ປະໂຫຍດດີໆທີ່ໄດ້ຈາກຖົ່ວວໍນັດ ( Walnut ) ທີ່ຊ່ວຍໃນເລື່ອງຫຼຸດຄໍເລສເຕີຣອລ

75

ອາຫານທີ່ຊ່ວຍຫຼຸດຄໍເລສເຕີຣອລແມ່ນມີຫຼາກຫຼາຍຊະນິດໃຫ້ເລືອກກິນ ເຊິ່ງຄໍເລສເຕີຣອລເປັນສິ່ງທີ່ຮ່າງກາຍບໍ່ຄວນມີສະສົມໄວ້ເປັນຈຳນວນຫຼາຍ ແລະ ສາເຫດຫຼັກກໍມາຈາກພຶດຕິກຳການກິນອາຫານຕາມໃຈປາກ ເມື່ອຄໍເລສເຕີຣອລເຂົ້າສູ່ຮ່າງກາຍສູງເກີນຄວາມຈຳເປັນອາດສົ່ງຜົນອັນຕະລາຍຕໍ່ສຸຂະພາບໄດ້ ແລະ ວິທີງ່າຍໆຄືການກິນຖົ່ວວໍນັດເປັນປະຈຳກໍສາມາດຊ່ວຍຫຼຸດຄໍເລສເຕີຣອລ ແຖມຍັງມີປະໂຫຍດອື່ນໆຕໍ່ຮ່າງກາຍອີກດ້ວຍ.

1 ຊ່ວຍຫຼຸດຄໍເລສເຕີຣອລໃນຮ່າງກາຍ.

2 ຊ່ວຍຫຼຸດຄວາມສ່ຽງການເກີດພະຍາດຫົວໃຈ.

3 ຊ່ວຍຫຼຸດນ້ຳໜັກ.

4 ຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດຕຸ້ຍລົງພຸງ.

5 ຊ່ວຍປ້ອງກັນພະຍາດເບົາຫວານ.

6 ຊ່ວຍປ້ອງກັນຄວາມຈຳເສື່ອມ.

7 ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດພະຍາດມະເຮັງເຕົ້ານົມ.

8 ຊ່ວຍຫຼຸດຄວາມຄຽດ.

9 ຊ່ວຍແກ້ບັນຫາອາການນອນບໍ່ຫຼັບ.

ກໍລະນີທີ່ບໍ່ກິນຫົວກະທຽມກໍສາມາດກິນຖົ່ວວໍນັດແທນໄດ້ເພື່ອຊ່ວຍຫຼຸດຄໍເລສເຕີຣອລໄດ້ ແຕ່ຄວນກິນໃນປະລິມານທີ່ພໍເໝາະເຊັ່ນກັນ ແລະ ພະຍາຍາມໝັ່ນອອກກຳລັງກາຍຮ່ວມນຳເພື່ອສຸຂະພາບທີ່ດີຂອງຕົວທ່ານເອງ.

[ ຂໍ້ມູນຈາກ: life.com;

ຮຽບຮຽງ: ນຸ້ມນິ້ມ ]