ຜົ້ງສາລີກຽມພ້ອມຮອບດ້ານ ໃນການປິ່ນປົວ ຖ້າພົບກໍລະນີທີ່ສົງໄສຕິດເຊື້ອໂຄວິດ – 19

197

ສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ໃນປັດຈຸບັນ ແມ່ນໄດ້ຂະຫຍາຍເປັນວົງກວ້າງໄປໃນຂອບເຂດທົ່ວໂລກ , ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນໃນແຕ່ລະວັນ ແລະ ມາຮອດ ວັນທີ 30 ມີນາ 2020 ນີ້ ສປປ ລາວ ພົບກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ– 19 ຢູ່ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ລວມ 9 ກໍລະນີ ປັດຈຸບັນແມ່ນໄດ້ຮັບການປິ່ນປົວ ແລະ ເບີ່ງແຍງຢ່າງໃກ້ຊິດຈາກແພດໝໍຜູ້ຊ່ຽວຊານ.

ສຳລັບ ແຂວງຜົ້ງສາລີ ມາຮອດປະຈຸບັນແມ່ນຍັງບໍ່ມີຜູ້ຕິດເຊື້ອ ໂຄວິດ– 19 ເທື່ອ ແລະ ເນື່ອງຈາກວ່າ ທາງຄະນະນຳຂັ້ນຕ່າງໆ ພ້ອມດ້ວຍພາກສວ່ນທີ່ກ່ຽວຂ້ອງເຫັນໄດ້ເຖິງຄວາມອັນຕະລາຍ ແລະ ເປັນຫ່ວງເປັນໃຍປະຊາຊົນບັນດາເຜົ່າພີ່ນ້ອງຊາວແຂວງຜົ້ງສາລີ. ຈຶ່ງໄດ້ຍົກລະດັບການປ້ອງກັນ ແລະ ຕອບໂຕ້ພະຍາດດັ່ງກ່າວຂື້ນຕື່ມ ໂດຍຄະນະສະເພະາກິດ ເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ດັ່ງກ່າວ, ແຂວງຜົ້ງສາລີ ໄດ້ອອກຄໍາສັ່ງເນະນໍາເພີ່ມເຕີມ ເລກທີ 0381/ຈຂ.ສພກ.ຜລ ລົງວັນທີ 26 ມີນາ 2020 ເພີ່ມອີກ 9 ມາດຕະການສໍາຄັນ ເພື່ອຕໍ່ສູ້ກັບພະຍາດດັ່ງກ່າວ.

ຖ້າພົບກໍ່ລະນີສົງໄສ ແລະ ຜູ້ຕິດເຊື້ອພະຍາດ ໂຄວິດ- 19 ຢູ່ແຂວງຜົ້ງສາລີ, ທາງຄະນະສະເພາະກິດ ເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ແຂວງຜົ້ງສາລີ ແລະ ພະແນກສາທາລະນະສຸກແຂວງ ແມ່ນໄດ້ກຽມພ້ອມທາງດ້ານບຸກຄະລາກອນ, ອຸປະກອນ, ພາຫະນະ, ສະຖານທີ່ແຍກປ່ຽວ ແລະ ວິທີການມາດຕະການປິ່ນປົວໃນຂັ້ນພື້ນຖານໄວ້ແລ້ວ.

ທ່ານ ດຣ ບຸນສາລີ ຈິດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວມຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ – 19 ແຂວງຜົ້ງສາລີ ໃຫ້ສຳພາດຕໍ່ ສະຖານີວິທະຍຸ – ໂທລະພາບແຂວງຜົ້ງສາລີ ໃນວັນທີ 31 ມີນາ 2020ນີ້ວ່າ: ທາງແຂວງໄດ້ກະກຽມຫ້ອງແຍກປ່ຽວປິ່ນປົວຄົນເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆ ຖ້າຫາກວ່າກວດພົບກໍ່ລະນີ້ຄົນເຈັບ ຫຼື ເປັນໄຂ້ທີ່ເຂົ້າກັບນິຍາມຂອງພະຍໂຄວິດ – 19 ໂດຍຢູ່ແຕ່ລະເມືອງໄດ້ກະກຽມສະຖານທີ່ຫ້ອງແຍກປ່ຽວ ແຕ່ວ່າຢູ່ຂັ້ນເມືອງມີຈຳນວນຈຳກັດ ຖ້າຫາກວ່າຜົນກວດອອກມາເປັນບວກທີ່ວ່າອາການບໍ່ຮ້າຍແຮງຕ້ອງໄດ້ມີການນຳສົ່ງປິ່ນປົວຢູ່ໂຮງໝໍແຂວງ ແຕ່ຖ້າອາການຮ້າຍແຮງແມ່ນຈະໄດ້ປະສານສົມທົບ ສົ່ງໄປປິ່ນປົວຢູ່ສູນກາງ ໂດຍຢູ່ໂຮງໝໍແຂວງເທດສະບານໃໝ່ຂອງແຂວງທີ່ເມືອງບູນເໜືອ ແມ່ນໄດ້ກຳນົດເອົາຕຶກໜຶ່ງຕ່າງຫາກ ປະກອບມີ 7 ຕຽງ ເພື່ອກຽມພ້ອມໄວ້ແຍກປ່ຽວປິ່ນປົວ.

ສຳລັບຢູ່ໂຮງໝໍຊຸມຊົນເທດສະບານເກົ່າຂອງແຂວງ ທີ່ເມືອງຜົ້ງສາລີແມ່ນໄດ້ກະກຽມໄວ້ຫ້ອງໜຶ່ງຕ່າງຫາກ ມີ 4 ຕຽງ.

ສຳລັບດ້ານອຸປະກອນຕ່າງໆແມ່ນໄດ້ກະກຽມຕາມສະພາບເງື່ອນໄຂຂອງແຂວງ, ທາງດ້ານບຸກຄະລາກອນກໍ່ໄດ້ມີການແຕ່ງຕັ້ງທີມງານລົງປະຈຳກວດຢູ່ຈຸດຕ່າງໆ ໂດຍສະເພາະທີມງານທີ່ຈະປິ່ນປົວຄົນເຈັບທີ່ວ່າມີກໍລະນີສົງໄສນັ້ນ ແມ່ນໄດ້ຮັບການຝຶກຊ້ອມເປັນຢ່າງດີ ເປັນຕົ້ນແມ່ນວິທີການປ້ອງກັນຕົນເອງ, ການນຳໃຊ້ເຄື່ອງມືອຸປະກອນຮັບໃຊ້ກັບກໍລະນີຕິດເຊື້ອ ພ້ອມກະກຽມລົດຮັບສົ່ງຄົນເຈັບ ເຊີງທຸກຢ່າງແມ່ນກຽມໄວ້ຕະຫຼອດ 24 ຊົ່ວໂມງ.

ປັດຈຸບັນທາງແຂວງຜົ້ງສາລີແມ່ນເນັ້ນການການປ້ອງກັນເປັນຕົ້ນຕໍ ປ້ອງກັນເພື່ອບໍ່ໃຫ້ເກີດມີຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ແຂວງຜົ້ງສາລີ ເພາະຖ້າເກີດແລ້ວຈະແກ້ໄຂຍາກ ໂດຍເພີ່ມມາດຕະການຕັ້ງຈຸດກວດຕາມເສັ້ນທາງເຂົ້້າອອກຢູ່ແຕ່ລະເມືອງ ແຕ່ລະດ່ານທຸກຄົນທີ່ຜ່ານເຂົ້າອອກຕ້ອງໄດ້ການກວດ ເປັນຕົ້ນແມ່ນເສັ້ນທາງສາຍຫຼັກ ແຕ່ອຸດົມໄຊ ມາຫາຜົ້ງສາລີ ແມ່ນຕັ້ງຈຸດກວດຢູ່ຈຸດເຂດປາກນ້ຳນ້ອຍ ຖ້າມີກໍລະນີສົງໄສແມ່ນສົ່ງໂຮງໝໍທັນທີ ແລະ ສຳລັບຜູ້ທີ່ເດີນທາງມາຈາກເຂດລະບາດຕ້ອງໄດ້ສົງໄປຢູ່ຈຸດກັກກັນ 14 ວັນ ເຊີ່ງແຕ່ລະເມືອງແມ່ນມີຈຸດກັກກັນໂດຍກຳນົດເອົາໂຮງຮຽນຈຳນວນໜຶ່ງ ເປັນຈຸດກັກກັນຂອງແຕ່ລະເມືອງ.

ໂອກາດນີ້ທ່ານ ດຣ ບຸນສາລີ ຈິດດາພອນ ໄດ້ຮຽກຮ້ອງມາຍັງທຸກພາກສວ່ນ ແລະ ປະຊາຊົນບັນດາເຜົ່າຊາວແຂວງຜົ້ງສາລີ ເປັນເຈົ້າການມີສວ່ນຮ່ວມຊ່ວຍກັນໃນການເຝົ້າລະວັງ ເພື່ອພ້ອມກັນແກ້ໄຂບັນຫາ ແລະ ຜ່ານວິກິດນີ້ໄປໄດ້ດ້ວຍດີ.

ຂ່າວ: ສົມຄິດ ແກ້ວນວນລາ; ພາບ: ວຽງສະຫວັນ ແສງເພັດສີ