ກະຊວງກະສິກຳ ເນັ້ນໜັກໃຫ້ຊາວກະສິກອນເກັບກ່ຽວຜົນຜະລິດໃຫ້ທັນເວລາ

100

ລັດຖະມົນຕີກະຊວງ  ກປ ເນັ້ນໃຫ້ພະແນກ ກປ ທົ່ວປະເທດຊີ້ນໍາຊາວກະສິກອນ, ຜູ້ປະກອບການ ເກັບກ່ຽວ ແລະ ມ້ຽນມັດຜົນຜະລິດລະດູແລ້ງໃຫ້ທັນກັບເວລາ ໂດຍໃຊ້ແຮງງານບໍ່ໃຫ້ເກີນ 10 ຄົນ ໃນແຕ່ລະຄັ້ງ ແລະ ມີການປ້ອງກັນຕາມຄະນະສະເພາະກິດແນະນຳ.

ກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ອອກຄໍາສັ່ງແນະນຳ ເລກທີ 0434/ກປ ນະຄອນຫຼວງວຽງຈັນ ລົງວັນທີ 30 ມີນາ 2020 ກ່ຽວກັບການຜັນຂະຫຍາຍຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ຂອງຂະແໜງກະສິກໍາ ແລະ ປ່າໄມ້.

ລັດຖະມົນຕີກະຊວງ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງແນະນໍາເພີ່ມຕື່ມ ໂດຍມີ ເນື້ອໃນສຳຄັນບາງຕອນ ຄື:

1 ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມພະນັກງານ – ລັດຖະກອນ ແລະ ຄອບຄົວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຫັນໄດ້ໄພອັນຕະລາຍຂອງພະຍາດໂຄວິດ – 19, ຮູ້ຈັກວິທີສະກັດກັ້ນ, ກັນ ແລະ ຕ້ານພະຍາດນີ້ດ້ວຍຕົນເອງ.

2 ໃຫ້ຢຸດການມາເຮັດວຽກຢູ່ຫ້ອງການ ນັບແຕ່ວັນທີ 1 ຫາ 11 ເມສາ 2020 ແລະ ສືບຕໍ່ພັກບຸນປີໃໝ່ລາວ ຮອດວັນທີ 19 ເມສາ 2020; ໃຫ້ຈັດຕັ້ງ ແລະ ແນະນໍາພະນັກງານ – ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເຮັດວຽກລັດຖະການຢູ່ເຮືອນ, ຫໍພັກ ຫຼື ທີ່ພັກອາໄສຂອງຕົນຜ່ານລະບົບການສື່ສານ, ເອເລັກ   ໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເຊັ່ນ: ໂທລະສັບ, ອີເມວ, ສື່ສັງຄົມອອນລາຍ ແລະ ລະບົບປະຊຸມທາງໄກ ແຕ່ໃຫ້ມີການຈັດຕັ້ງໝູນວຽນປະຈຳການເພື່ອສາມາດຕິດຕໍ່ປະສານງານວຽກໄດ້ປົກກະຕິ, ເວນຍາມສໍານັກງານຂອງກົມກອງ, ສະຖາບັນ, ວິທະຍາໄລ, ສູນ, ສະຖານີໃນຈໍານວນທີ່ເໝາະສົມ. ສໍາລັບກົມວິຊາການ ແລະ ຂະແໜງຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ທີ່ເຮັດໜ້າທີ່ຄຸ້ມຄອງການນໍາເຂົ້າ – ສົ່ງອອກ, ການເຄື່ອນຍ້າຍສິນຄ້າກະສິກໍາ ແລະ ປ່າໄມ້ ໃຫ້ຈັດຕັ້ງໜ່ວຍງານປະຈຳການໃຫ້ຄົບອົງປະກອບ ເພື່ອເອື້ອອໍານວຍຄວາມສະດວກດ້ານຕ່າງໆໃຫ້ສິນຄ້າກະສິກຳສາມາດນໍາເຂົ້າ – ສົ່ງອອກ, ຂົນສົ່ງ – ເຄື່ອນຍ້າຍໄປເຖິງເປົ້າໝາຍປົກກະຕິ; ສຳລັບບັນດາສູນສະຖານີຕ່າງໆໃຫ້ຈັດຕັ້ງພະນັກງານຮັບຜິດຊອບ ສືບຕໍ່ເກັບກ່ຽວແນວພັນເຂົ້າ, ແນວພັນພືດ, ການຂະຫຍາຍແນວພັດສັດໃຫ້ຮັບປະກັນຄຸນນະພາບ, ໄປຕາມແຜນ ແລະ ຕາມລະດູການ.

3 ໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດເອົາໃຈໃສ່ຊີ້ນໍາບາງວຽກທີ່ມີຄວາມຈໍາເປັນ ຄື:

1  ໃຫ້ສືບຕໍ່ຊີ້ນໍາຊາວກະສິກອນ, ຜູ້ປະກອບການເກັບກ່ຽວ ແລະ ມ້ຽນມັດຜົນຜະລິດລະດູແລ້ງ ເຊັ່ນ: ເຂົ້ານາແຊງ, ມັນຕົ້ນ, ສາລີ ແລະ ພືດອື່ນໆໃຫ້ທັນກັບເວລາ ໂດຍຈໍານວນແຮງງານບໍ່ໃຫ້ເກີນ 10 ຄົນ ໃນແຕ່ລະຄັ້ງ ແລະ ມີການປ້ອງກັນຕາມມາດຕະການຂອງຄະນະສະເພາະກິດຂັ້ນສູນກາງວາງອອກ.

2 ໃຫ້ຊີ້ນໍາບັນດາບໍລິສັດ, ຜູ້ປະກອບການ, ຟາມດ້ານກະສິກໍາ – ປ່າໄມ້, ປະສານກັບຂະແໜງອຸດສາຫະກໍາ ແລະ ການຄ້າ ເພື່ອຊີ້ນໍາ ໂຮງງານຜະລິດອາຫານສັດ, ໂຮງງານປະສົມອາຫານສັດ, ໂຮງສີເຂົ້າ ໃຫ້ສືບຕໍ່ການຜະລິດແຕ່ຕ້ອງດຳເນີນມາດຕະການໃນການປ້ອງກັນຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.

3 ໃຫ້ຕິດຕາມກວດກາການນໍາເຂົ້າ – ສົ່ງອອກສິນຄ້າຢູ່ບັນດາດ່ານສາກົນທັງມີມາດຕະການເອື້ອອໍານວຍ ຄວາມສະດວກ ເຮັດໃຫ້ຂະບວນສົ່ງອອກສິນຄ້າກະສິກໍາທັນກັບເວລາ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

4 ຕິດຕາມເຝົ້າລະວັງ, ປ້ອງກັນ, ແກ້ໄຂການລະບາດຂອງພະຍາດພືດ ແລະ ສັດ ທີ່ອາດເກີດຂຶ້ນຕາມລະດູການ.

5 ຕິດຕາມກວດກາ, ສະກັດກັ້ນ ແລະ ແກ້ໄຂໄຟໄໝ້ລາມປ່າທີ່ເກີດຂຶ້ນຢູ່ບາງຈຸດ, ບາງບໍລິເວນໃຫ້ທັນການ, ປະຕິບັດຄໍາສັ່ງເລກທີ 15/ນຍ, ຄໍາສັ່ງ 05/ນຍ ກ່ຽວກັບການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງປ່າໄມ້, ທຸລະກິດໄມ້ ແລະ ການຄ້າຂາຍສັດປ່າໃກ້ຈະສູນພັນ ໃຫ້ເຂັ້ມງວດ, ກວດກາໃຫ້ເປັນລະບົບຕໍ່ເນື່ອງ  ຫຼີກລຽງບໍ່ໃຫ້ເກີດມີການສວຍໂອກາດເກີດຂຶ້ນໃນໄລຍະນີ້.

6 ຫ້າມບໍ່ໃຫ້ພະນັກງານທີ່ເຮັດວຽກລັດຖະການຢູ່ເຮືອນ ສວຍໂອກາດໄປເຮັດວຽກອື່ນ ຫຼື ອອກຈາກເຮືອນ, ຫໍພັກ, ທີ່ພັກອາໄສຂອງຕົນໃນໂມງລັດຖະການ, ໃຫ້ແຕ່ລະພາກສ່ວນມີກົນໄກຕິດຕາມກວດກາພະນັກງານທີ່ເຮັດວຽກຢູ່ເຮືອນ. ສໍາລັບຜູ້ທີ່ຖືກມອບໝາຍປະຈໍາການ ພາຍຫຼັງປະຈໍາການແລ້ວໃຫ້ກັບຄືນເຮືອນ ຫຼື ທີ່ພັກຂອງຕົນ ທັງປະຕິບັດມາດຕະການປ້ອງກັນທີ່ຄະນະສະເພາະກິດຂອງສູນກາງວາງອອກຢ່າງເຂັ້ມງວດ.

( ຂ່າວ: ສັນຕິ )