Monthly Archives: April, 2020

ກະທົບໜັກໂຄວິດ-19ດຶງເສດຖະກິດຈີນຕົກຕໍ່າຮອບກວ່າ4ທົດສະວັດ

ທະນຄານໂລກຄາດຄະເນວ່າ:ການຂະຫຍາຍຕົວຂອງເສດຖະກິດຈີນຈະຫຼຸດລົງສູ່ລະດັບ2,3%ໃນປີນີ້ເຊິ່ງເປັນລະດັບຕໍ່າທີ່ສຸດໃນຮອບ44ປີເນື່ອງຈາກການລະບາດໂຄວິດ-19 ແລະ ຈາກຕະຫຼາດເງິນປັ່ນປ່ວນ. ຕົວເລກຄາດຄະເນດັ່ງກ່າວຫຼຸດລົງຫຼາຍຈາກທີ່ທະນາຄານໂລກໄດ້ເຄີຍຄາດກ່ອນໜ້ານີ້ເມື່ອເດືອນ ມີນາທີ່ຜ່ານມາວ່າ:ການຂະຫຍາຍຕົວຂອງເສດຖະກິດຈີນຈະຫຼຸດລົງມາຢູ່ທີ່5,9%. ສໍານັກຂ່າວກ່ຽວໂດລາຍງານວ່າ:ເສດຖະກິດຈີນເຊິ່ງໃຫຍ່ເປັນອັນດັບ2ຂອງໂລກໃກ້ເຂົ້າສູ່ພາວະງຽບເຫງົາເນື່ອງຈາກລັດຖະບານມີຄໍາສັ່ງຫ້າມປະຊາຊົນເຄື່ອນໄຫວຕະຫຼອດຮອດຫົວໜ່ວຍທຸລະກິດຕ້ອງປິດກິດຈະການເພື່ອຄວບຄຸມການລະບາດຂອງພະຍາດໃນໄລຍະທີ່ຜ່ານມາ. ນອກຈາກນີ້,ທະນາຄານໂລກເຕືອນວ່າ:ລະບົບການເງິນທົ່ວອາຊີຕາເວັນອອກ ແລະ ປາຊີຟິກຍັງມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຈາກປັດໄຈພາຍນອກ,ພ້ອມທັງເນັ້ນຢໍ້າເຖິງຄວາມສໍາຄັນຂອງການອອກນະໂຍບາຍກ້ານຄ້າແບບເປີດກວ້າງໂດຍລະບຸວ່າຫຼາຍປະເທດໄດ້ອອກນະໂຍບາຍຄວບຄຸມການສົ່ງອອກສິນຄ້າບາງປະເພດ.

ລັດຖະບານວາງ 10 ນະໂຍບາຍ ຫຼຸດຜ່ອນ, ເລື່ອນລາຍຈ່າຍໆທັງພາກລັດ ແລະບຸກຄົນເປັນເວລາ 3 ເດືອນ

ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ລັດຖະບານ ໄດ້ປະກາດ10ນະໂຍບາຍ 9ມາດຕະການ ເພື່ຶ່ອຫຼຸດຜ່ອນຜົນກະທົບຈາກໂຄວິດ -19 ຕໍ່ເສດຖະກິດ ໂດຍໃຫ້ເລື່ອນການຊໍາລະພັນທະອາກອນ ຂອງຜູ້ປະກອບການ ບໍລິການທ່ອງທ່ຽວ, ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນ, ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ, ລວມເຖິງໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາ ໃນການຊໍາລະຄ່າໄຟຟ້າ ແລະ ນ້ໍາປະປາ. ໃນຕອນເຊົ້າວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,...

ເບິ່ງ 9 ມາດຕະການຂອງລັດຖະບານໃນການສົ່ງເສີມເສດຖະກິດ-ການຜະລິດ

ໃນຕອນເຊົ້າວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ -19, ພ້ອມດ້ວຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ,...

ສອງພາກສ່ວນຮ່ວມກັນອານາໄມຊີດຢາຂ້າເຊື້ອພະຍາດ ທົ່ວສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງ ເຊື້ອພະຍາດ ໂຄວິດ-19 ທີ່ໄດ້ແຜ່ລາມໄປທົ່ວ ທົ່ວໂລກ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ຈາກພະຍາດດັ່ງກ່າວ ເປັນຈຳນວນຫຼາຍ ແລະ ມາຮອດປັດຈຸບັນນີ້ ສປປ ລາວ ກໍມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ແລ້ວ ຈຳນວນ 10 ກໍລະນີ. ໃນຕອນບ່າຍຂອງວັນທີ 1 ເມສາ...

ນາຍົກກຳປູເຈຍ ມອບເງິນເດືອນ 7 ເດືອນ ຊ່ວຍປະເທດຕໍ່ສູ້ໂຄວິດ-19

ທ່ານສົມເດັດຮຸນ ເຊັນ ບໍລິຈາກເງິນເດືອນ 7 ເດືອນ ຈົນຮອດເດືອນກັນຍາ ນີ້ ເພື່ອສະໜັບສະໜູນພາລະກິດຂອງລັດຖະບານກຳປູເຈຍ ໃນການຕໍ່ສູ້ຕ້ານການແຜ່ລລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນປະເທດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເມື່ອວັນພະຫັດ ທີ 2 ເມສາ ວ່າ ທ່ານສົມເດັດຮຸນ ເຊັນ ນາຍົກລັດຖະມົນຕີປະເທດກຳປູເຈຍ ສົ່ງເອກະສານເຖິງກະຊວງສາທາລະນະສຸກ ແລະ ກະຊວງການເງິນ ເມື່ອວັນພະຫັດ ວ່າ ຈະມີການໂອນມອບເງິນເດືອນຂອງນາຍົກ...

ຂ່າວດີອີກຮອບ! 2ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຍອດລວມຍັງຄົງທີ່ 10ກໍລະນີ

ນັບວ່າເປັນຂ່າວດີຮອບສອງ ຫຼັງມີການລະບາດໂຄວິດ-19 ໃນລາວ, ໂດຍລາຍງານຕົວເລກຫຼ້າສຸດ ວັນທີ 2ເມສາ2020 ບໍ່ພົບຜູ້ຕິດເຊື້ອເພີ່ມ, ເຮັດໃຫ້ຍອດລວມຍັງຄົງທີ່​10ກໍລະນີ. ໃນວັນທີ 2 ເມສາ 2020 ທີ່ກະຊວງສາທະລະນະສຸກ ໄດ້ມີການຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ແລະ...

ຊາວໜຸ່ມແຈ້ງໂຈະ! ທຸກກິດຈະກຳຕະຫຼອດການຮຽນຮ່ວມກັນຕ້ານໂຄວິດ-19

ເພື່ອເພີ່ມທະວີມາດຕະການສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງພະຍາດໂດວິດ-19 ທີ່ໄດ້ແພ່ລາມໄປທົ່ວໂລກ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ນັບມື້ນັບເພີ່ມຂຶ້ນ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຈຶ່ງເຫັນດີເປັນເອກະພາບໃຫ້ ຄຊປປລ ແຕ່ລະຂັ້ນ ໂຈະການຈັດຕັ້ງພິທີໂຮມຊຸມນຸມວັນສ້າງຕັ້ງ ຄຊປປລ ຄົບຮອບ 65 ປີ. ໂດຍຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ໄດ້ອອກແຂ້ງການສະບັບເລກທີ 262/ລຂ ລົງວັນທີ 31 ມີນາ 2020...

ເກົາຫຼີເໜືອ ຢືນຢັນໃນປະເທດຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19

ເຈົ້າໜ້າທີ່ລະດັບສູງດ້ານພະຍາດລະບາດວິທະຍາຂອງເກົາຫຼີເໜືອ ຢືນຢັນວ່າບໍ່ມີຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນປະເທດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນພະຫັດ ທີ 2 ເມສາ ວ່າ ທ່ານປາກ ມະຢອງ-ຊູ ຜູ້ອຳນວຍການດ້ານພະຍາດລະບາດວິທະຍາຈາກສູນຕໍ່ຕ້ານພະຍາດລະບາດຂອງເກົາຫຼີເໜືອ ໄດ້ໃຫ້ສຳພາດພິເສດກັບສຳນັກຂ່າວເອເອັຟພີ ໂດຍ ຢືນຢັນວ່າ ຢູ່ປະເທດເກົາຫຼີເໜືອ ຍັງບໍ່ມີຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ເຊິ່ງເປັນຜົນມາຈາກການວາງມາດຕະການຄວບຄຸມພະຍາດທີ່ມີປະສິດຕິພາບ ທັງໃນດ້ານການຄົ້ນຄວ້າວິທະຍາສາດການແພດ ແລະ ມາດຕະການສາທາລະນະສຸກຂັ້ນພື້ນຖານ ຄືການກັກຕົວສຳລັບການເຝົ້າລະວັງພະຍາດ. ທັງນີ້, ມີລາຍງານວ່າ...

ໃນອາເມຣິກາ ເສຍຊີວິດ ກວ່າ 5 ພັນຄົນ ຈາກໂຄວິດ-19

ຈຳນວນຜູ້ເສຍຊີວິດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນສະຫະລັດ ອາເມຣິກາ ເພິ່ມຂຶ້ນຫຼາຍກວ່າ 5.000 ຄົນ ໂດຍໃນລັດນິວຢອກຍັງເປັນ "ພື້ນທີ່ສີແດງ" ຂອງການລະບາດຄັ້ງນີ້. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 1 ເມສາ ວ່າ ສູນຄົ້ນຄວ້າພະຍາດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຂອງມະຫາວິທະຍາໄລຈອນ ຮັອບກິນສ໌ ໄດ້ລາຍງານສະຖານະການຂອງໂຄວິດ-19 ໃນສະຫະລັດ ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 5.116 ຄົນ...

ເຮັດວຽກຢ່າງໃດໃຫ້ມີຄວາມກ້າວໜ້າ

ຊີວິດຂອງການເຮັດວຽກໃຜໆກໍຢາກມີເງິນເດືອນສູງ ແລະ ໄດ້ຮັບການຍອມຮັບຈາກຄະນະ, ຫົວໜ້າທຸກຂັ້ນ, ແຕ່ທ່ານໄດ້ສັງເກດບໍວ່າ: ບາງຄົນເຮັດວຽກຕັ້ງແຕ່ເລີ່ມເປີດບໍລິສັດ ແຕ່ກໍຍັງບໍ່ໄດ້ຮັບການຍອມຮັບຈາກເພື່ອນຮ່ວມງານ; ກົງກັນຂ້າມກັບບາງຄົນທີ່ເປັນນ້ອງໃໝ່ທີ່ຫາກໍເຂົ້າມາເຮັດວຽກບໍ່ພໍເທົ່າໃດປີ ກໍສ້າງຜົນງານໄດ້ຢ່າງເຂົ້າຕາກຳມະການຈົນໄດ້ເລື່ອນຕຳແໜ່ງ. ສໍາລັບໃຜທີ່ເຮັດງານມາຫຼາຍປີກໍຍັງບໍ່ໄດ້ເລື່ອນຕຳແໜ່ງຈັກເທື່ອລອງເອົາໄປພິຈາລະນາ ແລະ ປະຕິບັດລອງເບິ່ງ ເພື່ອຈະເກີດປະໂຫຍດອາດປ່ຽນຊີວິດຂອງທ່ານໄດ້. 1 ການເຮັດວຽກກົງຕໍ່ເວລາ: ເມື່ອໄດ້ຮັບການມອບໝາຍຈາກຫົວໜ້າບໍ່ວ່າວຽກໃດກໍແລ້ວແຕ່ ຈົ່ງພະຍາຍາມເຮັດຢ່າງເຕັມໜ້າທີ່ສຸດຄວາມສາມາດ ແລະ ໃຫ້ກົງກັບເວລາທີ່ກຳນົດ ເພາະຍຸກນີ້ແມ່ນຍຸກ 4.0 ກໍຕ້ອງໄດ້ເລັ່ງມືແຕ່ຫົວທີ ເພາະຫົວໜ້າສະໄໝນີ້ຕ້ອງການຄວາມໄວ ແລະ ຄວາມແມ່ນຢໍາຂອງວຽກ. ທັງນີ້,...
- Advertisment -
Slide
Slide

Most Read

error: Content is protected !!