Monthly Archives: January, 2020

ພະຍາດລະບາດຮ້າຍແຮງຈະສົ່ງຜົນກະທົບຕໍ່ເສດຖະກິດຈີນ

ການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ໃນຈີນໃນໄລຍະນີ້ເຮັດໃຫ້ນັກທຸລະກິດທົ່ວໂລກເກີດອາການກັງວົນວ່າການປິດເມືອງຕ່າງໆໃນແຂວງ ຫູເປີຍຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດຈີນ ແລະ ທ້າຍທີ່ສຸດກໍຈະສົ່ງຜົນກະທົບຕໍ່ເສດຖະກິດໂລກ. ພະຍາດຮ້າຍດັ່ງກ່າວຍັງຈະເປັນບັນຫາໃນອະນາຄົດໂດຍສະເພາະຜົນກະທົບທີ່ເຫັນໄດ້ຢ່າງຈະແຈ້ງຄືໃນໄລຍະກຸດຈີນຈໍານວນຜູ້ໂດຍສານຫຼຸດລົງຫຼາຍເນື່ອງຈາກລັດຖະບານຄວບຄຸມການເດີນທາງ,ຮຽກຮ້ອງໃຫ້ປະຊາຊົນຢູ່ແຕ່ພາຍໃນເຮືອນຫຼືຕຶກອາຄານ ແລະ ຍົກເລີກການຈັດງານລ້ຽງໃນໄລຍະກຸດຈີນ. ທ່ານ ຫຼິວ ສຽງໝິງ ລັດຖະມົນຕີກະຊວງຄົມມະນາຄົມຈີນກ່າວວ່າ:ການເດີນທາງໂດຍລວມໃນໄລຍະມື້ທໍາອິດຂອງກຸດຈີນຫຼຸດລົງ28,8%ເມື່ອປຽບທຽບກັບປີກ່ອນ,ສ່ວນການເດີນທາງທາງອາກາດຫຼຸດລົງ41,6%,ການເດີນທາງດ້ວຍລົດໄຟຫຼຸດລົງ41,5% ແລະ ການເດີນທາງທາງບົກຫຼຸດລົງ25%. ເມືອງ ອູຮັນ ຖືເປັນເມືອງທີ່ຄ້າຍຄືເຄື່ອງຈັກສໍາຄັນຂອງການຂັບເຄື່ອນເສດຖະກິດຈີນໂດຍຂໍ້ມູນຈາກທາງການໃຫ້ຮູ້ວ່າ ອັດຕາການຂະຫຍາຍຕົວທາງເສດຖະກິດຂອງເມືອງ ອູຮັນເມື່ອປີ2019ຢູ່ທີ່ລະດັບ7,8%.ນອກຈາກນີ້,ເມືອງດັ່ງກ່າວຍັງເປັນສູນກາງດ້ານການຄົມມະນາຄົມຂອງຈີນ;ມີການລົງທຶນດ້ານເທັກໂນໂລຢີຈໍານວນຫຼາຍເພາະສະນັ້ນການປິດເມືອງນີ້ຈຶ່ງສົ່ງຜົນກະທົບກັບການຂະຫຍາຍຕົວທາງເສດຖະກິດຂອງຈີນບໍ່ທາງກົງກໍທາງອ້ອມ. ນອກຈາກນີ້,ການລະບາດຂອງພະຍາດໃນຄັ້ງນີ້ຍັງກະທົບຕໍ່ເສດຖະກິດຈີນໃນພາບລວມໂດຍສະເພາະທຸລະກິດຮ້ານຄ້າ ແລະ ບໍລິສັດທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງໂດຍ ດິ ອິໂຄໂນມິກ ອິນເທວລິເຈນ ຢູນິດຫຼືອີໄອຢູເຜີຍບົດລາຍງານເມື່ອບໍ່ດົນມານີ້ລະບຸວ່າການລະບາດຂອງພະຍາດຮ້າຍອາດຈະສົ່ງຜົນກະທົບຕໍ່ເສດຖະກິດປະມານ0,5-1%. ສ່ວນໃນປີນີ້,ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດຈີນຢູ່ທີ່5,9%ເທົ່ານັ້ນ;ເຖິງວ່າບັນດານັກເສດຖະສາດສ່ວນໃຫຍ່ຈະເຫັນກົງກັນວ່າການລະບາດຂອງພະຍາດຮ້າຍອາດຈະສົ່ງຜົນກະທົບຕໍ່ເສດຖະກິດໜ້ອຍກວ່າພະຍາດ ຊາຣ໌ສເມື່ອປີ2003ເຊິ່ງໃນຄັ້ງນັ້ນສົ່ງຜົນກະທົບຕໍ່ຈີດີພີຈີນເຖິງ2%. ປັດຈຸບັນການເຊື່ອມໂຍງຂອງເສດຖະກິດກັບເສດຖະກິດໂລກເພີ່ມຂຶ້ນຢ່າງມີໄນຍະສໍາຄັນເມື່ອປຽບທຽບກັບໄລຍະ17ປີກ່ອນ ແລະ ເພີ່ມຄວາມສ່ຽງທີ່ອາດຈະສົ່ງຜົນກະທົບລຸກລາມໄປຫາເສດຖະກິດໂລກໄດ້. ທັງນີ້ໃນແຕ່ລະປີມີຄົນຈີນເດີນທາງໄປທ່ອງທ່ຽວໃນຕ່າງປະເທດຈໍານວນກວ່າ100ລ້ານຄົນເຮັດໃຫ້ໂອກາດການລະບາດຂອງພະຍາດຮ້າຍໃນຄັ້ງນີ້ອາດຈະເຮັດໃຫ້ເກີດຄວາມກັງວົນໃນການເດີນທາງທ່ອງທ່ຽວຂອງນັກເດີນທາງທົ່ວໂລກ. ນອກຈາກທຸລະກິດຄົມມະນາຄົມ,ຄ້າຂາຍ...

ໂຮງໝໍທະຫານບໍ່ແກ້ວ ມອບ-ຮັບຫົວໜ້າພະແນກເສນາຮັກ ແລະ ຮອງການທະຫານ

ວັນທີ 28 ມັງກອນ 2020 ຜ່ານມາ, ໂຮງໝໍທະຫານແຂວງບໍ່ແກ້ວ ປະກາດແຕ່ງຕັ້ງຫົວໜ້າພະແນກເສນາຮັກຜູ້ໃໝ່ ແລະ ຮອງການທະຫານ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນໂທ ບຸນມີ ພາມີໄຊ  ຫົວໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຄຳພັນ ແກ້ວວິໄລ ຮອງຫ້ອງພະລາທິການ ທະຫານແຂວງບໍ່ແກ້ວ, ມີຄະນະພັກ...

ແຈ້ງຂ່າວ!  ການບິນລາວຍົກເວັ້ນຄ່າທຳນຽມຂໍຖອນເງິນຄືນໃຫ້ຜູ້ໂດຍສານໄປ ສປ ຈີນ

ລັດວິສາຫະກິດການບິນລາວ ແຈ້ງການອອກມື້ນີ້ 30 ມັງກອນ 2020 ຍິນດີຈະຍົກເວັ້ນຄ່າທຳນຽມການປ່ຽນແປງມື້ເດີນທາງ ແລະ ຄ່າທຳນຽມຂໍຖອນເງິນຄືນຂອງຜູ້ໂດຍສານທີ່ຈະຍົກເລີກການເດີນທາງ ເຂົ້າ-ອອກ ປະເທດ ສ.ປ ຈີນ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດປອດອັກເສບຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄໂຣນາໄວຣັສ ຢູ່ ສ.ປຈີນ ແລະ ໜັງສືແຈ້ງການຂອງລັດຖະບານຈີນ ກ່ຽວກັບການລະງັບການເດີນທາງເຂົ້າ - ອອກ ໃນເມືອງ ຫວູຮ່ານ ລວມໄປເຖິງເມືອງໃກ້ຄຽງທີ່ມີຄວາມສ່ຽງ ລັດວິສາຫະກິດການບິນລາວຍິນດີອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໂດຍການຍົກເວັ້ນຄ່າທຳນຽມການປ່ຽນແປງມື້ເດີນທາງ...

ນັກເປຍໂນຊາວຝຣັ່ງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຄົນລາວ

ການສະແດງຄອນເສີດ ຈາກນັກເປຍໂນຊາວຝຣັ່ງ ມາກສ໌ຊິມ ເຊັກກີນີ ( Maxime Zecchini ) ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຄົນລາວຢ່າງຫຼວງຫຼາຍ ແລະ ຍັງໄດ້ສະແດງບົດເພງທີ່ເປັນເອກະລັກ ຄວາມເປັນລາວອອກມາຢ່າງມ່ວນຊື່ນ. ມາກສ໌ຊິມ ເຊັກກີນີ ( Maxime Zecchini ) ນັກເປຍໂນຊາວຝຣັ່ງທີ່ມີຊື່ສຽງໄດ້ຈັດການສະແດງຄອນເສີດທີ່ອະລັງການ ແລະ ອັດສະຈັນຢ່າງຍິ່ງໃຫຍ່ ເຕັມໄປດ້ວຍຜູ້ຊົມຢ່າງຫຼວງຫຼາຍ ໂດຍໄດ້ສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມດ້ວຍການສະແດງດົນຕີທີ່ຫຼາກຫຼາຍ ປະກອບດ້ວຍຜົນງານເພງຂອງນັກປະພັນທີ່ມີຊື່ສຽງ ເຊັ່ນ:...

ຄະນະວິທະຍາສາດການກີລາ ຄອງເຈົ້າຫຼຽນຄໍາ ງານກີລານັກສຶກສາທົ່ວ ມຊ ສົກປີ 2019-2020

ໍງານແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ XI ປະຈໍາສົກສຶກສາ 2019-2020 ສໍາເລັດຢ່າງເປັນທາງການເມື່ອວັນທີ 29 ມັງກອນ 2020 ພາຍຫຼັງທີ່ແຂ່ງຂັນມາເປັນໄລຍະເວລາ 2 ເດືອນ ຂະນະທີ່ ເຈົ້າຫຼຽນຄໍາເປັນຂອງ ຄະນະວິທະຍາສາດການກີລາ ກວາດໄປ 17 ຫຼຽນຄໍາ. ການຈັດການແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ XI ປະຈໍາສົກສຶກສາ 2019-2020...

ນະຄອນຫຼວງປັບໃໝ່ ລາຄາຊິ້ນໝູເລີ່ມປະຕິບັດ 3 ກຸມພານີ້

ເພື່ອຊຸກຍູ້ສົ່ງເສີມຜູ້ດໍາເນີນທຸລະກິດການຜະລິດ, ຜູ້ຄ້າຂາຍ ແລະ ເປັນການປົກປ້ອງສິດ, ຜົນປະໂຫຍດຜູ້ຊົມໃຊ້ ຫຼື ຜູ້ບໍລິໂພກໃຫ້ມີຄວາມຍຸຕິທໍາບົນພື້ນຖານກົນໄກຕະຫຼາດ, ຫຼີກລ້ຽງການເອົາລັດເອົາປຽບກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ, ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຍ້ອນສະພາບຕົ້ນທຶນການຜະລິດໝູເພີ່ມຂຶ້ນຈາກການປ້ອງກັນພະຍາດໂຣກລະບາດໝູ (ASF), ສະພາບອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ອື່ນໆ ມີການເໜັງຕິງເພີ່ມຂຶ້ນ ເຊິ່ງເຮັດໃຫ້ຕົ້ນທຶນການຜະລິດໝູເພີ່ມຂຶ້ນ ການຄ້ານະຄອນຫຼວງຈິ່ງປັບຂຶ້ນລາຄາຊຶ້ນໝູໃໝ່ເລີ່ມແຕ່ 3 ກຸມພານີ້ເປັນຕົ້ນໄປ. ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ...

ຊີມອາຫານທົ່ວທຸກພາກໃນເທດສະການອາຫານລາວ 2020

ເທດສະການອາຫານລາວ ເລີ່ມແຕ່ວັນທີ 28 ຫາ 31 ມັງກອນ 2020 ຢູ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ມີບັນດາຮ້ານອາຫານ, ຮ້ານຫັດຖະກໍາ, ຮ້ານກະສິກໍາ, ຮ້ານຈາກສະຖານທູດ ແລະ ຮ້ານມາຈາກ OTOP ໄທ ທັງໝົດ 190 ຮ້ານ ມີອາຫານຈາກ 17 ແຂວງ ແລະ...

ການງົດເຂົ້າແລງສາມາດຫຼຸດນ້ຳໜັກໄດ້ແທ້ບໍ?

ງົດເຂົ້າແລງໃນການຫຼຸດນ້ຳໜັກຖືເປັນວິທີທີ່ເຂົ້າໃຈຜິດກັນມາດົນ ເພາະຕາມຄວາມຈິງແລ້ວການອົດເຂົ້າແລງແມ່ນອັນຕະລາຍຕໍ່ສຸຂະພາບ ແລະ ຍັງສົ່ງຜົນໃຫ້ລະບົບເຜົາຜານຖືກທຳລາຍຈົນຫຼຸດນ້ຳໜັກບໍ່ໄດ້ຜົນ. ວິທີໃນການຫຼຸດນ້ຳໜັກທີ່ຫຼາຍຄົນທີ່ລອງແລ້ວເຫັນຜົນໃນເວລາໄວກໍຄືການງົດເຂົ້າແລງ ໂດຍບໍ່ກິນອາຫານທຸກຊະນິດຍົກເວັ້ນນ້ຳ ເຊິ່ງວິທີນີ້ເປັນວິທີທີ່ຫຼຸດນ້ຳໜັກໄດ້ຢ່າງວ່ອງໄວ ແຕ່ເຊື່ອເລີຍວ່າຮ່າງກາຍ ແລະ ລະບົບເຜົາຜານແມ່ນກຳລັງເສື່ອມໂຊມລົງທຸກມື້ແນ່ນອນ. ຍິ່ງອົດເຂົ້າແລງຍິ່ງເປັນການທຳລາຍສຸຂະພາບ ເພາະນອກຈາກລະບົບເຜົາຜານເຮັດວຽກຊ້າລົງແລ້ວການອົດເຂົ້າແລງຍັງສົ່ງຜົນເສຍຕໍ່ຮ່າງກາຍ ດັ່ງນີ້: 1 ເພີ່ມໂອກາດໃຫ້ຮ່າງກາຍຂາດສານອາຫານ. 2 ພະຍາດກະເພາະຖາມຫາ. 3 ທ້ອງໄສ້ປັ່ນປ່ວນຈົນສົ່ງຜົນໃຫ້ນອນບໍ່ຫຼັບ. 4 ມີອາການອ່ອນເພຍ, ວິນຫົວ ແລະ ອາດຈະມີອາການໜ້າມືດຮ່ວມນຳ. 5 ລະບົບຂັບຖ່າຍກໍເສື່ອມໂຊມລົງ. ກິນເຂົ້າແລງແບບໃດບໍ່ໃຫ້ຕຸ້ຍ: ໃນເມື່ອຮູ້ແລ້ວວ່າການອົດເຂົ້າແລງບໍ່ໄດ້ຊ່ວຍຫຼຸດນ້ຳໜັກໄດ້ຢ່າງປອດໄພ ແຖມຍັງໃຫ້ໂທດຕໍ່ສຸຂະພາບອີກດ້ວຍ. ສະນັ້ນ, ຄວນກິນເຂົ້າແລງແບບໃດບໍ່ໃຫ້ຕຸ້ຍດີກວ່າ ໂດຍເລືອກອາຫານທີ່ໃຫ້ພະລັງງານບໍ່ສູງ...

ການຊື້ – ຂາຍປີ້ຍົນ ໃນປີ 2020 ມີທັງໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ

ຂາຍປີ້ຍົນຖືວ່າເປັນອີກຫົວໜ່ວຍທຸລະກິດທີ່ສ້າງລາຍຮັບໃຫ້ແກ່ຜູ້ປະກອບການເປັນຈໍານວນຫຼວງຫຼາຍ ເນື່ອງຈາກໄລຍະຫຼັງມານີ້ມວນຊົນພາຍໃນກໍນິຍົມຫັນມາໃຊ້ບໍລິການທາງອາກາດເພີ່ມຂຶ້ນ. ທັງນີ້, ກໍຍ້ອນລາຄາ ແລະ ການບໍລິການມີສິ່ງອໍານວຍ ຄວາມສະດວກຫຼາຍກວ່າແຕ່ກ່ອນ. ສະນັ້ນ, ຈຶ່ງເຮັດໃຫ້ບັນຍາກາດການຊື້ - ຂາຍປີ້ຍົນໃນປັດຈຸບັນເພີ່ມຂຶ້ນຕໍ່ເນື່ອງ ຫາກສັງເກດຈະມີທັງບໍລິສັດລົງທຶນພາຍໃນ ແລະ ຕົວແທນຈໍາໜ່າຍຂອງຕ່າງປະເທດແຂ່ງຂັນກັນໃຫ້ບໍລິການລູກຄ້າຢ່າງຄຶກຄັກ. ຂະນະດຽວກັນ, ນ່ານຟ້າເສລີກໍເປັນສິ່ງສຳຄັນທີ່ບັນດາປະເທດອາຊຽນ ໄດ້ຮັບຜົນປະໂຫຍດຈາກການຮ່ວມກັນເປັນໜຶ່ງດຽວຂອງຕະຫຼາດການບິນອາຊຽນ. ໃນນີ້, ທຸລະກິດສາຍການບິນທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ປັບຕົວທາງດ້ານບຸກຄະລາກອນລວມທັງເຕັກໂນໂລຊີທັນສະໄໝໃຫ້ສອດຄ່ອງກັບຍຸກອຸດສາຫະກໍາ 4.0 ເຊິ່ງໄລຍະຫຼັງມານີ້ເຮົາຈະເຫັນສາຍການບິນຕ່າງປະເທດຕ່າງເຂົ້າມາເປີດຖ້ຽວບິນສູ່ ສປປ...

ຂ່າວດີ!! ເປີດຮັບຜູ້ຈົບປະຖົມຂຶ້ນໄປ ເຂົ້າຮຽນຟຣີ ທີ່ວິທະຍາໄລເຕັກນິກແຂວງວຽງຈັນ

ວິທະຍາໄລ (ວລ) ເຕັກນິກ ແຂວງວຽງຈັນ ເປີດຮັບນັກຮຽນທີ່ຈົບປະຖົມ (ປໍ 5) ຂຶ້ນໄປ ໃນຂອບເຂດທົ່ວປະເທດ ເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ1 (C1) ພາຍໃຕ້ໂຄງການ sstvet ສົກຮຽນ 2019-2020. ໂດຍບໍ່ໄດ້ເສຍຄ່າຮຽນ ພ້ອມທັງໄດ້ຮັບດອກເບ້ຍ 620 ພັນກີບ ຕໍ່ຄົນຕໍ່ເດືອນຈົນຈົບ. ໃນ 7 ສາຂາອາຊີບ...
- Advertisment -
Slide
Slide

Most Read

error: Content is protected !!