ນະຄອນປາກເຊ ກຽມຫຼາຍກິດຈະກຳໃນງານບຸນປີໃໝ່ລາວ

20

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ຄສ 2024 ຢູ່ນະຄອນປາກເຊ ແຂວງຈໍາປາສັກ ຈະຈັດຂຶ້ນໃນວັນທີ   13 – 16 ເມສາ 2024 ປະກອບມີຫຼາຍກິດຈະກໍາສໍາຄັນ.

อาจเป็นรูปภาพของ 1 คน และ ข้อความ

ທ່ານ ບົວລີ ເພັດສົງຄາມ  ເຈົ້ານະຄອນປາກເຊ ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມການຕົກລົງ ແລະ ມອບໝາຍຈາກອົງການປົກຄອງແຂວງ ຈໍາສັກ ມອບໃຫ້ນະຄອນປາກເຊ ກະກຽມຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567 ຄສ 2024 ຕິດພັນກັບກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ ປີ 2024. ນະຄອນປາກເຊ ຮ່ວມກັບອົງການພຸດທະສາສະໜາສັມພັນລາວ ແຂວງຈໍາປາສັກ, ພະແນກຖະແຫຼງຂ່າວ, ວັດທະນະທຳ – ທ່ອງທ່ຽວແຂວງ ແລະ ອົງການແນວລາວສ້າງຊາດແຂວງ ໄດ້ຈັດໃຫ້ມີຫຼາຍກິດຈະກໍາ ຄື: ວັນທີ 13 ເມສາ 2024 ເວລາ 16 ໂມງ ມີຂະບວນແຫ່ພຣະພຸດທະຮູບ ຈາກ 9 ວັດ, ຂະບວນນາງສັງຂານ, ຂະບວນພາຂວັນ  ໃຫຍ່ນະຄອນປາກເຊ ແລະ ຂະບວນແຫ່ຂອງມວນຊົນຊາວເມືອງ ພາຍໃນນະຄອນປາກເຊ ຈາກບັນດາບ້ານ – ກຸ່ມບ້ານ, ພາກສ່ວນອົງການຈັດຕັ້ງ ແລະ ພາກທຸລະກິດ ທີ່ຢູ່ໃນນະຄອນປາກເຊ ລວມຈໍານວນ 14 ຂະບວນ, ຄາດຄະເນຜູ້ເຂົ້າຮ່ວມຂະບວນແຫ່ 2024 ຄົນ.

อาจเป็นรูปภาพของ 3 คน, ฝูงชน, ถนน และ ข้อความ

ນອກນີ້ ຍັງມີກິດຈະກໍາຖະໜົນຊຸ່ມເຢັນ 3 ເສັ້ນ ຄື: ເສັ້ນທາງແຄມເຊໂດນ ແຕ່ວົງວຽນທ່າສາລາຄໍາ ເຖິງ ສາມແຍກວິທະຍາໄລສົງ (ເສັ້ນທາງເຂົ້າສູ່ຫໍຫຼັກເມືອງປາກເຊ ແລະ ວັດຫຼວງປາກເຊ). ເສັ້ນທາງເຊື່ອມ ແຕ່ 4 ແຍກໄຟແດງໂພນໄຊ ລົງຫາ 4 ແຍກໄຟແດງຮ່ອງຂະຍອມ – ສາງນໍ້າມັນ ແລະ ເສັ້ນທາງເຊື່ອມ ແຕ່ 4 ແຍກ ຮ້ານສິລິສົມບູນ (ຮ້ານແຄນນອນ) ຮອດ 4 ແຍກທາງ 42, ລ້ຽວໃສ່ 4 ແຍກໄຟແດງບ້ານຮ່ອງຂະຍອມ ເຊື່ອມຈອດກັບ ເສັ້ນທີ 2 ຮ່ອງຂະຍອມ.

ສ່ວນກິດຈະກຳບັນເທິງ, ສວນອາຫານ, ມີວສິກໂຊນ , ຄອນເສີດ ແລະ ອື່ນໆ ເພື່ອ ຄວາມສະໜຸກສະໜານ ໄດ້ອະນຸຍາດ 3 ຈຸດ ຄື: ທີ່ສະໜາມກິລາຫຼັກ 2, ຕະຫຼາດສູນການຄ້າ Friendship Mall (ຫຼັກ 2) ແລະ ຢູ່ຕະຫຼາດຮ້ານໄລເຮົາ (ທ່າສາລາຄໍາ).

ເຈົ້ານະຄອນ ກ່າວຕອນທ້າຍອີກວ່າ: ມາຮອດປັດຈຸບັນນີ້ ການຫ້າງຫາກະກຽມກິດຈະກໍາຕ່າງໆ ໄດ້ມີການຕົກລົງອະນຸຍາດ ເປັນທີ່ຮຽບຮ້ອຍ ພາຍໃຕ້ການຊີ້ນໍາຂອງອະນຸກໍາມະການທີ່ຖືກແຕ່ງຕັ້ງ ເພື່ອໃຫ້ມີ ຄວາມຮັບປະກັນ, ມີຄວາມສະຫງົບປອດໄພ, ເບີກບານມ່ວນຊື່ນ ສົມກັບການສະເຫຼີມສະຫຼອງປີໃໝ່ລາວ ເພື່ອເປັນການຮັບສິ່ງທີ່ດີ, ຮັບໂຊກຮັບໄຊ, ຢູ່ດີກິນດີ, ມີຜົນສຳເລັດໃນໜ້າທີ່ການງານ, ທຸລະກິດຄ້າຂາຍຕ່າງໆ ຕະຫຼອດປີ.

 

[ ຂ່າວ – ຮູບ: ທູນທອງໃຈ ]