ລະວັງຕົກເປັນເຄື່ອງມືຂອງກຸ່ມຄົນບໍ່ຫວັງດີ ຄວາມຈິງບໍ່ທັນມີທະນະບັດໃບ 500.000 ກີບ

144

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ສະບັບເລກທີ ເລກທີ 72/ຫກ ນະຄອນຫຼວງວຽງຈັນ, ລົງວັນທີ 01 ເມສາ 2020 ບໍ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດຫຼົງເຊື່ອທະນະບັດໃບ 500.000 ກີບ ເນື່ອງຈາກບໍ່ມີມູນຄວາມຈິງ, ເປັນຂ່າວປອມເທົ່ານັ້ນ.

ໃນແຈ້ງການລະບຸວ່າ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີຈໍານວນຫນຶ່ງ ສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ, ໂດຍສະເພາະໃນສັງຄົມອອນລາຍ (Facebook) ແລະ ອື່ນໆ ດ້ວຍການນໍາເອົາທະນະບັດປະເພດໃບ 100.000 ກີບ ທີ່ນໍາໃຊ້ໃນຂອດຈໍລະຈອນປັດຈຸບັນມາຕັດຕໍ່ເຮັດເປັນທະນະບັດປະເພດໃບ 500.000 ກີບ.

ຄືໄດ້ນໍາເອົາຮູບພາບປະທານ ສຸພານຸວົງ ແລະ ດັດແປງຕົວເລກມູນຄ່າ 100.000 ກີບ ເປັນຕົວເລກມູນຄ່າ 500.000 ກີບ ໃສ່ໃນໃບທະນະບັດດັ່ງກ່າວ, ສ້າງຂ່າວທີ່ບໍ່ມີມູນຄວາມຈິງໃນສັງຄົມອອນລາຍວ່າ ຈະມີການອອກນໍາໃຊ້.

ຕໍ່ກັບບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຈຶ່ງຢັ້ງຢືນວ່າ: ບໍ່ມີມູນຄວາມຈິງ ເປັນຂ່າວປອມ, ສະນັ້ນຈຶ່ງ ຮຽກຮ້ອງໃຫ້ສັງຄົມຈົ່ງມີສະຕິລະວັງຕົວໃນການຕິດຕາມຂ່າວ ເພື່ອບໍ່ໃຫ້ຕົກເປັນເຄື່ອງມືຂອງກຸ່ມຕົ້ນບໍ່ຫວັງດີໃນຄັ້ງນີ້ດ້ວຍ.

ນອກຈາກນັ້ນໃນແຈ້ງການຍັງຍ້ຳຕື່ມວ່າໃບທະນະບັດຂອງ ສປປ ລາວ ທີ່ມີມູນຄ່າສູງສຸດ ໃນປັດຈຸບັນແມ່ນໃບ 100.000 ກີບເທົ່ານັ້ນ; ສໍາລັບກຸ່ມຄົນທີ່ບໍ່ດິສ້າງຂ່າວປອມຂຶ້ນມາປັ່ນປ່ວນໃນສັງຄົມນັ້ນ, ທາງທະນາຄານແຫ່ງ ສປປ ລາວ ຈະໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ເພື່ອປະຕິບັດມາດຕະການຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍຂອງ ສປປ ລາວ.

ຖ້າພົບເຫັນ ຫຼື ຮູ້ຂໍ້ມູນແຫຼ່ງທີ່ມາດັ່ງກ່າວກະລຸນາແຈ້ງຕໍ່ເຈົ້າຫນ້າທີ່ຕໍາຫຼວດ ຫຼື ທະນາຄານແຫ່ງ ສປປ ລາວ (ກົມພົມ ຈໍາຫນ່າຍ) 021 212119, 021 243615.