ແຈ້ງ! ປິດການດໍາເນີນກິດຈະການໂຮງງານອຸດສາຫະກໍາຊົ່ວຄາວ

281

ເພື່ອຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການເລກທີ 0348/ອຄ.ກອຫ ລົງວັນທີ 31 ມີນາ 2020 ເຖິງ: ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຜູ້ອໍານວຍການໂຮງງານອຸດສາຫະກໍາ ໃນຂອບເຂດທົ່ວປະເທດ ລວມທັງ ໂຮງງານທີ່ຕັ້ງຢູ່ໃນນິຄົມ ອຸດສາຫະກໍາ ແລະ ເຂດເສດຖະກິດພິເສດ. ກ່ຽວກັບການ ປິດການດໍາເນີນກິດຈະການໂຮງງານອຸດສາຫະກໍາຊົ່ວຄາວ (1-19 ເມສາ 2020) ເພື່ອສະກັດກັ້ນການ ລະບາດຂອງພະຍາດໂດວິດ-19.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບ ເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017. ອີງຕາມຄໍາສັ່ງວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບເລກທີ 06/ນຍ, ລົງວັນທີ 20 ມີນາ 2020.

ໂດຍປະຕິບັດຕາມຄໍາສັ່ງວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ແລະ ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດ ແລະ ແຜ່ລາມອອກໄປເປັນວົງກວ້າງຕິດໃສ່ພະນັກງານ, ກໍາມະກອນ ຢູ່ໃນໂຮງງານອຸດສາຫະກໍາ

ພາບປະກອບຂ່າວເທົ່ານັ້ນ

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ໃຫ້ປິດການດໍາເນີນກິດຈະການໂຮງງານຊົ່ວຄາວ ສໍາລັບໂຮງງານອຸດສາຫະກໍາ ທີ່ມີຄວາມສ່ຽງຕໍ່ການລະບາດຂອງພະຍາດໂດວິດ-10 ໃນລະຫວ່າງວັນທີ 1 ຫາ 19 ເມສາ 2020, ຍົກເວັ້ນ ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດພະຍາດ ແລະ ອຸປະກອນການແພດ ຕາມບັນຊີຄັດຕິດມາພ້ອມນີ້, ໂຮງງານທີ່ປິດກິດຈະການໃຫ້ປະຕິບັດ ດັ່ງນີ້:

ພາບປະກອບຂ່າວເທົ່ານັ້ນ

1 ຄຸ້ມຄອງພະນັກງານ, ກໍາມະກອນ ຜູ້ທີ່ພັກເຊົາຢູ່ໃນໂຮງງານ ແລະ ປະຕິບັດນະໂຍບາຍກ່ຽວກັບສະຫວັດດີການສັງຄົມໃຫ້ພະນັກງານ, ກໍາມະກອນທັງຫມົດ ໃນໄລຍະປິດການດໍາເນີນກິດຈະການ ໂຮງງານຊົ່ວຄາວ, ນອກນັ້ນ ບໍ່ໃຫ້ພະນັກງານ, ກໍາມະກອນ ອອກຈາກທີ່ພັກ ຫຼືອອກຈາກບ້ານ ຖ້າບໍ່ມີຄວາມຈໍາເປັນ ແລະ ບໍ່ໃຫ້ເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ

2 ໂຮງງານທີ່ມີຄວາມຈໍາເປັນໃນການເກັບຊື້ຜົນຜະລິດກະສິກໍາ ຫຼື ເກັບກ່ຽວຈາກຜົນຜະລິດກະສິກໍາ ໃຫ້ດໍາເນີນສະເພາະຂອດການເກັບຊື້ ຫຼື ເກັບກ່ຽວ ເທົ່ານັ້ນ ໂດຍປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນ ພະນັກງານ, ກໍາມະກອນ ຕາມມາດຕະການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃຫມ່ (ຄະນະສະເພາະກິດ) ວາງອອກຢ່າງເຂັ້ມງວດ.

ພາບປະກອບຂ່າວເທົ່ານັ້ນ

ໂຮງງານອຸດສາຫະກໍາ ທີ່ໄດ້ຮັບອະນຸຍາດ ຕາມບັນຊີຄັດຕິດ ໃຫ້ດໍາເນີນກິດຈະການເປັນປົກກະຕິ ໂດຍ ເອົາໃຈ ໃສ່ປະຕິບັດ ດັ່ງນີ້:

1 ເຜີຍແຜ່ຄວາມຮູ້, ມາດຕະການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຕໍ່ພະນັກງານ, ກໍາມະກອນ ທີ່ຢູ່ພາຍໃນໂຮງງານຕົນເອງ ໃຫ້ມີຄວາມເຂົ້າໃຈວິທີການປ້ອງກັນ ແລະ ສະກັດກັ້ນ ການແຜ່ເຊື້ອພະຍາດ ຕາມຄໍາແນະນໍາຂອງຄະນະສະເພາະກິດ.

ພາບປະກອບຂ່າວເທົ່ານັ້ນ

2 ໃຫ້ປະຕິບັດມາດຕະການປ້ອງກັນພະຍາດ ຕາມແຈ້ງການຂອງຄະນະສະເພາະກິດ ຢ່າງເຂັ້ມງວດ ເຊັ່ນ: ໃຫ້ຈັດທ່ີມງານຮັບຜິດຊອບ ເພື່ອຕິດຕາມ, ກວດກາວັດແທກອຸນຫະພູມຮ່າງກາຍຂອງພະນັກງານ, ກໍາ ມະກອນ ໃນເວລາເຂົ້າ-ອອກ ໂຮງງານ. ຖ້າພົບເຫັນຜູ້ທີ່ມີອາການຄ້າຍກັບເປັນຫວັດ, ໄອ-ຈາມ ຫຼື ອຸນຫະພູມຮ່າງກາຍ ຕາມການແນະນໍາຂອງຄະນະສະເພາະກິດ ໃຫ້ແຍກອອກໄວ້ເຂດສະເພາະ ແລ້ວ ຕິດຕໍ່ສາຍດ່ວນ 166 ຫຼື 020 5406 6777 ເພື່ອປະຕິບັດຕາມໂດຍທັນທີ.

3 ໃຫ້ພະນັກງານ, ກໍາມະກອນ ແຕ່ລະຄົນຢູ່ຫ່າງກັນ ຢ່າງຫນ້ອຍ 2 ແມັດ ພ້ອມກັບໃຫ້ໃສ່ຜ້າປິດປາກ-ດັ່ງ, ລ້າງມືໃສ່ສະບູ ຫຼື ນ້ໍາຢາຂ້າເຊື້ອ ຕາມຄໍາແນະນໍາຂອງຄະນະສະເພາະກິດ ຢ່າງເຂັ້ມງວດ, 2, ໃຫ້ພົ່ນຢາຂ້າເຊື້ອ ໃນຫ້ອງການ, ອາຄານຜະລິດ, ຫ້ອງອາຫານ, ຫໍພັກຄົນງານ ຫຼື ຈຸດອື່ນໆ ທີ່ມີຄວາມສ່ຽງ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບໂຮງງານທີ່ປິດ ແລະ ໄດ້ຮັບຜົນກະທົບຕໍ່ການປິດໂຮງງານ ໃຫ້ສັງລວມຂໍ້ມູນ ແລະ ລາຍງານ ຜົນກະທົບຕໍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ສໍາເນົາສົ່ງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມທີ່ລະບຸໄວ້ໃນຂໍ້ທີ 13 ຂອງຄໍາສັ່ງເລກທີ 06/ນຍ, ລົງວັນທີ 20 ມີນາ 2020. ມອບໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເຜີຍແຜ່, ແນະນໍາ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້. ໃນການຈັດຕັ້ງປະຕິບັດແຈ້ງການສະບັບນີ້, ກະຊວງອຸດສາຫະກໍາ ແລະ ການຄ້າ ຍີນດີຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເຫນີທີ່ສ້າງສັນຂອງທຸກພາກສ່ວນໃນສັງຄົມ ເພື່ອພິຈາລະນາ ແລະ ຄົ້ນຄວ້າມາດຕະການແກ້ໄຂ.