ຜົ້ງສາລີ ຕິດຕາມໃກ້ຊິດການສະໜອງສິນຄ້າອຸປະໂພກ-ບໍລິໂພກ

242

ໃນວັນທີ 31 ມີນາ ແລະ ວັນທີ 1 ເມສາ 2020 ຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກອງເລຂາ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເພື່ອຕິດຕາມ, ຄຸ້ມຄອງການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ສະບຽງອາຫານ ຢູ່ພາຍໃນແຂວງຜົ້ງສາລີ, ໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ.

ໂດຍໄດ້ມີການແຕ່ງຕັ້ງທີມງານຂອງພະແນກລົງຕິດຕາມສະພາບການຊື້-ຂາຍສິນຄ້າຢູ່ຕະຫຼາດເທດສະບານແຂວງຜົ້ງສາລີ ແລະ ຕະຫຼາດເທດສະບານແຂວງໃໝ່ທີ່ເມືອງບຸນເໜືອ ເປັນຕົ້ນ: ຊື້ຊີ້ນ, ປາ, ເຂົ້າ, ຜ້າອັດປາກ-ອັດດັງ ແລະ ສິນຄ້າອື່ນໆ ເປັນແຕ່ລະວັນ ເພື່ອລາຍງານສະພາບການໃຫ້ກະຊວງ ອຸດສາຫະກຳ ແລະການຄ້າເປັນແຕ່ລະວັນປະຈໍາປົກກະຕິ.

ທັງນີ້ກໍເພື່ອກັນການສວຍໂອກາດຂຶ້ນລາຄາຂອງແມ່ຄ້າຊາວຂາຍໃນຊ່ວງວິກິດ ໃຫ້ປະຊາຊົນໄດ້ອຸ່ນໃຈວ່າຈະໄດ້ຮັບສິນຄ້າທີ່ດີ ແລະ ລາຄາຖືກຕ້ອງບໍ່ເອົາປຽບກັນ.