ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ລົງຕິດຕາມການຄ້າ-ຂາຍຢູ່ທ້ອງຕະຫຼາດ

235

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ພ້ອມດ້ວຍການນໍາພະແນກ,​ ການນໍາຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງພະແນກ,​ ການນໍາຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນປາກເຊ ຮ່ວມກັບການນຳບໍລິສັດ ບໍລິການ ການຄ້າປາກເຊ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ຜູ້ປະກອບການຄ້າຂາຍສິນຄ້າອຸປະໂພກ-ບໍລິໂພກ ໂດຍສະເພາະແມ່ນເຂົ້າສານ,​ ຊີ້ນ,​ ປາ,​ ອາຫານແຫ້ງ ແລະ ຜ້າອັດປາກ ຢູ່ຕະຫຼາດໃໝ່ປາກເຊ ໃຫ້ປະຕິບັດຕາມຄໍາສັ່ງຂອງຄະນະພັກ-ຂັ້ນເທິງ ເວົ້າລວມ,​ ເວົ້າສະເພາະແມ່ນຄໍາສັ່ງຂອງກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຄືຄໍາສັ່ງຂອງຄະນະພັກ-ອົງການປົກຄອງແຂວງ ກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.


ທ່ານ ບຸນຍະເດດ ທອງສະຫວັນ ກ່າວຕື່ມວ່າ: ຂໍໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ປະກອບອາຊີບຄ້າຂາຍ ຮັບຮູ້ເຂົ້າໃຈ​ວ່າ ການປິດດ່ານສາກົນວັງເຕົ່າ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ 19 ແມ່ນປິດບໍ່ໃຫ້ຄົນເຂົ້າ-ອອກເມືອງ ແຕ່ບໍ່ໄດ້ປິດທຸກຢ່າງ ເພາະການນໍາເຂົ້າ ແລະ ສົ່ງອອກ ສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນ ແມ່ນຍັງສືບຕໍ່ໃຫ້ມີການນຳເຂົ້າ ຄືດັ່ງທີ່ຜ່ານມາ.​

ດັ່ງນັ້ນ ຂໍໃຫ້ຜູ້ປະກອບການດ້ານການຄ້າຂາຍ ຢ່າສວຍໂອກາດຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກຕ່າງໆ.​ ສ່ວນພໍ່ແມ່ປະຊາຊົນ ກໍບໍ່ໃຫ້ສັບສົນ ຫຼື ກະວົນກະວາຍ ຫຼາຍເກີນເຫດ ເພາະຍາມໃດ ພັກ ແລະ ລັດຖະບານ ກໍ່ຄືຄະນະພັກ-ອົງການປົກຄອງແຂວງ ກໍ່ມີຄວາມເປັນຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເຮັດທຸກຢ່າງ ເພື່ອໃຫ້ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.


ພ້ອມນີ້,​ ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ແນະນໍາໃຫ້ຜູ້ຄ້າຂາຍເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຕິດປ້າຍລາຄາສິນຄ້າຂອງຕົນ.​ ຈາກນັ້ນ ກໍ່ໄດ້ສ້າງບົດບັນທຶກກັບຜູ້ຮ້ານຂາຍຢາ ໃຫ້ຂາຍຜ້າອັດປາກ ທີ່ເປັນຜະລິດຕະພັນນຳເຂົ້າຂອງບໍລິສັດ ຊີບີເອຟ ຟາຣມາ ຈຳກັດ ໃນລາຄາ 140.000 ກີບ/ກັບ,​ ຖ້າບຸກຄົນ ຫຼື​ຮ້ານໃດ ຜ່າຝືນ​ ເວລາເຈົ້າໜ້າທີ່ກວດເຫັນ ຈະມີການດໍາເນີນຕາມມາດຕະການທີ່ກໍານົດອອກ.


ຖ້າທ່ານພົບເຫັນຜູ້ສວຍໂອກາດຂຶ້ນລາຄາສິນຄ້າ ກະລຸນາໂທແຈ້ງສາຍດ່ວນການຄ້າ ໄດ້ຕະຫຼອດເວລາທີ່ໝາຍເລກໂທລະສັບ 031 1510

ທີ່ມາ:Phommasoukha Thounthongchay