ສາທາແຈ້ງ! ປີດຫ້ອງກວດພະຍາດ-ໂຮງໝໍເອກະຊົນທົ່ວປະເທດ

142

ເພື່ອຍົກລະດັບການສະກັດກັ້ນ ແລະ ກັນພະຍາດບໍ່ໃຫ້ແຜ່ລາມອອກໄປໄວ ແລະ ເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພາກສ່ວນເອກະຊົນ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ກະຊວງສາທາ ຈິ່ງແຈ້ງໃຫ້ໂຮງໝໍເອກະຊົນ, ຫ້ອງກວດພະຍາດເອກະຊົນ ປິດການບໍລິການ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການ ຂອງກົມປິ່ນປົວ ແລະ ພື້ນຟູໜ້າທີ່ການ ກະຊວງສາທາລະນາສຸກ ເລກທີ 0770/ອປຟ ລົງວັນທີ 1 ເມສາ 2020 ກ່ຽວກັບ ປີດການບໍລິການ ຂອງໂຮງໝໍເອກະຊົນ, ຫ້ອງກວດພະຍາດເອກະຊົນ ອີງຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນກັນການລະບາດຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19; ອີງຕາມແຈ້ງການຂອງລັດຖະມົນຕີ ກະຊວງສາທາລະນະສຸກ ສະບັບເລກທີ 0405/ສທ, ລົງວັນທີ 31 ມີນາ 2020 ເພື່ອຍົກລະດັບການສະກັດກັ້ນ ແລະ ກັນພະຍາດບໍ່ໃຫ້ແຜ່ລາມອອກໄປໄວ ແລະ ເປັນວົງກວ້າງ ພ້ອມທັງເປັນບ່ອນອີງໃຫ້ພາກສ່ວນເອກະຊົນ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.

ພາບປະກອບຂ່າວເທົ່ານັ້ນ

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຈີ່ງໄດ້ອອກແຈ້ງການ ດັ່ງນີ້: 1. ໃຫ້ສະຖານທີ່ບໍລິການປິ່ນປົວພາກເອກະຊົນ (ໂຮງໝໍເອກະຊົນ ແລະ ຫ້ອງກວດພະຍາດເອກະຊົນ) ໃນຂອບເຂດທົ່ວປະເທດ ປິດການບໍລິການ; 2. ໃນກໍລະນີຄົນເຈັບທີ່ນອນປິ່ນປົວກ່ອນມື້ອອກແຈ້ງການແມ່ນໃຫ້ສືບຕໍ່ປິ່ນປົວຈົນຫາຍດີ; 3. ປິດຮັບຄົນເຈັບໃໝ່ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງໃໝ່. ພ້ອມມອບໃຫ້ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແຈ້ງການໄປຫາໂຮງໝໍເອກະຊົນ, ຫ້ອງກວດພະຍາດເອກະຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ພາບປະກອບຂ່າວເທົ່ານັ້ນ

ພາບຈາກ: LMC Clinic Vientiane ຄລີນິກແອລເອມຊີ