ຫົວເຫວີຍ ປະກາດຜົນປະກອບການປະຈຳປີ 2019

116

ຜົນການດຳເນີນທຸລະກິດຍັງແຂງແກ່ນ ແລະ ປະກາດພ້ອມມຸ່ງໝັ້ນສ້າງຄຸນຄ່າໃຫ້ລູກຄ້າ ແລະ ສັງຄົມ.

ວັນທີ 31 ມີນາ 2020 ທີ່ນະຄອນເຊີນເຈີ້ນ ປະເທດຈີນ, ຫົວເຫວີຍ ເຜີຍແພ່ບົດລາຍງານປະຈຳປີ 2019 ເຊິ່ງມີລາຍລະອຽດກ່ຽວກັບຜົນງານດ້ານທຸລະກິດທີ່ແຂງແກ່ນ. ໂດຍມີລາຍຮັບຈາກຍອດຂາຍທົ່ວໂລກຂອງບໍລິສັດໃນປີ 2019 ຢູ່ທີ່ 858,8 ຕື້ຢວນ ເພີ່ມຂຶ້ນ 19,1% ເມື່ອທຽບໃສ່ປີກ່ອນ, ກໍາໄລສຸດທິຢູ່ທີ່ 62,7ຕື້ຢວນ ແລະ ກະແສເງິນສົດຈາກການດຳເນີນທຸລະກິດມີມູນຄ່າສູງເຖິງ 91,4ຕື້ຢວນ ເພີ່ມຂຶ້ນ 22,4% ເມື່ອທຽບໃສ່ລາຍປີ. ໃນຖານະທີ່ເປັນສ່ວນໜຶ່ງຂອງແຜນການລົງທຶນໃນດ້ານປະດິດສ້າງ ແລະ ຄົ້ນຄວ້າເທັກໂນໂລຢີຢ່າງຕໍ່ເນື່ອງໃນໄລຍະຍາວ ຫົວເຫວີຍ ໃຊ້ເງິນລົງທຶນໃນປີ 2019 ຈຳນວນ 131,7ຕື້ຢວນ ຫຼື ຄິດເປັນ 15,3% ຂອງລາຍໄດ້ປີ 2019, ການລົງທຶນໃນການຄົ້ນຄວ້າ ແລະ ພັດທະນາ ໃນໄລຍະ 10 ປີທີ່ຜ່ານມາແມ່ນຫຼາຍກວ່າ 600ຕື້ຢວນ.

ທ່ານ ອີຣິກ ຊູ (Eric Xu) ປະທານໝູນວຽນຂອງ ຫົວເຫວີຍ ໄດ້ກ່າວວ່າ: “2019 ເປັນປີທີ່ບໍ່ທໍາມະດາສຳລັບ ຫົວເຫວີຍ ພາຍໃຕ້ບັນດາສິ່ງທ້າທາຍພາຍນອກທີ່ຮ້າຍແຮງ, ພະນັກງານ ຫົວເຫວີຍ ທຸກຄົນມີຄວາມສາມັກຄີ ແລະ ສຸມໃສ່ການສ້າງຄຸນຄ່າໃຫ້ກັບລູກຄ້າ ຈົນໄດ້ຮັບຄວາມເຄົາລົບນັບຖື ແລະ ໄວ້ເນື້ອເຊື່ອໃຈ ໃນການດຳເນີນທຸລະກິດຢ່າງຮອບດ້ານ.”

ໃນປີ 2019 ທຸລະກິດໂທລະຄົມມະນາຄົມຂອງ ຫົວເຫວີຍ ເປັນຜູ້ນໍາໃນການຕິດຕັ້ງເຄືອຂ່າຍ 5G ໃນຮູບແບບການຄ້າ ແລະ ເພື່ອໃຫ້ເກີດການແຜ່ຂະຫຍາຍຢ່າງກວ້າງຂວາງຂອງການໃຊ້ງານໃນຮູບແບບການຄ້າ ແລະ ສົ່ງເສີມສິ່ງປະດິດສ້າງໃໝ່ໆ ຈາກການໃຊ້ 5G ບໍລິສັດໄດ້ກໍ່ຕັ້ງສູນປະດິດສ້າງຄວາມຮ່ວມມືດ້ານ 5G ຮ່ວມກັບຜູ້ປະກອບການດ້ານໂທລະຄົມມະນາຄົມທົ່ວໂລກ.

ສະຖານີຖານ RuralStar ຂອງ ຫົວເຫວີຍ ສາມາດແກ້ໄຂປັນຫາການຄວບຄຸມຂອງສັນຍານໃນພື້ນທີ່ຫ່າງໄກໄດ້ຢ່າງມີປະສິດຕິພາບ ແລະ ມີການໃຊ້ງານຫຼາຍກວ່າ 50 ປະເທດ, ຊ່ວຍໃຫ້ປະຊາຊົນໃນເຂດທຸລະກັນດານຫຼາຍກວ່າ 40ລ້ານຄົນ ໄດ້ເຂົ້າເຖິງອິນເຕີເນັດຈາກໂທລະສັບມືຖື. ໃນປີ 2019 ລາຍໄດ້ຈາກການຂາຍໃນກຸ່ມທຸລະກິດໂທລະຄົມມະນາຄົມຂອງ ຫົວເຫວີຍ ເພີ່ມຂຶ້ນສູງເຖິງ 296,7 ຕື້ຢວນ ຫຼື ເທົ່າກັບ 3,8% ຈາກປີທີ່ຜ່ານມາ.

ທຸລະກິດວິສາຫະກິດຂອງ ຫົວເຫວີຍ ຍັງຄົງສະໜັບສະໜູນການປ່ຽນແປງດ້ານດິຈິຕອນຂອງລູກຄ້າໃນອຸດສາຫະກຳຕ່າງໆ ໄປພ້ອມກັບການຊ່ວຍວາງຮາກຖານສຳລັບໂລກດິຈິຕອນ, ທົ່ວໂລກມີເມືອງຫຼາຍກວ່າ 700ແຫ່ງ ແລະ ບໍລິສັດເອກກະຊົນຂະໜາດໃຫຍ່ຊັ້ນນຳ 288 ບໍລິສັດ ໃນທຳນຽບ Fortune Global 500 ໄດ້ເລືອກ ຫົວເຫວີຍ ເປັນພັນທະມິດໃນການປ່ຽນແປງດ້ານດິຈິຕອນຂອງອົງກອນໃນປີ 2019 ຫົວເຫວີຍ ໄດ້ປະກາດກົນລະຍຸດການຄິດໄລ່ ດ້ວຍວັດຖຸປະສົງເພື່ອກຽມໜ້າດິນສຳລັບການປູກເມັດພືດແຫ່ງໂລກອັດສະລິຍະໃຫ້ເຕີບໂຕ. ພາຍໃຕ້ກົນລະຍຸດດັ່ງກ່າວ ບໍລິສັດໄດ້ເປີດໂຕ Ascend 910 ທີ່ເປັນຜູ້ປະມວນຜົນ AI ທີ່ໄວທີ່ສຸດໃນໂລກ ແລະ ກຸ່ມໜ່ວຍງານສໍາລັບການຝຶກຊ້ອມ AI ທີ່ມີຊື່ວ່າ Atlas 900. ໃນປີ 2019 ລາຍໄດ້ຍອດຂາຍຂອງກຸ່ມທຸລະກິດວິສາຫະກິດຂອງ ຫົວເຫວີຍ ຢູ່ທີ່ 89,7ຕື້ຢວນ ເພີ່ມຂຶ້ນຈາກປີກ່ອນ 8,6%.

ດ້ານທຸລະກິດຜູ້ບໍລິໂພກ ຫົວເຫວີຍ ຍັງຄົງເຫັນການເຕີບໂຕຢ່າງເຂັ້ມແຂງ ດ້ວຍຍອດສົ່ງມອບໂທລະສັບ 240ລ້ານເຄື່ອງຕະຫຼອດປີ ບໍລິສັດໄດ້ລາຍງານຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງການພັດທະນາ Eco System ຊີວິດ AI ແບບບໍ່ມີຮອຍຕໍ່ (Seamless AI Life) ທີ່ຄວບຄຸມທຸກສະຖານະການການໃຊ້ງານ ແລະ ອຸປະກອນ ລວມທັງຄອມພິວເຕີສ່ວນບຸກຄົນ, ແທັບເລັດ, ອຸປະກອນສວມໃສ່ ແລະ ໜ້າຈໍທີ່ຊານສະຫຼາດ. ໃນປີ 2019 ລາຍໄດ້ຍອດຂາຍຈາກທຸລະກິດຜູ້ບໍລິໂພກເພີ່ມຂຶ້ນສູງເຖິງ 467,3 ຕື້ຢວນ ເພີ່ມຂຶ້ນຈາກປີກ່ອນ 34%.

“ໃນອານາຄົດ ປັດໃຈພາຍນອກຈະມີຄວາມຊັບຊ້ອນຫຼາຍຂຶ້ນໄປອີກ” ທ່ານ ອີຣິກ ຊູ ໄດ້ກ່າວໄວ້ “ເຮົາຕ້ອງພັດທະນາຄວາມໄດ້ປຽບຂອງຜະລິດຕະພັນ ແລະ ບໍລິການຂອງເຮົາໃຫ້ລຳ້ໄປຂ້າງໜ້າ ສົ່ງເສີມສິ່ງປະດິດສ້າງແບບເປີດກວ້າງ ແລະ ສ້າງຄຸນຄ່າໃຫ້ລູກຄ້າ ແລະ ສັງຄົມໂດຍລວມຂອງເຮົາໃຫ້ຫຼາຍຍິ່ງຂຶ້ນ ນີ້ເປັນເຫດຜົນດຽວທີ່ເຮົາຈະສວຍໂອກາດແຫ່ງປະຫວັດສາດຄັ້ງນີ້ ອັນເກີດຂຶ້ນຈາກການຫັນປ່ຽນສູ່ດິຈິຕອນ ແລະ ຄວາມເປັນອັດສະລິຍະຕ່າງໆ ແລະ ຮັກສາການເຕີບໂຕອັນແຂງແກ່ນນີ້ໄວ້ໃນໄລຍະຍາວ