ເທຄວັນໂດ ເບຍລາວ ໂອເພັນ ເລື່ອນໄປຈັດໃນເດືອນກໍລະກົດນີ້

115

ການແຂ່ງຂັນກີລາເທຄວັນໂດ ລາຍການລະດັບຊາດກໍຄື ລາຍການ ເບຍລາວ ໂອເພັນ ຕາມປົກກະຕິກໍານົດຈັດໃນເດືອນກຸມພາ 2020 ແຕ່ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນອອກໄປຈັດໃນເດືອນກໍລະກົດ 2020, ສ່ວນອີກລາຍການ ເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ແມ່ນກໍານົດຈັດທ້າຍປີ 2020.

ຕາມການລາຍງານຂອງ ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ໃນເມື່ອບໍ່ດົນນີ້ວ່າ: ໃນເບື້ອງຕົ້ນ ສະຫະພັນເທຄວັນໂດແຫ່ງຊາດລາວ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວແຂ່ງຂັນເພືຶ່ອພັດທະນາທັບນັກກີລາເທຄວັນໂດທັງຮຸ່ນສືບທອດ ແລະ ທົ່ວໄປ ປະຈຳປີ 2020 ເພື່ອເປັນການສະສົມຄະແນນໃຫ້ນັກກີລາ ສາມາດສ້າງເງື່ອນໄຂໃຫ້ແກ່ຕົນເອງເຂົ້າຮ່ວມຄັດເລືອກນັກກີລາທີ່ມີພອນສະຫວັນດີເດັ່ນກ້າວຂຶ້ນໄປທົດແທນນັກກີລາທີມຊາດໃນອະນາຄົດ ໂດຍສະເພາະຈະຈັດການແຂ່ງຂັນລາຍການ ເບຍລາວ ໂອເພັນ ໃນເດືອນກຸມພາ 2020, ແຕ່ກໍມີສະພາບທີ່ບໍ່ດີ ທີ່ສັງຄົມໃນທົ່ວໂລກ ກໍຄື ພໍ່ແມ່ປະຊາຊົນຊາວລາວ ກໍລັງວິຕົກກັບບັນຫາ ໂຄວິດ-19 ທີ່ແຜ່ລະບາດຢ່າງໜັກໜ່ວງໃນທົ່ວໂລກ ສະນັ້ນ ຈຶ່ງຈຳເປັນຕ້ອງເລື່ອນການແຂ່ງຂັນອອກໄປຈັດໃນເດືອນກໍລະກົດ 2020. ນອກຈາກການແຂ່ງຂັນລາຍການດັ່ງກ່າວແລ້ວ ໃນທ້າຍປີ 2020 ກໍຍັງຈະສືບຕໍ່ຈັດການແຂ່ງຂັນເທຄວັນໂດ ທົ່ວປະເທດ ຊີງຂັນທ່ານເອັກອັກຄະລັດຖະທູດ ປະຈຳປີນີ້ອີກດ້ວຍ.

ທ່ານ ຈັນທະວົງ ປັນຍາສິລິ ກ່າວຕື່ມອີກວ່າ: ການແຂ່ງຂັນເທຄວັນໂດ 2 ລາຍການໃຫຍ່ ລະດັບຊາດ ໃນຄັ້ງນີ້ ຄາດວ່າຈະມີນັກກີລາທັງພາຍໃນຊາດ ແລະ ນັກກີລາຕ່າງຊາດສົ່ງເຂົ້າຮ່ວມແຂ່ງຂັນຢ່າງຫຼວງຫຼາຍ ໂດຍສະເພາະນັກກີລາຈາກປະເທດເພື່ອນບ້ານ ໄທ ກໍໄດ້ສົ່ງເຂົ້າຮ່ວມທຸກໆປີ ເຊິ່ງປີນີ້ ເປັນປີທີ່ພິເສດ ທີ່ພວກເຮົາໄດ້ມີລາຍການ ເບຍລາວ ໂອເພັນ ຄັ້ງທີ 1 ສະນັ້ນ ເຊື່ອວ່ານອກຈາກໄທແລ້ວ ກໍຍັງຈະມີອີກຫຼາຍໆຊາດສົ່ງເຂົ້າຮ່ວມ ຄາດວ່າ ການແຂ່ງຂັນທັງລາຍການ ເບຍລາວ ໂອເພັນ ແລະ ຊີງຂັນທ່ານເອກອັກຄະລັດຖະທູກ ສ ເກົາຫຼີ ປະຈຳສປປ ລາວ ຈະມີການຊີງໄຊກັນເຖິງ 120 ກວ່າລາຍການ ຈາກປະເພດຕໍສູ້ປ້ອງກັນຕົວ ແລະ ປະເພດຟ້ອນປຸ້ມເຊ້ ທັງຮຸ່ນອານຸຊົນ, ເຍົາວະຊົນ ແລະ ທົ່ວໄປ, ໃນນັ້ນ ຈະມີທັງປະເພດຕໍ່ສູ້ປ້ອງກັນຕົວ ແລະ ປະເພດຟ້ອນປຸ້ມເຊ້.
ນອກຈາກນີ້, ກໍຍັງຈະສືບຕໍ່ຝືກຊ້ອມນັກກີລາທີມຊາດ ໃນແຕ່ລະຮຸ່ນຢ່າງເປັນປົກກະຕິ ແລະ ກຽມເປັນເຈົ້າການຈັດການແຂ່ງຂັນ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.