Monthly Archives: April, 2020

ກະຊວງກະສິກຳ ເນັ້ນໜັກໃຫ້ຊາວກະສິກອນເກັບກ່ຽວຜົນຜະລິດໃຫ້ທັນເວລາ

ລັດຖະມົນຕີກະຊວງ  ກປ ເນັ້ນໃຫ້ພະແນກ ກປ ທົ່ວປະເທດຊີ້ນໍາຊາວກະສິກອນ, ຜູ້ປະກອບການ ເກັບກ່ຽວ ແລະ ມ້ຽນມັດຜົນຜະລິດລະດູແລ້ງໃຫ້ທັນກັບເວລາ ໂດຍໃຊ້ແຮງງານບໍ່ໃຫ້ເກີນ 10 ຄົນ ໃນແຕ່ລະຄັ້ງ ແລະ ມີການປ້ອງກັນຕາມຄະນະສະເພາະກິດແນະນຳ. ກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ອອກຄໍາສັ່ງແນະນຳ ເລກທີ 0434/ກປ ນະຄອນຫຼວງວຽງຈັນ...

ໄພແລ້ງສົ່ງຜົນໃຫ້ລາຄາເຂົ້າໄທ-ຫວຽດນາມແພງ

ໃນຂະນະນີ້ໄພແລ້ງສົ່ງຜົນກະທົບເຮັດໃຫ້ບໍລິສັດເຂົ້າລາຍໃຫຍ່ໃນໄທ ແລະຫວຽດນາມຜະລິດເຂົ້າໄດ້ໜ້ອຍລົງເຮັດໃຫ້ລາຄາເຂົ້າໃນຕະຫຼາດໂລກແພງຂຶ້ນທ່າມກາງກະແສແຕກຕື່ນຊື້ເຂົ້າຂອງມວນຊົນໃນໄລຍະການລະບາດຂອງໂຄວິດ-19ຈົນເຮັດໃຫ້ເຂົ້າຫຼຸດໜ້ອຍຖອຍລົງ. ໂດຍລາຄາເຂົ້າສານທີ່ປູກໃນໄທສູງເຖິງ550ໂດລາຕໍ່ໂຕນຖືືເປັນລາຄາສູງທີ່ສຸດນັບຕັ້ງແຕ່ເດືອນ ສິງຫາປີ2013,ສ່ວນລາຄາສົ່ງອອກເຂົ້າສານຈາກຫວຽດນາມຈຸລະດັບ400ໂດລາຕໍ່ໂຕນຖືເປັນລາຄາທີ່ສູງທີ່ສຸດນັບຕັ້ງແຕ່ເດືອນ ທັນວາປີ2018. ກະຊວງກະສິກໍາອາເມຣິກາຄາດຄະເນວ່າ:ການຄ້າເຂົ້າທົ່ວໂລກໃນປີນີ້ຈະມີປະມານ45,3ລ້ານໂຕນຫຼຸດລົງ7ແສນໂຕນຈາກການຄາດຄະເນໃນເດືອນ ມັງກອນ,ຂະນະທີ່ທົ່ວໂລກຈະຜະລິດເຂົ້າໄດ້ປະມານ500ລ້ານໂຕນຕໍ່ປີ,ແຕ່ສ່ວນໃຫຍ່ສຳລັບບໍລິໂພກພາຍໃນປະເທດ. ກະຊວງກະສິກໍາອາເມຣິກາໃຫ້ຮູ້ວ່າ:ໃນປີ2018ໄທສົ່ງອອກເຂົ້າປະມານ11,1ລ້ານໂຕນຄິດເປັນສ່ວນແບ່ງ23%ຂະນະທີ່ຫວຽດນາມສົ່ງອອກເຂົ້າປະມານ6,6ລ້ານໂຕນຄິດເປັນສ່ວນແບ່ງ14%ໂດຍທັງສອງປະເທດມີສ່ວນແບ່ງຕາມຫຼັງພຽງອິນເດຍປະເທດດຽວ.

ຊົມເຊີຍ! 4 ພາກສ່ວນປະກອບສ່ວນ ຊ່ວຍເຫຼືອແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ໃນຕອນບ່າຍ ຂອງວັນທີ 1 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີ 4 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ -19 ໃນ ສປປ ລາວ, ໂດຍການກ່າວຮັບ ຂອງທ່ານ...

ສາທາແຈ້ງ! ປີດຫ້ອງກວດພະຍາດ-ໂຮງໝໍເອກະຊົນທົ່ວປະເທດ

ເພື່ອຍົກລະດັບການສະກັດກັ້ນ ແລະ ກັນພະຍາດບໍ່ໃຫ້ແຜ່ລາມອອກໄປໄວ ແລະ ເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພາກສ່ວນເອກະຊົນ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ກະຊວງສາທາ ຈິ່ງແຈ້ງໃຫ້ໂຮງໝໍເອກະຊົນ, ຫ້ອງກວດພະຍາດເອກະຊົນ ປິດການບໍລິການ. ອີງຕາມແຈ້ງການ ຂອງກົມປິ່ນປົວ ແລະ ພື້ນຟູໜ້າທີ່ການ ກະຊວງສາທາລະນາສຸກ ເລກທີ 0770/ອປຟ ລົງວັນທີ 1 ເມສາ 2020...

ຄະນະສະເພາະກິດ ຮຽກຮ້ອງພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປ ໃຫ້ປະຕິບັດຄຳສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ

ໃນການສະຖະແຫຼງຂ່າວປະຈຳວັນ ເມື່ອຕ່ອນບ່າຍວັນທີ1 ເມສາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຮຽກຮ້ອງໃຫ້ພະນັກງານລັດຖະກອນ ຜູ້ທີ່ພັກວຽກ, ພັກການ ແລະ ປະຊາຊົນທົ່ວໄປທີ່ຈະຈຳກັດໂຕເອງຢູ່ເຮືອນ ດ້ວຍວິທີການທີ່ເໝາະສົມດັ່ງນີ້: 1. ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳພັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ, ລ້າງມືໃຫ້ ຖືກວິທີ 7 ຂັ້ນຕອນ. 2. ເຮັດໃຫ້ອາກາດໃນເຮືອນລ່ວງດີ ເປີດປະຕູປ່ອງຢ້ຽມອອກເພື່ອລະບາຍອາກາດ. 3. ໝັ່ນອະນາໄມ ຂ້າເຊື້ອ...

ຜົ້ງສາລີກຽມພ້ອມຮອບດ້ານ ໃນການປິ່ນປົວ ຖ້າພົບກໍລະນີທີ່ສົງໄສຕິດເຊື້ອໂຄວິດ – 19

ສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ໃນປັດຈຸບັນ ແມ່ນໄດ້ຂະຫຍາຍເປັນວົງກວ້າງໄປໃນຂອບເຂດທົ່ວໂລກ , ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນໃນແຕ່ລະວັນ ແລະ ມາຮອດ ວັນທີ 30 ມີນາ 2020 ນີ້ ສປປ ລາວ ພົບກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ– 19 ຢູ່ນະຄອນຫຼວງວຽງຈັນ...

1 ເມສາ! ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຍອດລວມມື້ນີ້ 10 ກໍລະນີ

ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວເພີ່ມອີກ 1 ຄົນ ລວມເປັນ 10 ກໍລະນີ ຕາມລາຍງານຂອງແພດໃນຜົນການກວດຊອກຫາກໍລະນີຜູ້ຕິດເຊື້ອໂຄວິດ-19 ຈາກການກວດຕົວຢ່າງເຊື້ອທັງໝົດ 437 ກໍລະນີ. ຕາມການຖະແຫຼງຂ່າວມື້ນີ້ ວັນທີ 1 ເມສາ 2020 ທີ່ກະຊວງສາທະລະນະສຸກ ຈາກຄະນະສະເພາະກິດກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ຮສ ດຣ....

ແຈ້ງ! ຢຸດແລ່ນລົດເມທຸກສາຍທາງທັງພາຍໃນ ແລະ ຕ່າງປະເທດ

ເພື່ອເປັນການຄວບຄຸມ-ປ້ອງກັນ,ສະກັດກັ້ນ ແລະ ຮັບມືກັບການ ລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ມີການແຜ່ລາມອອກໄປ ແລະ ເປັນວົງກວ້າງ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ຢຸດແລ່ນໃຫ້ບໍລິການມວນຊົນ ຊົ່ວຄາວທຸກສາຍທາງ ທັງພາຍໃນຕົວເມືອງ - ຊານເມືອງນອກເທດສະບານ - ຕ່າງແຂວງ ແລະ ຕ່າງປະເທດ  ເພື່ອຮັບປະກັນຄວາມປອດໄຟໃຫ້ແກ່ຜູ້ໂດຍສານ. ໂດຍອີງຕາມແຈ້ງການ ຂອງລັດວິສາຫະກິດ ລົດເມນະຄອນຫຼວງວຽງຈັນ ເລກທີ 0537/ລລມ.ນວ...

ກະຊວງສຶກສາ ແຕ່ງຕັ້ງຄະນະຮັບຜິດຊອບສະກັດກັ້ນ  ເພື່ອກຽມພ້ອມຮອບດ້ານ ຕ້ານໂຄວິດ-19

ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບການຢ່າງໃກ້ຊິດ ພ້ອມກະກຽມຄວາມພ້ອມຮັບມືຕອບໂຕ້ການລະບາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນຂົງເຂດສຶກສາ ແລະ ກິລາ ໃນທົ່ວປະເທດ, ກະຊວງສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຂອງກະຊວງ, ໂດຍ...

ເມືອງນອງ ເຂັ້ມງວດຕິດຕາມກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19

ເມືອງນອງເຝົ້າລະວັງຕິດຕາມໃກ້ຊິດກຸ່ມທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໃນທົ່ວໂລກ ໂດຍສະເພາະກໍ່ຄືຢູ່ໃນປະເທດລາວເຮົາ ດັ່ງນັ້ນໃນຕອນເຊົ້າຂອງວັນທີ 31 ມີນາ 2020ນີ້ ທາງຄະນະຮັບຜິດຊອບ ສະເພາະກິດຂັ້ນເມືອງໄດ້ລົງຕິດຕາມກວດກາກຸ່ມແຮງງານທີ່ກັບມາຈາກກຸ່ມສ່ຽງ ພ້ອມທັງທິມງານ ແພດໝໍຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໄໝ່ ໂຄວິດ-19. ສຳລັບເມືອງນອງ ໄດ້ແບ່ງສູນເພື່ອກັກກັນກຸ່ມຄົນທີ່ມາຈາກປະເທດທີ່ມີກຸ່ມສ່ຽງ ຫຼື ຕ່າງແຂວງທີ່ມີກຸ່ມສ່ຽງທັງໝົດມີ 3 ສູນ ຄື: ສູນ ໂຮງຮຽນປະຖົມນອງວິໄລ2,...
- Advertisment -
Slide
Slide

Most Read

error: Content is protected !!