ກະຊວງສຶກສາ ແຕ່ງຕັ້ງຄະນະຮັບຜິດຊອບສະກັດກັ້ນ  ເພື່ອກຽມພ້ອມຮອບດ້ານ ຕ້ານໂຄວິດ-19

262

ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບການຢ່າງໃກ້ຊິດ ພ້ອມກະກຽມຄວາມພ້ອມຮັບມືຕອບໂຕ້ການລະບາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນຂົງເຂດສຶກສາ ແລະ ກິລາ ໃນທົ່ວປະເທດ, ກະຊວງສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຂອງກະຊວງ, ໂດຍ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ.

ພາບປະກອບຂ່າວ

ອີງຕາມຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະ ກິລາ ເລກທີ 1120/ສສກ ລົງວັນທີ 30 ມີນາ 2020 ໂດຍໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດດັ່ງກ່າວ, ໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງ ສສກ ເປັນປະທານ ເພື່ອຊີ້ນໍາບັນດາຫ້ອງການ, ກົມ, ສະຖາບັນ, ສູນ, ມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ-ນະຄອນຫຼວງ ໃນທົ່ວປະເທດ ເປັນເຈົ້າການໃນການປ້ອງກັນ ແລະ ຄວບຄຸມ ການລະບາດພະຍາດໂຄວິດ-19. ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບການຢ່າງໃກ້ຊິດ ແລະ ລາຍງານແກ່ຄະນະສະເພາະກິດຮັບຊາບເປັນປົກກະຕິ ແລະ ທັນການ.

ພາບປະກອບຂ່າວ

ເຊິ່ງງົບປະມານຮັບໃຊ້ໃນການປະຕິບັດໜ້າທີ່ຂອງຄະນະຮັບຜິດຊອບສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19 ແມ່ນນໍາໃຊ້ງົບປະມານລັດ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍຈະເບິກຈ່າຍຕາມລະບຽບຫຼັກການຂອງກະຊວງການເງິນຢ່າງເຂັ້ມງວດ.

ພາບປະກອບຂ່າວ

ນອກນັ້ນ, ຍັງໄດ້ແຕ່ງຕັ້ງກອງເລຂາປະສານງານສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ໂດຍທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງ ສສກ ເປັນຫົວໜ້າຄະນະ ເພື່ອເປັນເສນາທິການໃກ້ແກ່ຄະນະຊີ້ນໍາລວມ ໃນການປະສານງານ, ຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ, ປະຕິບັດໜ້າທີ່ຕາມການມອບໝາຍ ລວມເຖີງສັງລວມສະພາບການປະຈໍາວັນ, ມາດຕະການ ແລະ ກິດຈະກຳຕ່າງໆ, ບັນຫາ, ສາເຫດ ແລະ ຂໍ້ສະເໜີຕ່າງໆ ເພື່ອສະເໜີຂໍທິດຊີ້ນໍາຈາກຄະນະຊີ້ນໍາລວມ ແລະ ຄະນະສະເພາະກິດ.

ພາບຈາກ: Edu-Sport TV online