ຊົມເຊີຍ! 4 ພາກສ່ວນປະກອບສ່ວນ ຊ່ວຍເຫຼືອແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

291

ໃນຕອນບ່າຍ ຂອງວັນທີ 1 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີ 4 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ -19 ໃນ ສປປ ລາວ, ໂດຍການກ່າວຮັບ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19, ຊຶ່ງມີພະນັກງານທີ່ກ່ຽວຂ້ອງ ໃນການມອບ-ຮັບ ຂອງພາກສ່ວນຕ່າງໆ ເຂົ້າຮ່ວມ.


ພາກສ່ວນໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ຄອບຄົວ-ລູກຫຼານການນຳ ແລະ ສະມາຄົມນັກທຸລະກິດລາວ ມອບຜ້າອັດປາກອະນາໄມ ມີມູນຄ່າທັງໝົດ 350.000.000 ກີບ, ຊຶ່ງຕາງໜ້າ ກ່າວມອບໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ;

ບໍລິສັດ ຫົວເຫວີຍ ປະຈຳລາວ ມອບເງິນ ຈຳນວນ 500.000.000 ກີບ ກ່າວມອບໂດຍທ່ານ ຫູເຫວີຍຫົວ ຜູ້ອຳນວຍການໃຫຍ່ ປະຈຳຫ້ອງການ ສປປ ລາວ.

ບໍລິສັດ ໄຟຟ້າ ເຊກະໝານ 1 ມອບເງິນ ຈຳນວນ 30.000 ໂດລາສະຫະລັດ ກ່າວມອບໂດຍທ່ານ Dinh Ngoc Diep ຫົວໜ້າຫ້ອງການ ບໍລິສັດ ຫຸ້ນສ່ວນໄຟຟ້າຫວຽດ-ລາວ;

ບໍລິສັດ ດາວທຽມລາວເອເຊຍປາຊີຟິກ ມອບເງິນ ຈຳນວນ 100.000.000 ກີບ, ກ່າວມອບໂດຍທ່ານ ຕິ່ງ ຢ່ອງ ບິ່ງ, ຜູ້ອຳນວຍການໃຫຍ່ບໍລິສັດ ດາວທຽມລາວເອເຊຍປາຊີຟິກ.


ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພາກສ່ວນ ທີ່ໄດ້ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບຊ່ວຍເຫຼືອ ໃຫ້ແກ່ລັດຖະບານ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ- 19 ຢູ່ໃນ ສປປ ລາວ ກໍ່ຄືການປະຕິບັດມາດຕະການຕ່າງໆ ທີ່ລັດຖະບານວາງອອກ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສຳເລັດຕາມຄວາມ ມຸ່ງມາດປາດຖະໜາ ຂອງພວກເຮົາໝົດທຸກຄົນ, ພ້ອມກັນນັ້ນ ກໍ່ຍັງເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດຖະບານ ແລະ ປະຊາຊົນລາວ, ຊຶ່ງລັດຖະບານ ຈະນຳໃຊ້ເງິນ ແລະ ອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອດັ່ງກ່າວ ໄປນຳໃຊ້ຢ່າງສົມເຫດສົມຜົນ, ບົນພື້ນຖານປະຢັດມັດທະຍັດ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາ ຊົນ.

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງແຈ້ງໃຫ້ພາກສ່ວນຕ່າງໆຊາບ ກ່ຽວກັບສະພາບການປະຕິບັດວຽກງານ ຂອງລັດຖະບານ ກໍ່ຄືຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ, ນອກນັ້ນ ກໍ່ແຈ້ງໃຫ້ຊາບເຖິງຂໍ້ຈຳກັດ, ຂໍ້ສະດວກ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ