ເປີດງານວາງສະແດງສິນຄ້າໂອດ໋ອບ

29

 

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ 9 ຂຶ້ນໃນວັນທີ 4 ກັນຍາ 2023 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.


ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ກ່າວໃນພິທີວ່າ: ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ແມ່ນງານໜຶ່ງທີ່ອົງການປົກຄອງນະຄອນຫຼວງວຽງຈັນປີນີ້ເປັນປີທີ 9. ພາຍໃນງານຍັງໄດ້ມີການຈັດກອງປະຊຸມເສວະນາ, ສໍາມະນາໃຫ້ຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ, ຫົວໜ່ວຍຄອບຄົວຕົວແບບ ແລະ ສະຖາບັນການສຶກສາ ໃນຫົວຂໍ້: ການຊຸກຍູ້ສົ່ງເສີມຜູ້ປະກອບການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂັ້ນເມືອງ ແລະ ການຄຸ້ມຄອງຂາຍສິນຄ້າຜ່ານຊ່ອງທາງເອເລັກໂຕຣ ນິກ.


ຢູ່ນະຄອນຫຼວງວຽງຈັນ ການຈັດຕັ້ງປະຕິບັດການຊຸກຍູ້ສົ່ງເສີມຕາມທິດ 1 ບ້ານໜຶ່ງຜະລິດຕະພັນ, 1 ເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ເຊິ່ງມາຮອດ 6 ເດືອນຕົ້ນປີ 2023 ຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນ ແຫ່ງຊາດ ມີທັງໝົດ 65 ຫົວໜ່ວຍ ລວມມີ 281 ຜະລິດຕະພັນ ກວມເອົາ 59 ບ້ານ, ທຽບໃສ່ປີ 2022 ເພີ່ມຂຶ້ນ 6,56%.
ວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ 9 ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຈຳນວນ 55 ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ ຈຳນວນ 22 ຫົວໜ່ວຍ; ສິນຄ້າອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຈຳນວນ 4 ຫົວໜ່ວຍ; ສິນຄ້າສະພາການຄ້າ ແລະ ອຸດສາຫະກຳ ຈໍານວນ 2 ຫົວໜ່ວຍ; ຂະແໜງການທ່ອງທ່ຽວ 2 ຫົວໜ່ວຍ. ຄາດຄະເນມູນຄ່າສິນຄ້າມາວາງຂາຍພາຍໃນງານ ຈຳນວນ 9 ວັນ ( 2 – 10 ກັນຍາ 2023 ) ມູນຄ່າປະມານ 2,68 ຕື້ກີບ.

ນອກຈາກນັ້ນ, ຍັງມີພິທີປະກາດຫົວໜ່ວຍທີ່ໄດ້ຮັບກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ປະຈຳປີ 2023 ຂອງນະຄອນຫຼວງວຽງຈັນ ຈໍານວນ 64 ຫົວໜ່ວຍ, ພິທີປະດັບປະດານາມມະຍົດສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຈຳນວນ 9 ຫົວໜ່ວຍ ທີ່ໄດ້ປະກາດ ແລະ ຮັບການຢັ້ງຢືນຜ່ານໄປແລ້ວນັ້ນ.