປະເພດປາ ແມ່ນລາຄາເລີ່ມລົ່ງເຊັ່ນກັນ: ປານິນກະຊັງ ລາຄາ 35 ພັນກີບ, ປານິນໂຕຕາຍ ລາຄາ 30 ພັນກີບຕໍ່ໂລ, ສ່ວນປານິນໜອງ ລາຄາ 28 – 35 ພັນກີບ, ປາດຸກ ລາຄາ 28 – 30 ພັນກີບຕໍ່ໂລ ແລະ ກົບ ໂລລະ 60 ພັນກີບເທົ່າເດີມ.