Monthly Archives: July, 2020

ດີໃຈນໍາ! ປະຊາຊົນເມືອງຫຼາໄດ້ຊົມໃຊ້ໄຟຟ້າກວມ 100%

ຕອນເຊົ້າວັນທີ 10 ກໍລະກົດ 2020 ທີ່ສະໂມສອນບ້ານໂພນສະຫວັດ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດພິທີເປີດໃຫ້ປະຊາ ຊົນ ບ້ານໂພນສະຫວັດ ນຳໃຊ້ໄຟຟ້າ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ; ມີຕາງໜ້າການນຳແຂວງ, ການນໍາເມືອງຫຼາ, ອົງການປົກຄອງບ້ານ, ວິຊາການໄຟຟ້າ ແລະ ປະຊາຊົນ ພາຍໃນບ້ານດັ່ງກ່າວ. ທ່ານ...

6 ເດືອນຕົ້ນປີ ເມືອງທ່າແຕງ ເກັບລາຍຮັບໄດ້ 1,5 ຕື້ກວ່າກີບ

ໃນ 6 ເດືອນຕົ້ນປີ ເມືອງ ທ່າແຕງ ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 1,53 ຕື້ກີບ, ດ້ານລາຍຈ່າຍ ປະຕິບັດໄດ້ 16,78 ຕື້ກີບ. ການສົ່ງອອກສິນຄ້າບັນລຸໄດ້ 64,18 ຕື້ກີບ, ຂາຍຍົກ - ຂາຍຍ່ອຍບັນລຸໄດ້ 87,62 ຕື້ກີບ. ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ທ່າແຕງ ຄັ້ງທີ 2...

ເຊັນສັນຍາເກັບຊື້ເຂົ້າຈາກກຸ່ມຜະລິດເມືອງໄຊທານີ

ໂຮງສີເຂົ້າ ສຸທັດ ແລະ ໂຮງສີເຂົ້າ ນາງ ບຸນຮຽງ ຈັດພິທີເຊັນສັນຍາເກັບຊື້ເຂົ້ານໍາກຸ່ມການຜະລິດເມືອງໄຊທານີ ເພື່ອຄໍ້າປະກັນຜົນຜະລິດທີ່ອອກມາມີຕະຫຼາດຮອງຮັບ ແລະ ລາຄາແນ່ນອນ ປະກອບສ່ວນຕາມແຜນການຜະລິດເປັນສິນຄ້າຄໍ້າປະກັນສະບຽງອາຫານໃນນະຄອນຫຼວງວຽງຈັນ. ໃນວັນທີ 16 ກໍລະກົດ 2020 ທີ່ຫ້ອງການບ້ານແກ້ງໄຄ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາລະຫວ່າງຜູ້ປະກອບການໂຮງສີເຂົ້າ, ກຸ່ມຜູ້ຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມແນວພັນເຂົ້າເມືອງໄຊທານີ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນລໍ້າ...

ນວ ຈະຄຸ້ມຄອງຮ້ານອິນເຕີເນັດກາເຟ ໃຫ້ເຂົ້າສູ່ກົດໝາຍຢ່າງເຂັ້ມງວດ

ໃນ 6 ເດືອນຕົ້ນປີ ນະຄອນຫຼວງວຽງຈັນ ( ນວ ) ໄດ້ປະຕິບັດມາດຕະການຕາມລະບຽບການຕໍ່ຮ້ານອິນເຕີເນັດກາເຟ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຈຳນວນ 435 ຮ້ານ, ໃນນີ້ບໍ່ມີໃບອະນຸຍາດ ແລະ ໃຫ້ປິດກິດຈະການ 43 ຮ້ານ, ໄດ້ຢຶດເຄື່ອງ ແລະ ອຸປະກອນ 2 ຮ້ານ, ໄດ້ສຶກສາອົບຮົມ ແລະ...

ສະຕາຟິນເທັກ ຮ່ວມກັບ ທະນາຄານເອຊີລີດາ ລົງນາມເຊື່ອມຕໍ່ລະບົບຊໍາລະ

ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ແລະ ທະນາຄານເອຊີລີດາ ລາວ ຈໍາກັດ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ເຊື່ອມຕໍ່ການຊໍາລະສະສາງ ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີກະເປົ໋າເງິນເອເລັກໂຕຣນິກ ( U-Money ) ສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານເອຊີລີດາ ແລະ ບັນຊີທະນາຄານເອຊີລີດາ ກໍສາມາດໂອນເງິນເຂົ້າບັນຊີກະເປົ໋າເງິນເອເລັກໂຕຣ ນິກ ຢູມັນນີ ໄດ້ເຊັ່ນດຽວກັນ. ໄລຍະຜ່ານມາ, ບໍລິສັດ ສະຕາຟິນເທັກ ຈໍາກັດ ໄດ້ປະຕິບັດການເຊັນສັນຍາການເຊື່ອມຕໍ່ກັບບັນດາທະນາຄານອື່ນ...

ວັນສະເຫຼີມ-ແສງນິລັນ ພິສູດໃຫ້ເຫັນວ່າເຮັດໄດ້ ຈົນຄວ້າສິດຄັດທີມຊາດ ຢູ 19 ຄັ້ງທໍາອິດ

ຖືວ່າເປັນສະຕາກໍາດຽວກັນສໍາລັບ ວັນສະເຫຼີມ ລັດຕະນາຈານ ແລະ ແສງນິລັນ ພັນໂຊດ 2 ນັກເຕະອະນາຄົດໄກ ຈາກພາກໃຕ້ ທີ່ສາມາດຜ່ານຮອບຄັດເລືອກໄດ້ເຖິງ 2 ຄັ້ງຈົນໄດ້ຂຶ້ນມາຄັດເລືອກລຸ້ນຕິດທີມຊາດລາວ ຢູ 19 ເປັນຄັ້ງທໍາອິດ ໃນຊີວິດ. ທັງສອງແມ່ນເຄີຍຖືກຄົນດູໝິ່ນ ເນື່ອງຈາກສະພາບຄອບຄົວ ແລະ ຮ່າງກາຍເປັນອຸປະສັກໃນການເປັນນັກເຕະ, ແຕ່ສຸດທ້າຍພວກເຂົາກໍສາມາດພິສູດຕົວເອງ ແລະ ຜ່ານຜ່າອຸປະສັກດັ່ງກ່າວຈົນມາຢືນຢູ່ໃນຈຸດນີ້ໄດ້. ກ່ອນໜ້ານີ້ພວກເຮົາແນະນໍາໄປແລ້ວ 4 ນັກເຕະ...

ຍີ່ປຸ່ນ ໃຫ້ທຶນ 3 ລ້ານໂດລາ ພັດທະນາຊັບພະຍາກອນມະນຸດແກ່ລາວ

ລັດຖະບານຍີ່ປຸ່ນ ໄດ້ລົງນາມໃຫ້ທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ( ລະດັບປະລິນຍາໂທ ແລະ ປະລິນຍາເອກ ) ເຊິ່ງມີມູນຄ່າ 317 ລ້ານເຢນ ຫຼື 3 ລ້ານໂດລາສະຫະລັດ. ພິທີລົງນາມຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ທີ່ກະຊວງການຕ່າງປະເທດ, ຕາງໜ້າຝ່າຍລາວຮ່ວມລົງນາມ ແລະ ກ່າວຮັບໂຄງການດັ່ງກ່າວ ໂດຍ ທ່ານ ທອງສະຫວັນ...

ເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ໄຂກອງປະຊຸມທາງໄກ

ໃນວັນທີ 16 ກໍລະກົດ 2020, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Nguyen Van Thao ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສສ. ຫວຽດນາມ ແລະ ທ່ານ...

ສຸດເສົ້າ! ຊາຍປ່ວຍເສຍຈິດກໍ່ເຫດຈູດເຮືອນ ຕົນເອງເສຍຊີວິດໃນກອງໄຟ

ເກີດເຫດສຸດເສົ້າ ແລະ ສະເທືອນໃຈຫຼາຍເມື່ອຊາຍປ່ວຍເປັນບ້າເສຍຈິດ ກໍ່ເຫດຈູດເຮືອນຂອງຕົນເອງ, ໂຊກຮ້າຍຊາຍຜູ້ກໍ່ເຫດໜີອອກມາບໍ່ໄດ້ເຮັດໃຫ້ເສຍຊີວິດໃນບ່ອນເກີດເຫດ, ຫຼ້າສຸດພາກສ່ວນກ່ຽວຂ້ອງຍື່ນມືເຂົ້າຊ່ວຍເຫຼືອ ມອບເຄື່ອງບັນເທົາທຸກ ເຂົ້າສານອາຫານແຫ້ງ ພ້ອມມອບເງິນຊ່ວຍເຫຼືອເບື້ອງຕົ້ນຈໍານວນໜຶ່ງ. ຕາມການລາຍງານຂອງອຳນາດການປົກຄອງບ້ານມົກໂຊະໃຫ້ຮູ້ວ່າ:ໃນຕອນບ່າຍເວລາປະມານ 14:30 ໂມງ ຂອງວັນທີ 15 ກໍລະກົດ 2020 ເກີດເຫດທີ່ບໍ່ຄາດຄິດຂຶ້ນ ໄຟໄໝ້ເຮືອນຂອງປະຊາຊົນ ຢູ່ບ້ານ ມົກໂຊະ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຈຳນວນ...

ຫສນຍ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ

ໃນຕອນເຊົ້າ ວັນທີ 16 ກໍລະກົດ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍມີ ທ່ານ Paul Stephens ອຸປະທູດ ອົດສະຕຣາລີ...
- Advertisment -
Slide
Slide

Most Read

error: Content is protected !!