1 ເມສາ! ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຍອດລວມມື້ນີ້ 10 ກໍລະນີ

246

ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວເພີ່ມອີກ 1 ຄົນ ລວມເປັນ 10 ກໍລະນີ ຕາມລາຍງານຂອງແພດໃນຜົນການກວດຊອກຫາກໍລະນີຜູ້ຕິດເຊື້ອໂຄວິດ-19 ຈາກການກວດຕົວຢ່າງເຊື້ອທັງໝົດ 437 ກໍລະນີ.

ຕາມການຖະແຫຼງຂ່າວມື້ນີ້ ວັນທີ 1 ເມສາ 2020 ທີ່ກະຊວງສາທະລະນະສຸກ ຈາກຄະນະສະເພາະກິດກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະດ້ວຍ ໄດ້ແຈ້ງຕໍ່ສື່ມວນຊົນວ່າ ມື້ນີ້ຜົນກວດຕົວຢ່າງກຸ່ມຜູ້ສ່ຽງມີໜຶ່ງຄົນອອກເປັນບວກ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ: ມາຮອດວັນທີ 31 ມີນາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 31 ຄົນ ກວດພົບເຊື້ອ 1 ຄົນ ຖືວ່າມາຮອດປະຈຸບັນພົບຜູ້ຕິດເຊື້ອ 10 ຄົນ.

ຜູ້ຕິດເຊື້ອຄົນທີ10 ແມ່ນເພດຍິງ ອາຍຸ 21 ປີ ຢູ່ບ້ານໜອງສະໂນຄຳ ເມືອງ ສີໂຄດຕະບອງນະຄອນຫຼວງວຽງຈັນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຄົນທີ 8 ເພດຊາຍທີ່ເປັນພະນັກງານ DHL (ທີ່ຢູ່ບ້ານ ດອນນົກຂຸ້ມ, ເມືອງ ສີສັດຕະນາກ).

ວັນທີ 27 ເຖິງ 29 ມີນາຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ຊື້ຢາກິນເອງ ຈົນຮອດ 30 ມີນາ ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ມີນາຈຶ່ງໄປໂຮງໝໍມິດຕະພາບ ແລະ ຖືກບົ່ງມະຕິ ວ່າເປັນພະຍາດໂຄວິດ-19 ແລະ ເຂົ້ານອນປິ່ວປົວທີ່ໂຮງໝໍມິດຕະພາບ.


ຜ່ານການ ລົງເກັບກຳຂໍ້ມູນມີຜູ້ສຳຜັດໃກ້ຊິດກັບລາວ 8 ຄົນ ແລະ ໄດ້ແນະນຳໃຫ້ຈຳກັດ ບໍລິເວນ ແລະ ເຝົ້າລະວັງຕິດຕາມອາການ
ປະຈຸບັນຈຳນວນກໍລະນີໃກ້ຊິດກັບ 10 ຄົນນີ້ ທີ່ຖືກຕິດຕາມທັງໝົດ 186 ຄົນ; ໃນນັ້ນມີ ອຸດົມໄຊ 24 ຄົນ, ຫຼວງພະບາງ 44 ຄົນ ແລະ ນະຄອນຫຼວງ 118 ຄົນ ທັງໝົດແມ່ນໄດ້ຮັບການຕິດຕາມ ກວດ ແລະ ແທກອຸນຫະພູມເຊົ້າ ແລະ ແລງ, ປະຈຸບັນພວກກ່ຽວບໍ່ມີອາການໄຂ້.

ມາຮອດວັນທີ 31 ໄດ້ເກັບຕົວຢ່າງມາກວດທັງໝົດ 437 ຄົນ, ກວດພົບເຊື້ອ 10 ຄົນ; ໃນນີ້ມີແຮງງານລາວມາຈາກປະເທດໄທ 45 ຄົນ ຜົນການກວດທັງໝົດບໍ່ພົບເຊື້ອ.


ເລີ່ມແຕ່ວັນທີ1 ເມສາ ເປັນຕົ້ນໄປຄຳສັ່ງເລກທີ 06 ມີຜົນສັກສັດໃຫ້ຈັດຕັ້ງປະຕິບັດ, ຄະນະສະເພາະກິດ ໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນ ຜູ້ທີ່ພັກວຽກ, ພັກການ ແລະ ປະຊາຊົນທົ່ວໄປທີ່ຈະຈຳກັດໂຕເອງຢູ່ເຮືອນ ດ້ວຍວິທີການທີ່ເໝາະສົມດັ່ງນີ້:
1. ໝັ່ນລ້າງມືໃຫ້ສະອາດທຸກຄັ້ງເມື່ອມີການສຳພັດກັບວັດຖຸສິ່ງຂອງຢູ່ພາຍໃນເຮືອນ, ລ້າງມືໃຫ້ ຖືກວິທີ 7 ຂັ້ນຕອນ.
2. ເຮັດໃຫ້ອາກາດໃນເຮືອນລ່ວງດີ ເປີດປະຕູປ່ອງຢ້ຽມອອກເພື່ອລະບາຍອາກາດ.
3. ໝັ່ນອະນາໄມ ຂ້າເຊື້ອ ໂດຍການທຳຄວາມສະອາດໂຕະຕັ່ງ ສິ່ງຂອງໃນເຮືອນ ເປັນປະຈຳທຸກໆມື້.
4. ປະຕິບັດມາລະຍາດໃນການໄອຈາມ, ໄອໃສ່ກົກແຂນ ຫຼື ໃຊ້ເຈັ້ຍອະນາໄມ ແລະ ຖີ້ມໃສ່ຖັງທີ່ມີຝາປິດ.


5. ພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍຢູ່ໃນເຮືອນໃຫ້ສະໝໍາສະເໝີ ກິນອາຫານສະອາດສຸກດີ ແລະ ຢູ່ໃນຄວາມຮ້ອນ, ນອນໃຫ້ຫຼັບສະບາຍ.
6. ປະຕິບັດການຕິດຕາມວັດແທກອຸນຫະພູມຂອງຕົນ ແລະ ຄົນພາຍໃນຄອບຄົວໃຫ້ເປັນ ປະຈຳໃນແຕ່ລະວັນ ເຊົ້າ-ແລງ ຖ້າມີໄຂ້ຕ້ອງໄປພົບແພດໝໍ ແລະ ໂທປຶກສາ 166.
7. ປະຕິບັດການປ້ອງກັນຄົນໃນຄອບຄົວໃຫ້ດີ