Monthly Archives: April, 2020

ຂ່າວດີຕ້ອນຮັບເມສາ! ປັບລົງລາຄານໍ້າມັນທຸກຊະນິດ 300ກີບຕໍ່ລິດ

ໃນສະພາບວິກິດແບບນີ້ ເຊື່ອວ່າຂ່າວດີພຽງເລັກນ້ອຍ ອາດມີຜົນຕໍ່ສະພາບຈິດໃຈຂອງຫຼາຍຄົນ ໂດຍສະເພາະແມ່ນເລື່ອງນະໂຍບາຍຂອງພາກລັດກ່ຽວກັບການຫຼຸດລາຄາສິນຄ້າບາງປະເພດ ເປັນຕົ້ນແມ່ນນໍ້າມັນ ທີ່ມັນຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນລົງອີກເລັກນ້ອຍ. ໂດຍຫຼ້າສຸດລັດປະກາດປັບລົງລາຄານໍ້າມັນທຸກຊະນິດ 300 ກີບຕໍ່ລິດ. ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເລກທີ 0349/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 1ເມສາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ແຈ້ງປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ...

ອັດຕະປື ເຂັ້ມງວດຄວບຄຸມລາຄາສິນຄ້າພົບເຫັນການຂຶ້ນລາຄາຕາມລໍາພັງໃຈ ແຈ້ງໄດ້ທັນທີ

ໃນສະພາບທີ່ປະເທດກໍາລັງພົບວິກິດ ໂຄວິດ-19 ລະບາດ ເຮັດໃຫ້ລັດຖະບານຕ້ອງໄດ້ມີມາດຕະການທີ່ເຂັ້ມງວດຮອບດ້ານເພື່ອຄວບຄຸມການລະບາດຂອງພະຍາດດັ່ງກ່າວ ແລະ ແນ່ນອນວ່າມັນຈະກະທົບຫຼາຍດ້ານ ແຕ່ເພື່ອເປັນການປ້ອງກັນບັນຫາທີ່ອາດເກີດຕາມມາ ແລະ ໜຶ່ງໃນນັ້ນແມ່ນການຄວບຄຸມລາຄາສິນຄ້າບໍ່ໃຫ້ແມ່ຄ້າ ຫຼື ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຕາມລໍາພັງໃຈ, ຫຼ້າສຸດແຂວງອັດຕະປືໄດ້ລົງກວດກາຕໍ່ເນື່ອງເຂັ້ມງວດຄວບຄຸມລາຄາສິນຄ້າ ພ້ອມແຈ້ງຫາກໃຜພົບເຫັນການຂຶ້ນລາຄາສິນຄ່າແບບຕາມໃຈໃຫ້ໂທແຈ້ງສາຍດ່ວນທັນທີ. ທ່ານ ເພັດສະໝອນ ເເກ້ວພິມພອນ ຮອງຂະແໜງການການຄ້າພານໃນ ຊີ້ນຳວຽກງານຄຸ້ມຄອງລາຄາ ແລະ ບໍລິການ ພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ອັດຕະປື...

ຕູ້ເອທີເອັມຈຸດສ່ຽງຕິດເຊື້ອທີ່ທຸກຄົນຄວນລະວັງ

ການລະບາດຂອງພະຍາດໂຄວິດ 19 ນັບມື້ຍິ່ງເພີ່ມຂຶ້ນ ທັງໃນຕ່າງປະເທດ ລວມທັງລາວເຮົາ ເຊິ່ງປະເທດທີ່ມີການຕິດເຊື້ອກັນ ສາເຫດຫຼັກໆອາດມາຈາກການສຳຜັດສິ່ງຂອງຮ່ວມກັນ, ການໃກ້ຊິດ ທີ່ເຮັດໃຫ້ເຊື້ອຕິດຈາກຄົນໜຶ່ງໄປສູ່ຄົນໜຶ່ງ ຫຼື ຫຼາຍໆຄົນ ຕາມການລາຍຕາມສື່ຕ່າງໆຂອງຕ່າງປະເທດສາເຫດທີ່ມີການຕິດຕໍ່ກັນຫຼາຍທີ່ສຸດແມ່ນມາຈາກການກົດລິບ, ຕູ້ສາທາລະນະ, ຕູ້ເອທີເອັມ ATM ແລະ ອື່ນໆ ນັບວ່າເປັນບ່ອນທີ່ມີຜູ້ຄົນຈາກຫຼາກຫຼາຍບ່ອນມາໃຊ້, ລວມທັງຜູ້ຕິດເຊື້ອທີ່ອາດຈະຍັງບໍ່ທັນກວດພົບ ແລ້ວເຮັດໃຫ້ຕິດຕໍ່ໆກັນໄປ. ສະນັ້ນແລ້ວຕ່າງປະເທດຈຶ່ງເຫັນຄວາມສຳຄັນໃນຈຸດນີ້ ແລະມີການປ້ອງກັນຕ່າງໆ, ສີດຢາຂ້າເສື້ອ, ເອົາເຈ້ຍ ຫຼື...

ສາລະວັນ ໃຫ້ນັກຮຽນຊົມການສອນຜ່ານສື່ອອນລາຍ ໃນໄລຍະນີ້ເພື່ອຄວາມຕໍ່ເນື່ອງ

ເພື່ອເຮັດໃຫ້ ການຮຽນ-ການສອນ ມີຄວາມຕໍ່ເນື່ອງກັນ ແລະ ເປັນການຄົ້ນຄວ້າບົດຮຽນດ້ວຍຕົນເອງ ໃນຊ່ວງໂຈະການຮຽນ-ການສອນ (ນັບແຕ່ວັນທີ 19 ມີນາ ຫາ 21 ເມສາ 2020)  ທັງເປັນການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19, ທາງແຂວງສາລະວັນ ຈຶ່ງໄດ້ແຈ້ງໃຫ້ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງຕິດຕາມ ແລະ ເຂົ້າຊົມ-ຟັງການສອນຜ່ານທາງລາຍການໂທລະພາບ, ວິທະຍຸ ແລະ ສື່ອອນລາຍ...

ຫຼວງພະບາງແຈ້ງ! ປີດບໍລິການທຸກສະຖານ​ທີ່ທ່ອງທ່ຽວ

ຫຼວງພະບາງເປັນແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ໜ່າສົນໃຈ, ທັງໃນເມືອງ ແລະ ເຂດນອກທີ່ຍັງຄົງຄວາມເປັນເອກະລັກຂອງວັດທະນະທຳ ແລະທຳມະຊາດ ໃຜໆຕ່າງກໍຢາກໄປສຳຜັດບັນຍາກາດ, ວິຖີຊີວິດທັງພາຍໃນ ແລະ ຕ່າງປະເທດ. ແນວໃດກໍ່ຕາມ ແຂວງປາຍທາງແຫ່ງການທ່ອງທ່ຽວຂອງລາວຢ່າງຫຼວງພະບາງຕ້ອງໄດ້ ປະກາດປິດການໃຫ້ບໍລິການສະຖານທີ່ທ່ອງທ່ຽວທັງໝົດໃນໄລຍະນີ້ ເນື່ອງຈາກປັດຈຸບັນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ ຫຼື ພະຍາດອັກເສບປອດຢູ່ປະເທດເຮົາມີຜູ້ຕິດເຊື້ອແລ້ວເຖິງ 9 ກໍລະນີ ໃນນັ້ນຢູ່ຫຼວງພະບາງ 3 ຄົນ, ດັ່ງນັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ມີການແຜ່ລະບາດຄົນສູ່ຄົນເພີ່ມໄປອີກ ທາງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ...

ໜ້າຫ່ວງ! ຄ່າວັດແທກຝຸ່ນ (PM 2,5) ໃນ ນວ ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ

ຈາກສະພາບການລະບາດ ຂອງພະຍາດໂຄວິດ-19 ໃນລາວທີ່ເຮັດໃຫ້ປະຊາຊົນຕ້ອງໄດ້ເຝົ້າລະວັງຢ່າງເຂັ້ມງວດ ແຕ່ໃນຂະນະດຽວກັນ ສະພາບອາກາດກໍ່ຕ້ອງໄດ້ລະມັດລະວັງເຊັ່ນກັນ ທັງນີ້ກໍ່ເພື່ອຮັກສາສຸຂະພາບຂອງຕົນເອງ. ແຕ່ສິ່ງທີ່ໜ້າຫ່ວງຄືຄ່າວັດແທກໃນມື້ນີ້ວັນທີ 1 ເມສາ 2020 ຢູ່ທັງ 5ສະຖານີ ລ້ວນເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດລະບຸໄວ້. ລາຍງານສະພາບຜົນການວັດແທກຝຸ່ນລະອອງຂະໜາດນ້ອຍກວ່າ 2,5 ໄມຄຣອນ (PM 2,5) ປະຈໍາ ວັນທີ 1 ເມສາ 2020 ຈາກຂໍ້ມູນ 5...

ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ມີຜົນສຳເລັດຫຼາຍດ້ານ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ເປັນພະແນກການໜຶ່ງທີ່ສໍາຄັນໃນການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ ເຊິ່ງຕະຫຼອດໄລຍະຜ່ານມາ ພາຍໃນການຊີ້ນຳ - ນຳພາຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ, ເວົ້າສະເພາະ ກໍຄືການຊີ້ນຳຂອງຄະນະພັກ, ຄະນະກະຊວງ, ການນຳພັກແຂວງ ແລະ ຄະນະພັກຄະນະພະແນກ ຈຶ່ງເຮັດໃຫ້ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການປູກຝັງ, ລ້ຽງສັດ, ການປົກປັກຮັກສາປ່າໄມ້ ແລະ...

ແຮງງານທີ່ກັບມາຈາກຕ່າງປະເທດ ຍັງມີສຸຂະພາບແຂງແຮງດີ

ແຮງງານລາວທີ່ກັບຄືນມາຈາກຕ່າງປະເທດ ເຊິ່ງມີການກັກບໍລິເວນ 14 ວັນ ຕາມສະຖານທີ່ຈັດກຽມໄວ້ນັ້ນຍັງມີສຸຂະພາບແຂງແຮງດີຢູ່ ແລະ ຍັງສືບຕໍ່ປະຕິບັດການແຍກປ່ຽວຢ່າງເປັນປົກກະຕິ. ນອກນັ້ນ, ໄດ້ມີແຮງງານຈຳນວນໜຶ່ງເປັນໄຂ້ຫວັດທົ່ວໄປ ແລະ ເຂົ້າຄ່າຍກໍລະນີສົງໄສ, ແຕ່ຜົນກວດອອກມາເປັນລົບ. ທ່ານ ດຣ. ພາສຸກ ຄຳມະນີທອງ ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ - 19 ແຂວງຄໍາມ່ວນ ໃຫ້ສໍາພາດວ່າ: ຕັ້ງແຕ່ວັນທີ...

ນວ ຫຼາຍເຂດມີຝຸ່ນລະອອງ PM 2.5 ເກີນຄ່າມາດຕະຖານ

ນະຄອນຫຼວງວຽງຈັນ ( ນວ ) ມີຝຸ່ນລະອອງ PM 2.5 ເກີນຄ່າມາດຕະຖານທີ່ສິ່ງແວດລ້ອມແຫ່ງຊາດກຳນົດຢູ່ຫຼາຍເຂດ, ຫຼາຍສຸດຢູ່ເຂດອຸດສາຫະກຳຫຼັກ 21 ແທກໄດ້ 180.6 g/m3. ອີງຕາມລາຍງານສະພາບຜົນການວັດແທກຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ ( PM 2.5 ) ປະຈໍາວັນທີ 31 ມີນາ 2020 ຈາກຂໍ້ມູນ...
- Advertisment -
Slide
Slide

Most Read

error: Content is protected !!