ປີ້ງໝູໝັກຫົວສີໃຄ

181

ມື້ນີ້ຂໍເປັນອາຫານປະເພດປີ້ງແຕ່ເອືອບດ້ວຍສະໝຸນໄພພື້ນບ້ານກິນແລ້ວໄດ້ປະໂຫຍດຕໍ່ສຸຂະພາບ ເປັນຕົ້ນແມ່ນຫົວສີໃຄ ເພາະຊ່ວຍຂັບລົມໃນກະເພາະອາຫານ ແລະ ແກ້ອາການທ້ອງອືດໄດ້ນໍາ.

ໂດຍມື້ນີ້ຈະນໍາມາເອືອບໃສ່ຊີ້ນໝູຮັບຮອງວ່າຫອມຊວນຢາກກິນແນ່ນອນ.

ສ່ວນປະສົມ:

1 ຊີ້ນໝູຊອຍເປັນຕ່ອນພໍປະມານ 500 ກຣາມ.

2 ຫົວສີໃຄສັບລະອຽດ 1 ຖ້ວຍນ້ອຍ.

3 ຮາກຜັກຫອມປ້ອມ 5 ຮາກ.

4 ພິກໄທເມັດ 1 ບ່ວງກາເຟ.

5 ກະທຽມລາວ 2 ຫົວໃຫຍ່.

6 ນ້ຳຕານ 1/2 ບ່ວງກາເຟ.

7 ນ້ຳມັນຫອຍ 1 ບ່ວງແກງ.

8 ນ້ຳສະອິວ 1/2 ບ່ວງແກງ.

9 ເກືອເລັກໜ້ອຍ.

ວິທີປຸງແຕ່ງ:

1 ເອົາຫົວສີໃຄໃສ່ຄົກພ້ອມກັບຮາກຫອມປ້ອມ, ພິກໄທ ແລະ ກະທຽມແລ້ວຕຳໃຫ້ລະອຽດເຂົ້າກັນດີ. ຈາກນັ້ນ, ເອົາໃສ່ຊາມທີ່ຊອຍໝູໄວ້ຮຽບຮ້ອຍພ້ອມປຸງລົດຊາດດ້ວຍນ້ຳຕານ, ນ້ຳສະອິວ, ເກືອ ແລະ ນ້ຳມັນຫອຍຄົນໃຫ້ທຸກຢ່າງເຂົ້າກັນດີແລ້ວໝັກໄວ້ປະມານ 1 ຊົ່ວໂມງ.

2 ຫຼັງຈາກນັ້ນ, ປີ້ງໃສ່ເຫຼັກປີ້ງ ຫຼື ມັກສຽບເປັນໄມ້ກໍໄດ້ຕາມໃຈມັກ ພໍສຸກກໍຊອຍຈັດໃສ່ຈານເສີບພ້ອມກັບແຈ່ວສົ້ມ ຫຼື ແຈ່ວປີ້ງຕ່າງໆ ແລະ ຍັງສາມາດນຳມາພັນກັບຜັກຕ່າງໆ ຫຼື ເຂົ້າປຸ້ນຮ່ວມນຳກໍແຊບເຊັ່ນກັນ.

[ ຂໍ້ມູນຈາກ: health.mthai.com;

ຮຽບຮຽງ: ນຸ້ມນິ້ມ ]