Monthly Archives: April, 2020

ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ລົງຕິດຕາມການຄ້າ-ຂາຍຢູ່ທ້ອງຕະຫຼາດ

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ພ້ອມດ້ວຍການນໍາພະແນກ,​ ການນໍາຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງພະແນກ,​ ການນໍາຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນປາກເຊ ຮ່ວມກັບການນຳບໍລິສັດ ບໍລິການ ການຄ້າປາກເຊ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ຜູ້ປະກອບການຄ້າຂາຍສິນຄ້າອຸປະໂພກ-ບໍລິໂພກ ໂດຍສະເພາະແມ່ນເຂົ້າສານ,​ ຊີ້ນ,​ ປາ,​ ອາຫານແຫ້ງ ແລະ ຜ້າອັດປາກ ຢູ່ຕະຫຼາດໃໝ່ປາກເຊ ໃຫ້ປະຕິບັດຕາມຄໍາສັ່ງຂອງຄະນະພັກ-ຂັ້ນເທິງ...

ແຈ້ງ! ປິດການດໍາເນີນກິດຈະການໂຮງງານອຸດສາຫະກໍາຊົ່ວຄາວ

ເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການເລກທີ 0348/ອຄ.ກອຫ ລົງວັນທີ 31 ມີນາ 2020 ເຖິງ: ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຜູ້ອໍານວຍການໂຮງງານອຸດສາຫະກໍາ ໃນຂອບເຂດທົ່ວປະເທດ ລວມທັງ ໂຮງງານທີ່ຕັ້ງຢູ່ໃນນິຄົມ ອຸດສາຫະກໍາ ແລະ...

ລະວັງຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ຫວັງດີ ຄວາມຈິງບໍ່ທັນມີທະນະບັດໃບ 500.000 ກີບ

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ສະບັບເລກທີ ເລກທີ 72/ຫກ ນະຄອນຫຼວງວຽງຈັນ, ລົງວັນທີ 01 ເມສາ 2020 ບໍ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດຫຼົງເຊື່ອທະນະບັດໃບ 500.000 ກີບ ເນື່ອງຈາກບໍ່ມີມູນຄວາມຈິງ, ເປັນຂ່າວປອມເທົ່ານັ້ນ. ໃນແຈ້ງການລະບຸວ່າ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີຈໍານວນຫນຶ່ງ...

ຜົ້ງສາລີ ຕິດຕາມໃກ້ຊິດການສະໜອງສິນຄ້າອຸປະໂພກ-ບໍລິໂພກ

ໃນວັນທີ 31 ມີນາ ແລະ ວັນທີ 1 ເມສາ 2020 ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກອງເລຂາ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອຕິດຕາມ, ຄຸ້ມຄອງການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ສະບຽງອາຫານ ຢູ່ພາຍໃນແຂວງຜົ້ງສາລີ, ໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ. ໂດຍໄດ້ມີການແຕ່ງຕັ້ງທີມງານຂອງພະແນກລົງຕິດຕາມສະພາບການຊື້-ຂາຍສິນຄ້າຢູ່ຕະຫຼາດເທດສະບານແຂວງຜົ້ງສາລີ...

ຫົວເຫວີຍ ປະກາດຜົນປະກອບການປະຈຳປີ 2019

ຜົນການດຳເນີນທຸລະກິດຍັງແຂງແກ່ນ ແລະ ປະກາດພ້ອມມຸ່ງໝັ້ນສ້າງຄຸນຄ່າໃຫ້ລູກຄ້າ ແລະ ສັງຄົມ. ວັນທີ 31 ມີນາ 2020 ທີ່ນະຄອນເຊີນເຈີ້ນ ປະເທດຈີນ, ຫົວເຫວີຍ ເຜີຍແພ່ບົດລາຍງານປະຈຳປີ 2019 ເຊິ່ງມີລາຍລະອຽດກ່ຽວກັບຜົນງານດ້ານທຸລະກິດທີ່ແຂງແກ່ນ. ໂດຍມີລາຍຮັບຈາກຍອດຂາຍທົ່ວໂລກຂອງບໍລິສັດໃນປີ 2019 ຢູ່ທີ່ 858,8 ຕື້ຢວນ ເພີ່ມຂຶ້ນ 19,1% ເມື່ອທຽບໃສ່ປີກ່ອນ, ກໍາໄລສຸດທິຢູ່ທີ່ 62,7ຕື້ຢວນ...

ເທຄວັນໂດ ເບຍລາວ ໂອເພັນ ເລື່ອນໄປຈັດໃນເດືອນກໍລະກົດນີ້

ການແຂ່ງຂັນກີລາເທຄວັນໂດ ລາຍການລະດັບຊາດກໍຄື ລາຍການ ເບຍລາວ ໂອເພັນ ຕາມປົກກະຕິກໍານົດຈັດໃນເດືອນກຸມພາ 2020 ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນອອກໄປຈັດໃນເດືອນກໍລະກົດ 2020, ສ່ວນອີກລາຍການ ເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ແມ່ນກໍານົດຈັດທ້າຍປີ 2020. ຕາມການລາຍງານຂອງ ທ່ານ ຈັນທະວົງ ປັນຍາສິລິ...

ຜູ້ປ່ວຍສະສົມຈາກ ໂຄວິດ-19 ທົ່ວໂລກ ຈະເກີນ 1 ລ້ານຄົນ, ສ່ວນລາວຈະໄດ້ຮັບເຄື່ອງກວດເຫັນຜົນໄວ

ອົງການອະນາໄມໂລກລະບຸວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຍັງສືບຕໍ່ແຜ່ລະບາດໄປທົ່ວໂລກຢ່າງວ່ອງໄວ ໂດຍຜູ້ປ່ວຍສະສົມຈະກາຍ 1 ລ້ານຄົນ ແລະ ເສຍຊີວິດທົ່ວໂລກຫຼາຍກວ່າ 50.000 ຄົນ ໃນອີກບໍ່ດົນ ດ້ານໜ່ວຍງານນິວເຄຣຍຂອງຢູເອັນຊ່ວຍເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ຫຼາຍປະເທດລວມທັງປະເທດລາວ. ສຳນັກຂ່າວຕ່າງປະເທດລາຍງານຈາກເຈນີວາ ປະເທດສະວິດເຊີແລນ ເມື່ອວັນພະຫັດ ທີ 2 ເມສາ ວ່າ ທ່ານດຣ ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO)...

ປີ້ງໝູໝັກຫົວສີໃຄ

ມື້ນີ້ຂໍເປັນອາຫານປະເພດປີ້ງແຕ່ເອືອບດ້ວຍສະໝຸນໄພພື້ນບ້ານກິນແລ້ວໄດ້ປະໂຫຍດຕໍ່ສຸຂະພາບ ເປັນຕົ້ນແມ່ນຫົວສີໃຄ ເພາະຊ່ວຍຂັບລົມໃນກະເພາະອາຫານ ແລະ ແກ້ອາການທ້ອງອືດໄດ້ນໍາ. ໂດຍມື້ນີ້ຈະນໍາມາເອືອບໃສ່ຊີ້ນໝູຮັບຮອງວ່າຫອມຊວນຢາກກິນແນ່ນອນ. ສ່ວນປະສົມ: 1 ຊີ້ນໝູຊອຍເປັນຕ່ອນພໍປະມານ 500 ກຣາມ. 2 ຫົວສີໃຄສັບລະອຽດ 1 ຖ້ວຍນ້ອຍ. 3 ຮາກຜັກຫອມປ້ອມ 5 ຮາກ. 4 ພິກໄທເມັດ 1 ບ່ວງກາເຟ. 5 ກະທຽມລາວ 2 ຫົວໃຫຍ່. 6 ນ້ຳຕານ 1/2 ບ່ວງກາເຟ. 7 ນ້ຳມັນຫອຍ...

ປະໂຫຍດດີໆທີ່ໄດ້ຈາກຖົ່ວວໍນັດ ( Walnut ) ທີ່ຊ່ວຍໃນເລື່ອງຫຼຸດຄໍເລສເຕີຣອລ

ອາຫານທີ່ຊ່ວຍຫຼຸດຄໍເລສເຕີຣອລແມ່ນມີຫຼາກຫຼາຍຊະນິດໃຫ້ເລືອກກິນ ເຊິ່ງຄໍເລສເຕີຣອລເປັນສິ່ງທີ່ຮ່າງກາຍບໍ່ຄວນມີສະສົມໄວ້ເປັນຈຳນວນຫຼາຍ ແລະ ສາເຫດຫຼັກກໍມາຈາກພຶດຕິກຳການກິນອາຫານຕາມໃຈປາກ ເມື່ອຄໍເລສເຕີຣອລເຂົ້າສູ່ຮ່າງກາຍສູງເກີນຄວາມຈຳເປັນອາດສົ່ງຜົນອັນຕະລາຍຕໍ່ສຸຂະພາບໄດ້ ແລະ ວິທີງ່າຍໆຄືການກິນຖົ່ວວໍນັດເປັນປະຈຳກໍສາມາດຊ່ວຍຫຼຸດຄໍເລສເຕີຣອລ ແຖມຍັງມີປະໂຫຍດອື່ນໆຕໍ່ຮ່າງກາຍອີກດ້ວຍ. 1 ຊ່ວຍຫຼຸດຄໍເລສເຕີຣອລໃນຮ່າງກາຍ. 2 ຊ່ວຍຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ. 3 ຊ່ວຍຫຼຸດນ້ຳໜັກ. 4 ຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດຕຸ້ຍລົງພຸງ. 5 ຊ່ວຍປ້ອງກັນພະຍາດເບົາຫວານ. 6 ຊ່ວຍປ້ອງກັນຄວາມຈຳເສື່ອມ. 7 ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດມະເຮັງເຕົ້ານົມ. 8 ຊ່ວຍຫຼຸດຄວາມຄຽດ. 9 ຊ່ວຍແກ້ບັນຫາອາການນອນບໍ່ຫຼັບ. ກໍລະນີທີ່ບໍ່ກິນຫົວກະທຽມກໍສາມາດກິນຖົ່ວວໍນັດແທນໄດ້ເພື່ອຊ່ວຍຫຼຸດຄໍເລສເຕີຣອລໄດ້ ແຕ່ຄວນກິນໃນປະລິມານທີ່ພໍເໝາະເຊັ່ນກັນ ແລະ ພະຍາຍາມໝັ່ນອອກກຳລັງກາຍຮ່ວມນຳເພື່ອສຸຂະພາບທີ່ດີຂອງຕົວທ່ານເອງ.

ຫຼວງພະບາງ ປິດ 7 ສະຖານທີ່ທ່ອງທ່ຽວສຳຄັນຂອງແຂວງ

ຫຼວງພະບາງ ໄດ້ອອກແຈ້ງການປິດ 7 ສະຖານທີ່ທ່ອງທ່ຽວສຳຄັນຂອງແຂວງ. ທັງນີ້, ກໍເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ - 19 ຫຼັງຈາກມາຮອດວັນທີ 31 ມີນາ 2020 ແຂວງຫຼວງພະບາງ ມີຜູ້ຕິດເຊື້ອ 3 ຄົນ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ອອກແຈ້ງການເລກທີ 03...
- Advertisment -
Slide
Slide

Most Read

error: Content is protected !!