ຂ່າວດີອີກຮອບ! 2ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ຍອດລວມຍັງຄົງທີ່ 10ກໍລະນີ

101

ນັບວ່າເປັນຂ່າວດີຮອບສອງ ຫຼັງມີການລະບາດໂຄວິດ-19 ໃນລາວ, ໂດຍລາຍງານຕົວເລກຫຼ້າສຸດ ວັນທີ 2ເມສາ2020 ບໍ່ພົບຜູ້ຕິດເຊື້ອເພີ່ມ, ເຮັດໃຫ້ຍອດລວມຍັງຄົງທີ່​10ກໍລະນີ.

ໃນວັນທີ 2 ເມສາ 2020 ທີ່ກະຊວງສາທະລະນະສຸກ ໄດ້ມີການຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ແລະ ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ມາຮອດວັນທີ 1 ເມສາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 61 ກໍລະນີ ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບຖືວ່າວັນທີ 2ເມສາ 2020 ບໍ່ມີກໍລະນີໃໝ່. ດັ່ງນັ້ນ ມາຮອດປັດຈຸບັນຍອດລວມຜູ້ຕິດເຊື້ອທັງໝົດໃນປະເທດລາວ ຍັງຄົງທີ່ 10 ກໍລະນີ.