ເມືອງນອງ ເຂັ້ມງວດຕິດຕາມກຸ່ມສ່ຽງຕິດເຊື້ອພະຍາດໂຄວິດ-19

70

ເມືອງນອງເຝົ້າລະວັງຕິດຕາມໃກ້ຊິດກຸ່ມທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດໃນທົ່ວໂລກ ໂດຍສະເພາະກໍ່ຄືຢູ່ໃນປະເທດລາວເຮົາ ດັ່ງນັ້ນໃນຕອນເຊົ້າຂອງວັນທີ 31 ມີນາ 2020ນີ້ ທາງຄະນະຮັບຜິດຊອບ ສະເພາະກິດຂັ້ນເມືອງໄດ້ລົງຕິດຕາມກວດກາກຸ່ມແຮງງານທີ່ກັບມາຈາກກຸ່ມສ່ຽງ ພ້ອມທັງທິມງານ ແພດໝໍຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໄໝ່ ໂຄວິດ-19.

ສຳລັບເມືອງນອງ ໄດ້ແບ່ງສູນເພື່ອກັກກັນກຸ່ມຄົນທີ່ມາຈາກປະເທດທີ່ມີກຸ່ມສ່ຽງ ຫຼື ຕ່າງແຂວງທີ່ມີກຸ່ມສ່ຽງທັງໝົດມີ 3 ສູນ ຄື: ສູນ ໂຮງຮຽນປະຖົມນອງວິໄລ2, ສູນ ບ້ານ ນາກອງ ຫ້ອງການບ້ານ ແລະ ສູນ ແດນວິໄລ ໂຮງຮຽມມັດທະຍົມບ້ານແດນວິໄລ

ປັດຈຸບັນໄດ້ມີຄົນທີ່ເດີນທາງມາຈາກປະເທດທີ່ມີກຸ່ມສ່ຽງຈຳນວນ 7 ຄົນ, ຍິງ 3 ຄົນ ແລະໄດ້ເລີ່ມກັກກັນຕົວແຕ່ວັນ ທີ 26 ມີນາ 2020 ປັດຈຸບັນແມ່ນ ໄດ້ພັກຢູ່ທີ່ສູນ ໂຮງຮຽນປະຖົມນອງວິໄລ2 ແລະ ອີກ 3 ຄົນແມ່ຜູ້ທີ່ສຳຜັດ ພົວພັນກັບກຸ່ມຄົນດັ່ງກ່າວ.

ໃນວັນທີ 28 ມີນາ 2020 ມີ 1 ຄົນທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ, ວັນທີ 30 ມີນາ ມີ 2 ຄົນ, ຍິງ 1 ຄົນ ເດີນທາງມາຈາກ ນະຄອນຫຼວງວຽງຈັນ ແລະ ວັນທີ 31 ມີນາ ມີຈຳນວນ 1 ຄົນ, ຍິງ 1 ຄົນ ເດີນທາງມາຈາກ ປະເທດໄທ, ລວມທັງໝົດ 11 ຄົນ, ຍິງ 5 ຄົນ ທັງໝົດນີ້ແມ່ນຈະໄດ້ເຂົ້າພັກເຊົາຢູ່ທີ່ສູນໂຮງຮຽນປະຖົມນອງວິໄລ2 ແລະ ຈະໄດ້ແຍກຫ້ອງປ່ຽວກຸ່ມຄົນທີ່ມາຈາກປະເທດທີ່ມີກຸ່ມສ່ຽງ ທັງນີ້ກໍ່ເພື່ອສະດວກໃນການຕິດຕາມ.

ສ່ວນການຕິດຕາມອາການຂອງກຸ່ມຄົນດັ່ງກ່າວ ທາງທິມງານແພດໝໍໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ໄລຍະການຕິດຕາມອາອາການ 14 ມື້ ທຸກເຊົ້າແລງ ທາງທິມງານແພດໝໍແມ່ນຈະໄດ້ ວັດແທກອຸນຫະພູມ ແລະໄດ້ສີດຢາພົ່ນຢ່າຂ້າເຊື້ອໃນທົ່ວບໍລິເວນຕ່າງໆ ສ່ວນຜົນການຕິດຕາມອາການ ຜ່ານມາ 6 ວັນເຫັນວ່າປົກກະຕິດີ.

ຈາກ: ຂ່າວເມືອງນອງ.