ແຈ້ງ! ຢຸດແລ່ນລົດເມທຸກສາຍທາງທັງພາຍໃນ ແລະ ຕ່າງປະເທດ

148

ເພື່ອເປັນການຄວບຄຸມ-ປ້ອງກັນ,ສະກັດກັ້ນ ແລະ ຮັບມືກັບການ ລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ມີການແຜ່ລາມອອກໄປ ແລະ ເປັນວົງກວ້າງ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ຢຸດແລ່ນໃຫ້ບໍລິການມວນຊົນ ຊົ່ວຄາວທຸກສາຍທາງ ທັງພາຍໃນຕົວເມືອງ – ຊານເມືອງນອກເທດສະບານ – ຕ່າງແຂວງ ແລະ ຕ່າງປະເທດ  ເພື່ອຮັບປະກັນຄວາມປອດໄຟໃຫ້ແກ່ຜູ້ໂດຍສານ.

ພາບປະກອບ

ໂດຍອີງຕາມແຈ້ງການ ຂອງລັດວິສາຫະກິດ ລົດເມນະຄອນຫຼວງວຽງຈັນ ເລກທີ 0537/ລລມ.ນວ ລົງວັນທີ 31 ມີນາ 2020 ເຖິງບັນດາ ພໍ່ແມ່ປະຊາຊົນ, ພະນັກງານ,ທະຫານ,ຕໍາຫຼວດ ຕະຫຼອດຮອດນັກຮຽນ,ນັກສຶກສາທີ່ນໍາໃຊ້ລົດເມສາທາລະນະ ເປັນພາຫະນະໃນການເດີນທາງ ຊາບທົ່ວເຖິງກັນວ່າ :

ພາບປະກອບ

1 ນັບແຕ່ວັນທີ 30 ມີນາ ຫາ 19 ເມສາ2020 ທາງລັດວິສາຫະກິດລົດເມຈະໄດ້ຢຸດແລ່ນໃຫ້ບໍລິການມວນຊົນ ຊົ່ວຄາວທຸກສາຍທາງ ທັງພາຍໃນຕົວເມືອງ – ຊານເມືອງນອກເທດສະບານ – ຕ່າງແຂວງ ແລະ ຕ່າງປະເທດ ເພື່ອເປັນການສະກັດກັ້ນໃນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຕາມຄໍາສັ່ງ ແລະ ແຈ້ງການແນະນໍາຈົນກວ່າສະພາບດັ່ງກ່າວຈະກັບຄືນສູ່ປົກກະຕິ.

ພາບປະກອບ

2 ໃນກໍລະນີມີການປ່ຽນແປງທາງລັດວິສາຫະກິດລົດເມ ຈະແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.

ພາບປະກອບ

ປັດຈຸບັນນີ້, ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ແຜ່ລາມໄປເກືອບທຸກປະເທດໃນ

ໂລກ ລວມທັງ ສປປ ລາວ ເຮົາ ກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດ ແມ່ນຍັງສືບຕໍ່ຂະຫຍາຍ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ພາບຈາກ: Lao Youth Radio FM 90.0 Mhz