ໄພແລ້ງສົ່ງຜົນໃຫ້ລາຄາເຂົ້າໄທ-ຫວຽດນາມແພງ

95

ໃນຂະນະນີ້ໄພແລ້ງສົ່ງຜົນກະທົບເຮັດໃຫ້ບໍລິສັດເຂົ້າລາຍໃຫຍ່ໃນໄທ ແລະຫວຽດນາມຜະລິດເຂົ້າໄດ້ໜ້ອຍລົງເຮັດໃຫ້ລາຄາເຂົ້າໃນຕະຫຼາດໂລກແພງຂຶ້ນທ່າມກາງກະແສແຕກຕື່ນຊື້ເຂົ້າຂອງມວນຊົນໃນໄລຍະການລະບາດຂອງໂຄວິດ-19ຈົນເຮັດໃຫ້ເຂົ້າຫຼຸດໜ້ອຍຖອຍລົງ.

ໂດຍລາຄາເຂົ້າສານທີ່ປູກໃນໄທສູງເຖິງ550ໂດລາຕໍ່ໂຕນຖືືເປັນລາຄາສູງທີ່ສຸດນັບຕັ້ງແຕ່ເດືອນ ສິງຫາປີ2013,ສ່ວນລາຄາສົ່ງອອກເຂົ້າສານຈາກຫວຽດນາມຈຸລະດັບ400ໂດລາຕໍ່ໂຕນຖືເປັນລາຄາທີ່ສູງທີ່ສຸດນັບຕັ້ງແຕ່ເດືອນ ທັນວາປີ2018.

ກະຊວງກະສິກໍາອາເມຣິກາຄາດຄະເນວ່າ:ການຄ້າເຂົ້າທົ່ວໂລກໃນປີນີ້ຈະມີປະມານ45,3ລ້ານໂຕນຫຼຸດລົງ7ແສນໂຕນຈາກການຄາດຄະເນໃນເດືອນ ມັງກອນ,ຂະນະທີ່ທົ່ວໂລກຈະຜະລິດເຂົ້າໄດ້ປະມານ500ລ້ານໂຕນຕໍ່ປີ,ແຕ່ສ່ວນໃຫຍ່ສຳລັບບໍລິໂພກພາຍໃນປະເທດ.

ກະຊວງກະສິກໍາອາເມຣິກາໃຫ້ຮູ້ວ່າ:ໃນປີ2018ໄທສົ່ງອອກເຂົ້າປະມານ11,1ລ້ານໂຕນຄິດເປັນສ່ວນແບ່ງ23%ຂະນະທີ່ຫວຽດນາມສົ່ງອອກເຂົ້າປະມານ6,6ລ້ານໂຕນຄິດເປັນສ່ວນແບ່ງ14%ໂດຍທັງສອງປະເທດມີສ່ວນແບ່ງຕາມຫຼັງພຽງອິນເດຍປະເທດດຽວ.