ໜັກໜ່ວງ! ຍອດຜູ້ເສຍຊີວິດຈາກດິນເຈື່ອນຢູ່ ເນປານ ເພີ່ມເປັນ 20 ກວ່າຄົນ

73

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດຝົນຕົກໜັກ ແລະ ດິນເຈື່ອນຢູ່ເມືອງໂປຄາຣາ ທາງພາກຕາເວັນຕົກຂອງ ເນປານ. ຫຼ້າສຸດ, ຍອດຜູ້ເສຍຊີວິດເພີ່ມຂຶ້ນຢ່າງໜ້ອຍ 23 ຄົນແລ້ວ ແລະ ສູນຫາຍອີກ 8 ຄົນ.

ຈາກເຫດການຝົນຕົກໜັກເຮັດໃຫ້ມີດິນເຈື່ອນຢູ່ຫຼາຍຈຸດໃນເມືອງໂປຄາຣາ, ເຫດການຄັ້ງນີ້ເຮັດໃຫ້ເຮືອນຊານຫຼາຍສິບຫຼັງໄດ້ຮັບຄວາມເສຍຫາຍ, ປະຊາຊົນຫຼາຍພັນຄົນບໍ່ມີທີ່ຢູ່ອາໄສ. ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຄົ້ນຫາຜູ້ສູນຫາຍ.

ໄພນ້ຳຖ້ວມ ແລະ ດິນເຈື່ອນມັກເກີດຂຶ້ນໃນປະເທດເນປານ ໂດຍສະເພາະໃນໄລຍະລະດູມໍລະສຸມໃນລະຫວ່າງເດືອນມິຖຸນາ ເຖິງ ເດືອນກັນຍາ ເຊິ່ງເຮັດໃຫ້ຊີວິດ ແລະ ຊັບສິນຂອງປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.