ເບິ່ງ 9 ມາດຕະການຂອງລັດຖະບານໃນການສົ່ງເສີມເສດຖະກິດ-ການຜະລິດ

93

ໃນຕອນເຊົ້າວັນທີ 2 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ -19, ພ້ອມດ້ວຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຂ່າວກ່ຽວກັບນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການ ພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ ໃນນັ້ນປະກອບມີ 9ມາດຕະການ ເພື່ຶ່ອຫຼຸດຜ່ອນຜົນກະທົບຈາກໂຄວິດ -19 ຕໍ່ເສດຖະກິດຂອງປະເທດເຮົາ ດັ່ງລຸ່ມນີ້:

1 ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ
ການດັດປັບຕົວເລກການຂະຫຍາຍຕົວ GDP ແລະ ຕົວເລກຄາດຫມາຍເສດຖະກິດມະຫາພາກທີ່ສໍາຄັນ
ໃນປີ 2020 ໃຫ້ສອດຄ່ອງຕາມຕົວຈິງ ແລະ ສືບຕໍ່ຄົ້ນຄວ້າ ແລະ ຕີລາຄາຜົນກະທົບຕື່ມ ແຕ່ນີ້ຮອດກອງ ປະຊຸມສະໄຫມສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII

2 ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເພີ່ມທະວິໃນການຄຸ້ມຄອງສະຖຽນລະພາບ ເສດຖະກິດມະຫາພາກໃຫ້ຮັດກຸມ ເປັນຕົ້ນແມ່ນ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງອັດຕາແລກປ່ຽນ, ການເກັບລາຍຮັບ ແລະ ການແກ້ໄຂຫນີ້ສິນ, ຊຸກຍູ້ບັນດາໂຄງການລົງທຶນຂະຫນາດໃຫຍ່ໃຫ້ດໍາເນີນການໄປ ຕາມແຜນທີ່ວາງໄວ້ ທັງອໍານວຍຄວາມສະດວກ ເພື່ອດຶງດູດການລົງທຶນ ຂອງພາກເອກະຊົນ ໃຫ້ນັບມື້ ເພີ່ມຂຶ້ນ

3 ໃຫ້ກະຊວງການເງິນ, ບັນດາກະຊວງທີ່ມີຫົວຫນ່ວຍລາຍຮັບ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ການເກັບລາຍຮັບ ໃຫ້ໄດ້ຫຼາຍເທົ່າທີ່ມີແຫຼ່ງຈະເກັບໄດ້ ໂດຍເລັ່ງຈັດເກັບໃນທຸລະກິດທີ່ມີທ່າແຮງ ແລະ ບໍ່ຖືກຜົນກະທົບໂດຍກົງຈາກ ໂຄວິດ-19

4 ໃຫ້ກະຊວງການເງິນ, ບັນດາກະຊວງທີ່ມີຫົວຫນ່ວຍລາຍຮັບ ແລະ ອົງການປົກຄອງທ້ອງຖິ່ນ ຄຸ້ມຄອງດ້ານລາຍຈ່າຍງົບປະມານ ຢ່າງຮັດກຸມ ແລະ ບົນຈິດໃຈປະຢັດ ໂດຍໃຫ້ຫຼຸດຜ່ອນລາຍຈ່າຍບໍລິຫານປົກກະຕິ ແລະ ດັດສົມສົ່ງເສີມ ຂອງບັນດາກະຊວງ,ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ມີເງື່ອນໄຂຢ່າງຫນ້ອຍ 10% ຂອງແຜນປີ.

ພ້ອມກັນນັ້ນ ກໍ່ໃຫ້ເລືອກເຟັ້ນຫຼຸດຜ່ອນບາງລາຍຈ່າຍຕື່ມອີກ ເປັນຕົ້ນ: ລາຍຈ່າຍການຈັດກອງປະຊຸມສໍາມະນາ, ລາຍຈ່າຍຮັບແຂກຕ່າງປະເທດ, ລາຍຈ່າຍກອງທຶນຄົ້ນຄວ້າວິທະຍາສາດ, ລາຍຈ່າຍການປຸກສ້າງ, ລາຍຈ່າຍສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ-ຂອງ ຊາດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ ແລະ ລາຍຈ່າຍອື່ນໆ.

ເງິນທີ່ໄດ້ຈາກການປະຢັດນັ້ນ, ໃຫ້ເອົາມາເພີ່ມເຂົ້າບ້ວງເງິນແຮລັດຖະບານ ເພື່ອຮອງຮັບການສະກັດກັ້ນ ໂຄວິດ-19. ສໍາລັບບັນດາໂຄງການລົງທຶນ ໃຫມ່ຂອງລັດ ໃນປີ 2020 ທີ່ສະພາຮອງຮັບແລ້ວ (ສະເພາະໂຄງການກໍ່ສ້າງພື້ນຖານໂຄງລ່າງ) ແມ່ນໃຫ້ເລື່ອນໄປຈ່າຍ ໃນປີ 2021. ສືບຕໍ່ກວດກາໂຄງການລົງທຶນລັດທີ່ມີມູນຄ່າສູງເກີນຄວາມເປັນຈິງ ແລະ ບໍ່ມີປະສິດທິຜົນເພື່ອສະເຫນີໂຈະ ຫຼື ຫຼຸດມູນຄ່າລົງ

5 ໃຫ້ຮີບຮ້ອນຄົ້ນຄວ້າມາດຕະການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ໂດຍສະເພາະແມ່ນເລັ່ງການປະຕິບັດກອງທຶນສົ່ງເສີມວິສາຫະກິດຂະຫນາດນ້ອຍ-ກາງ (SME) ໃຫ້ເປັນຮູບປະທໍາໂດຍໄວ

6 ໃຫ້ຄົ້ນຄວ້າອອກບົດແນະນໍາໃນການປັບປຸງ ແລະ ສ້າງພື້ນຖານການທ່ອງທ່ຽວ ເພື່ອຮອງຮັບການທ່ອງທ່ຽວ ພາຍຫຼັງການລະບາດໂຄວິດ-19 ສາມາດຄວບຄຸມໄດ້ແລ້ວ, ໃຫ້ເລ່ງສົ່ງເສີມການທ່ອງທ່ຽວພາຍໃນຫຼາຍຂຶ້ນ ແລະ ກຽມພ້ອມສ້າງຄວາມດຶງດູດນັກທ່ອງທ່ຽວຕ່າງປະເທດໃນລະດູການທ່ອງທ່ຽວ 3 ເດືອນທ້າຍປີ 2020. ພ້ອມກັນນັ້ນ, ກໍໃຫ້ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກພາກສ່ວນທົ່ວສັງຄົມ ເຂົ້າໃຈຕໍ່ສະພາບຜົນກະທົບ ແລະ ຮ່ວມໃຈກັນແກ້ໄຂບັນຫາ

7 ໃຫ້ກະກຽມການຜະລິດ ແລະ ເຈລະຈາກັບບໍລິສັດທີ່ສັ່ງຊື້ແຮ່ທາດຈາກ ສປ ຈີນ ແລະ ປະເທດອື່ນໆ ເພື່ອກຽມພ້ອມສະຫນອງແຮ່ທາດ ໃນເວລາທີ່ປະເທດຄູ່ຄ້າ ປະກາດເລັ່ງການຜະລິດອຸດສາຫະກໍາຄືນ. ພ້ອມນັ້ນກໍລະດົມໃຫ້ບໍລິສັດ ສືບຕໍ່ມອບພັນທະຕ່າງໆ ຕໍ່ລັດຖະບານ

8 ໃຫ້ເອົາໃຈໃສ່ຕິດຕາມ, ກວດກາສຸຂະພາບ ແລະ ຄຸ້ມຄອງແຮງງານລາວ ທີ່ມາຈາກຕ່າງປະເທດ ເພື່ອໃຫ້ ເຂົາເຈົ້າໄດ້ເຂົ້າສູ່ລະບົບການກັກກັນຕົວເອງໃນໄລຍະ 14 ວັນ ແລະ ອອກໃບຢັ້ງຢືນໃຫ້ແຮງງານທີ່ຜ່ານການຕິດຕາມ ແລະ ກວດສຸຂະພາບແລ້ວ ໃຫ້ສາມາດກັບມາປະຕິບັດຫນ້າທີ່ໄດ້

9 ໃຫ້ສຸມໃສ່ຄົ້ນຄວ້າ ແລະ ປັບປຸງການດໍາເນີນທຸລະກິດ ຂອງລັດວິສາຫະກິດການບິນລາວ ເພື່ອກຽມຄວາມພ້ອມໃຫ້ແກ່ການດໍາເນີນທຸລະກິດ ພາຍຫຼັງການລະບາດຂອງພະຍາດຜ່ອນຄາຍລົງ.