ລັດຖະບານວາງ 10 ນະໂຍບາຍ ຫຼຸດຜ່ອນ, ເລື່ອນລາຍຈ່າຍໆທັງພາກລັດ ແລະບຸກຄົນເປັນເວລາ 3 ເດືອນ

174

ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ລັດຖະບານ ໄດ້ປະກາດ10ນະໂຍບາຍ 9ມາດຕະການ ເພື່ຶ່ອຫຼຸດຜ່ອນຜົນກະທົບຈາກໂຄວິດ -19 ຕໍ່ເສດຖະກິດ ໂດຍໃຫ້ເລື່ອນການຊໍາລະພັນທະອາກອນ ຂອງຜູ້ປະກອບການ ບໍລິການທ່ອງທ່ຽວ, ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນ, ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ, ລວມເຖິງໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາ ໃນການຊໍາລະຄ່າໄຟຟ້າ ແລະ ນ້ໍາປະປາ.

ໃນຕອນເຊົ້າວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,ຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ -19, ພ້ອມດ້ວຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຂ່າວກ່ຽວກັບ ນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການ ພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ ແຕ່ໃນຂ່າວນີ້ຈະສະເໜີ 10 ນະໂຍບາຍສາກ່ອນ.

ໃນ 10 ນະໂຍບາຍທີ່ປະກາດໃໝ່ມື້ນີ້ ສຳລັບການຫຼຸດ, ຜ່ອນ ແລະເລື່ອຍການຈ່າຍຊຳລະພັນທະພາສີອາກອນຕ່າງໆມີດັ່ງນີ້:

1 ໃຫ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນ ຂອງຜູ້ອອກແຮງງານທັງຫມົດທັງພາກລັດ ແລະ ເອກະຊົນ ທີ່ມີລາຍຮັບ 5 ລ້ານກີບ ລົງມາ ໃນໄລຍະເວລາ 3 ເດືອນ (ເດືອນເມສາ,ພຶດສະພາ ແລະ ມິຖຸນາ 2020)

2 ໃຫ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ ຂອງຈຸນລະວິສາຫະກິດ ຕາມທີ່ກໍານົດໄວ້ໃນມາດຕາ 29 ຂໍ້ທີ 2 ຂອງກົດຫມາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ2019 ເປັນໄລຍະເວລາ 3 ເດືອນ (ເດືອນເມສາ, ພຶດສະພາ ແລະ ມິຖຸນາ 2020)

3 ໃຫ້ຍົກເວັ້ນພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ ໃນການນໍາເຂົ້າທຸກປະເພດສິນຄ້າ ທີ່ນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ, ກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ເຊັ່ນ: ຜ້າປິດປາກ-ດັງ, ນ້ໍາຢາລ້າງມື, ເຄື່ອງອຸປະກອນການແພດ ແລະ ອື່ນໆ ທີ່ຈໍາເປັນ. ມອບໃຫ້ກະຊວງ ອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງ ສາທາລະນະສຸກ ເຮັດບັນຊີລາຍການສິນຄ້າ ທີ່ຕ້ອງການ ນໍາເຂົ້າໂດຍຍົກເວັ້ນພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ ໃຫ້ລະອຽດ, ແລ້ວສົ່ງໃຫ້ກະຊວງການເງິນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ

4 ໃຫ້ເລື່ອນການຊໍາລະພັນທະອາກອນ ຂອງຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວ ເປັນໄລຍະເວລາ 3ເດືອນ ເລີ່ມແຕ່ເດືອນເມສາ 2020 ເປັນຕົ້ນໄປ. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ກໍານົດບັນຊີປະເພດທຸລະກິດ ທີ່ຈະໄດ້ຮັບການ
ເລື່ອນຊໍາລະດັ່ງກ່າວໃຫ້ລະອຽດຕື່ມ

5 ໃຫ້ຕໍ່ເວລາການສົ່ງເອກະສານລາຍງານການເງິນ ແລະ ຜົນການເຄື່ອນໄຫວວຽກງານປະຈໍາປີ 2019 ຂອງວິສາຫະກິດ ຈາກ 31 ມີນາ 2020 ໄປເປັນ 30 ເມສາ 2020

6 ໃຫ້ຕໍ່ເວລາການຊໍາລະຄ່າທໍານຽມທາງ ຈາກວັນທີ 31 ມີນາ 2020 ມາເປັນ ວັນທີ 30 ມິຖຸນາ 2020

7 ໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາ ໃນການຊໍາລະຄ່າໄຟຟ້າ ແລະ ນ້ໍາປະປາ ຂອງຜູ້ຊົມໃຊ້ຄົວເຮືອນແລະ ພາກທຸລະກິດ

8 ເຫັນດີໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດການປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ແລະ ຫຼຸດອັດຕາສ່ວນເງິນແຮຝາກບັງຄັບຂອງທະນາຄານທຸລະກິດລົງ ຕາມຄວາມເຫມາະສົມໃນແຕ່ລະໄລຍະ

9 ເຫັນດີໃຫ້ທະນາຄານແຫ່ງ ສປປ ລາວ ກໍານົດໃຫ້ບັນດາທະນາຄານທຸລະກິດ ປະຕິບັດນະໂຍບາຍສິນເຊື່ອເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ນະໂຍບາຍເລື່ອນເວລາຊໍາລະໜີ້ຕົ້ນທຶນ ແລະ ດອກເບ້ຍ, ປັບຫຼຸດອັດຕາດອກເບ້ຍ, ສະຫນອງເງິນກູ້ບ້ວງໃຫມ່ໃຫ້ບັນດາຫົວຫນ່ວຍ ທຸລະກິດ, ການປັບໂຄງສ້າງຫນີ້, ການຈັດຊັ້ນຫນີ້ ແລະ ອື່ນໆ ຕາມທີ່ໄດ້ກໍານົດໃນຂໍ້ຕົກລົງ ສະບັບເລກທີ238/ທຫລ, ລົງວັນທີ 26 ມີນາ 2020

10 ໃຫ້ເລື່ອນເວລາການຊໍາລະພັນທະການປະກອບສ່ວນປະກັນສັງຄົມແບບບັງຄັບ ຂອງຫົວຫນ່ວຍທຸລະກິດທີ່ໄດ້ຮັບຜົນກະທົບ ເປັນໄລຍະເວລາ 3 ເດືອນ (ເດືອນເມສາ, ພຶດສະພາ ແລະ ມິຖຸນາ 2020).