ຜູ້ປ່ວຍສະສົມຈາກ ໂຄວິດ-19 ທົ່ວໂລກ ຈະເກີນ 1 ລ້ານຄົນ, ສ່ວນລາວຈະໄດ້ຮັບເຄື່ອງກວດເຫັນຜົນໄວ

118

ອົງການອະນາໄມໂລກລະບຸວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຍັງສືບຕໍ່ແຜ່ລະບາດໄປທົ່ວໂລກຢ່າງວ່ອງໄວ ໂດຍຜູ້ປ່ວຍສະສົມຈະກາຍ 1 ລ້ານຄົນ ແລະ ເສຍຊີວິດທົ່ວໂລກຫຼາຍກວ່າ 50.000 ຄົນ ໃນອີກບໍ່ດົນ ດ້ານໜ່ວຍງານນິວເຄຣຍຂອງຢູເອັນຊ່ວຍເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ຫຼາຍປະເທດລວມທັງປະເທດລາວ.

ສຳນັກຂ່າວຕ່າງປະເທດລາຍງານຈາກເຈນີວາ ປະເທດສະວິດເຊີແລນ ເມື່ອວັນພະຫັດ ທີ 2 ເມສາ ວ່າ ທ່ານດຣ ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫຼງເມື່ອວັນພຸດ ກ່ຽວກັບສະຖານະການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ວ່າ ມີການແຜ່ລະບາດໃນ 203 ປະເທດແລະ ເຂດແດນ ນັບຕັ້ງແຕ່ມີການຢືນຢັນຜູ້ປ່ວຍຄົນທຳອິດໃນປະເທດຈີນ ເມື່ອເດືອນທັນວາ ປີ 2019.

ຜູ້ເສຍຊີວິດສະສົມທົ່ວປະເທດຫຼາຍກວ່າ 47.000 ຄົນ ແລະ ຜູ້ປ່ວຍສະສົມຫຼາຍກວ່າ 935.000 ຄົນ ເຊິ່ງມີທ່າອ່ຽງສູງຫຼາຍທີ່ຈຳນວນຜູ້ຕິດເຊື້ອຈະຫຼາຍກວ່າ 1 ລ້ານຄົນ ແລະ ເສຍຊີວິດສະສົມທົ່ວໂລກຫຼາຍກວ່າ 50.000 ຄົນ ພາຍໃນອີກບໍ່ດົນຈາກນີ້ ຊີ້ໃຫ້ເຫັນເຖິງອັດຕາການແຜ່ລະບາດແບບ “ເກືອບທະວີຄູນ” ຂະນະທີ່ ໂລກກຳລັງກ້າວເຂົ້າສູ່ເດືອນທີ 4 ຂອງການຕໍ່ສູ້ກັບພະຍາດດັ່ງກ່າວ ແລະ ກ່າວຢ້ຳວ່າ ໂຄວິດ-19 ຄຸກຄາມຄົນໂລກ.

ທັງນີ້ ຜູ້ອຳນວຍການອົງການອະນາໄມໂລກ ຍັງສະແດງຄວາມວິຕົກກັງວົນຕໍ່ສະພາບການດ້ານຄວາມໝັ້ນຄົງທາງອາຫານໂລກ ເຊິ່ງບັນດາປະເທດທີ່ເປັນຜູ້ຜະລິດຕ່າງກໍ່ຫຼຸດຜ່ອນການສົ່ງອອກຜະລິດຕະພັນຂອງຕົນເອງ ເນື່ອງຈາກຕ້ອງການໃຫ້ເປັນສະບຽງສຳຮອງສຳລັບປະຊາຊົນໃນປະເທດກ່ອນ ຈຶ່ງອາດຈະສົ່ງຜົນກະທົບໃຫ້ຕ່ອງໂສ້ອາຫານໂລກເກີດຄວາມບໍ່ແນ່ນອນ ແລະ ການບໍລິຫານຈັດການທີ່ບໍ່ດີອາດຈະເຮັດໃຫ້ໂລກຜະເຊີນກັບການຂາດແຄນອາຫານໄດ້.

ຂະນະທີ່ ອົງການພະລັງງານນິວເຄຣຍສາກົນ (IAEA) ໄດ້ອອກຖະແຫຼງການກ່ຽວກັບການເລັ່ງຜະລິດອຸປະກອນກວດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ແບບເຫັນຜົນໄວ ໂດຍນຳໃຊ້ເທັກນິກວິທະຍາສາດດ້ານນິວເຄຣຍ ໂດຍຊຸດທຳອິດຈະຖືກສົ່ງມອບໃຫ້ປະມານ 40 ປະເທດ ໂດຍສຸມໃສ່ປະເທດທີ່ກຳລັງພັດທະນາກ່ອນ ເຊິ່ງບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ທີ່ຈະໄດ້ຮັບອຸປະກອນກວດເຊື້ອແບບວ່ອງໄວຂອງອົງການ ໄອເອອີເອ ໄດ້ແກ່ປະເທດລາວ, ມຽນມາ, ກຳປູເຈຍ, ຟີລິບປິນ, ຫວຽດນາມ ແລະ ໄທ.