ຄະນະສະເພາະກິດ ຮຽກຮ້ອງພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປ ໃຫ້ປະຕິບັດຄຳສັ່ງເລກທີ 06/ນຍ ຢ່າງເຂັ້ມງວດ

150

ໃນການສະຖະແຫຼງຂ່າວປະຈຳວັນ ເມື່ອຕ່ອນບ່າຍວັນທີ1 ເມສາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຮຽກຮ້ອງໃຫ້ພະນັກງານລັດຖະກອນ ຜູ້ທີ່ພັກວຽກ, ພັກການ ແລະ ປະຊາຊົນທົ່ວໄປທີ່ຈະຈຳກັດໂຕເອງຢູ່ເຮືອນ ດ້ວຍວິທີການທີ່ເໝາະສົມດັ່ງນີ້:


1. ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳພັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ, ລ້າງມືໃຫ້ ຖືກວິທີ 7 ຂັ້ນຕອນ.
2. ເຮັດໃຫ້ອາກາດໃນເຮືອນລ່ວງດີ ເປີດປະຕູປ່ອງຢ້ຽມອອກເພື່ອລະບາຍອາກາດ.
3. ໝັ່ນອະນາໄມ ຂ້າເຊື້ອ ໂດຍການທຳຄວາມສະອາດໂຕະຕັ່ງ ສິ່ງຂອງໃນເຮືອນ ເປັນປະຈຳທຸກໆມື້.


4. ປະຕິບັດມາລະຍາດໃນການໄອຈາມ, ໄອໃສ່ກົກແຂນ ຫຼື ໃຊ້ເຈັ້ຍອະນາໄມ ແລະ ຖີ້ມໃສ່ຖັງທີ່ມີຝາປິດ.
5. ພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍຢູ່ໃນເຮືອນໃຫ້ສະໝໍາສະເໝີ ກິນອາຫານສະອາດສຸກດີ ແລະ ຢູ່ໃນຄວາມຮ້ອນ, ນອນໃຫ້ຫຼັບສະບາຍ.


6. ປະຕິບັດການຕິດຕາມວັດແທກອຸນຫະພູມຂອງຕົນ ແລະ ຄົນພາຍໃນຄອບຄົວໃຫ້ເປັນ ປະຈຳໃນແຕ່ລະວັນ ເຊົ້າ-ແລງ ຖ້າມີໄຂ້ຕ້ອງໄປພົບແພດໝໍ ແລະ ໂທປຶກສາ 166.
7. ປະຕິບັດການປ້ອງກັນຄົນໃນຄອບຄົວໃຫ້ດີ