ລັດຖະບານຢີ່ປຸ່ນ ໃຫ້ການສະໜັບສະໜຸນທຶນຊ່ວຍເຫຼືອລ້າມູນຄ່າ 3 ລ້ານໂດລາ ແກ່ສປປລາວ ເພື່ອການພັດທະນາຊັບພະຍາກອນມະນຸດ

132

ໃນວັນທີ 16 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ, ຊຶ່ງຕາງໜ້າຝ່າຍລາວ ຮ່ວມລົງນາມ ແລະ ກ່າວຮັບໂຄງການດັ່ງກ່າວ ໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ໂດຍ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo), ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພະຍານ.


ໂຄງການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໂຄງການທຶນການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ (ລະດັບປະລິນຍາໂທ ແລະ ປະລິນຍາເອກ), ເຊິ່ງມີມູນຄ່າ 317 ລ້ານເຢນ ຫຼື 3 ລ້ານໂດລາສະຫະລັດ.


ນັບແຕ່ປີ 2000 ມາຮອດປີ 2019, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ (ທຶນ JDS) ລວມທັງໝົດ 414 ທຶນ ເພື່ອຊ່ວຍຍົກລະດັບຂີດຄວາມສາມາດຂອງພະນັກງານລັດຖະກອນລາວ ໃຫ້ນັບມື້ນັບສູງຂຶ້ນ. ພ້ອມນີ້, ຍີ່ປຸ່ນ ຍັງເປັນປະເທດອັນດັບແຖວຫນ້າ ທີ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ.


ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ, ຕີລາຄາສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ໂຄງການຊ່ວຍເຫຼືອດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ເພື່ອພັດທະນາຂະແໜງການສຶກສາຂອງ ສປປ ລາວ ໃຫ້ນັບມື້ມີຄຸນນະພາບສູງຂຶ້ນ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.


ໃນໂອກາດດຽວກັນນີ້, ທ່ານເອກອັກຄະຣາຊະທູດ ທາເກວາກະ ເຄໂຊ ໄດ້ສະແດງຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອໃນຄັ້ງນີ້, ໂດຍເປັນການມອບທຶນການສຶກສາຈຳນວນ 22 ທຶນ ໃຫ້ແກ່ລັດຖະກອນຜູ້ໜຸ່ມນ້ອຍ ເພື່ອສືບຕໍ່ສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ. ລັດຖະບານຍີ່ປຸ່ນ ໃຫ້ຄວາມສຳຄັນໃນຂະແໜງການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ຖືເປັນ ໜຶ່ງວຽກບູລິມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານທູດ ກໍ່ສະແດງຄວາມຍິນດີສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ນັບມື້ໄດ້ຮັບປະສິດທິຜົນສູງສຸດ.