ວຽກງານຈະຄ່ອງຕົວຫຼາຍຂຶ້ນ ຫຼັງລັດມອບລົດຈັກສະເກມແກ່ອ້າຍນ້ອງທະຫານ 2 ແຂວງພາກໃຕ້

65

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງອ້າຍນ້ອງກໍາລັງປ້ອງກັນຊາດ 2 ແຂວງພາກໃຕ້ ລັດຖະບານໄດ້ມອບລົດຈັກສະເກມຈໍານວນ 15 ຄັນ ມູນຄ່າ 285 ລ້ານກີບ ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ແລະ ອັດຕະປື.

ໃນລະຫວ່າງວັນທີ 15-16 ກໍລະກົດ 2020 ທີ່ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ໄດ້ນຳເອົາລົດຈັກສະເກມ ໄປມອບໃຫ້ ກອງບັນຊາການທະຫານແຂວງຈຳປາສັກ ຈຳນວນ 7 ຄັນ ລວມມູນຄ່າ 135 ລ້ານກີບ ຕາງໜ້າຮັບໂດຍທ່ານ ພັອ ຄໍາແຫວນ ຈະເລີນວົງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈຳປາສັກ ແລະ ມອບໃຫ້ກອງບັນຊາການທະຫານແຂວງອັດຕະປື ຈຳນວນ 8 ຄັນ ລວມມູນຄ່າ 150 ລ້ານກີບ ຕາງໜ້າຮັບ ໂດຍທ່ານ ພັອ ໂຊກໄຊ ພິມມະລາ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື.

ພາບມຸມສູງແຂວງອັດຕະປື ເຊິ່ງເປັນພາບປະກອບຂ່າວເທົ່ານັ້ນ

ໃນໂອກາດດັ່ງກ່າວ ທ່ານ ຄຳລາວັນ ຈັນທະລາວັນ ໄດ້ມີຄຳເຫັນບາງຕອນວ່າ: ການນໍາເອົາລົດຈັກສະເກມ ມາມອບໃຫ້ໃນຄັ້ງນີ້ ແມ່ນຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຕົວຈິງຂອງທ້ອງຖິ່ນ, ໂດຍມອບໃຫ້ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ເວົ້າລວມ, ເວົ້າສະເພາະ ແມ່ນນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ ເພື່ອປົກປັກຮັກ ສາເຂດນໍ້າແດນດິນ ອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ, ເຮັດໃຫ້ປະຊາຊົນບັນດາເຜົ່າ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມປອດໄພໃນການທຳມາຫາກິນ, ພັດທະນາຊີວິດການເປັນຢູ່ຂອງຄອບຄົວ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາທ້ອງຖິ່ນຂອງຕົນ ກໍ່ຄືປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ພາບປະກອບຂ່າວເທົ່ານັ້ນ

ໃນໂອກາດດຽວກັນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ ແລະ ອັດຕະປື ກໍ່ໄດ້ ກ່າວສະແດງຄວາມຂອບໃຈຕໍ່ພັກ ແລະ ລັດຖະບານ ທີ່ຍາມໃດກໍ່ໄດ້ເອົາໃຈໃສ່, ມີຄວາມເປັນຫ່ວງເປັນໃຍ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງການມອບລົດຈັກສະເກມ ໃຫ້ແກ່ກອງບັນຊາການທະຫານແຂວງ ໃນຄັ້ງນີ້ ຍັງເປັນການປຸກລະດົມ, ຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫຼວງແກ່ອ້າຍນ້ອງ, ນາຍ ແລະ ພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ວຽກງານຂອງຕົນ, ຈະນໍາໃຊ້ພາຫະນະດັ່ງກ່າວ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເກີດປະສິດທິຜົນ, ມີການຄຸ້ມຄອງ-ປົກປັກຮັກສາ ໃຫ້ສາມາດນຳໃຊ້ໄດ້ຍາວນານ.

ສໍາລັບລົດຈັກສະເກມ ທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ແລະ ອຸບປະຖໍາຈາກ ທະນາຄານ ເອສທີ ຈໍາກັດ ແລະ ບໍລິສັດ ຄູນໄຊພັດທະນາກໍ່ສ້າງຈໍາກັດ.

ທີ່ມາ: Lao National Radio