ແຕ່ງຕັ້ງທ່ານ ແສນສັກ ສຸລິສັກ ເປັນວ່າການຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ ຄົນໃໝ່

148

ອີງຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1093/ຈຂ.ສຂ, ລົງວັນທີ 8/7/2020 ວ່າດ້ວຍ ການແຕ່ງຕັ້ງພະນັກງານ ໂດຍ ໄດ້ເຫັນດີແຕ່ງຕັ້ງທ່ານ ແສນສັກ ສຸລິສັກ ເປັນວ່າການຫົວໜ້າພະແນກການເງິນ ຂອງແຂວງຄົນໃໝ່.

ໃນວັນທີ 9 ກໍລະກົດ 2020 ທີ່ຜ່ານມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະ ຊວງການເງິນພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2020 ຢູ່ແຂວງສະຫວັນນະເຂດ ໂອກາດນີ້, ທ່ານ ກໍ່ໄດ້ເຂົ້າຮ່ວມພົບປະ ແລະ ປຶກສາຫາລືບາງວຽກງານສຳຄັນ ທີ່ຕິດພັນກັບວຽກງານຂອງຂະແໜງການເງິນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ແຂວງ ໂດຍມີທ່ານ ປອ ຄຳເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ບັນດາການນຳຫຼັກແຫຼ່ງ ພາຍໃນແຂວງ, ພະແນກການ ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໃຫ້ຮູ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ ໝົດປີ 2020; ການປະກອບຄຳຄິດຄຳເຫັນຈາກພາກສ່ວນຕ່າງໆທັງຂັ້ນສູນກາງ ແລະ ທ້ອງຖິ່ນທີ່ກ່ຽວພັນກັບການຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງສະຫວັນນະເຂດ.

ພ້ອມນີ້, ໃນພິທີ ກໍ່ໄດ້ມີການຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 1093/ຈຂ.ສຂ, ລົງວັນທີ 8/7/2020 ວ່າດ້ວຍ ການແຕ່ງຕັ້ງພະນັກງານ ໂດຍ ໄດ້ເຫັນດີແຕ່ງຕັ້ງທ່ານ ແສນສັກ ສຸລິສັກ ເປັນວ່າການຫົວໜ້າພະແນກການເງິນ ແຂວງຄົນໃໝ່ອີກດ້ວຍ.