ຄະນະວິທະຍາສາດການກີລາ ຄອງເຈົ້າຫຼຽນຄໍາ ງານກີລານັກສຶກສາທົ່ວ ມຊ ສົກປີ 2019-2020

142

ໍງານແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ XI ປະຈໍາສົກສຶກສາ 2019-2020 ສໍາເລັດຢ່າງເປັນທາງການເມື່ອວັນທີ 29 ມັງກອນ 2020 ພາຍຫຼັງທີ່ແຂ່ງຂັນມາເປັນໄລຍະເວລາ 2 ເດືອນ ຂະນະທີ່ ເຈົ້າຫຼຽນຄໍາເປັນຂອງ ຄະນະວິທະຍາສາດການກີລາ ກວາດໄປ 17 ຫຼຽນຄໍາ.

ການຈັດການແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ XI ປະຈໍາສົກສຶກສາ 2019-2020 ເລີ່ມແຂ່ງຂັນມາຕັ້ງແຕ່ວັນທີ 29 ພະຈິກ 2019 – 29 ມັງກອນ 2020 ໂດຍມີ 7 ປະເພດກີລາປະກອບດ້ວຍ ບານເຕະ ຍິງ-ຊາຍ, ບານສົ່ງໃນຮົ່ມຍິງ-ຊາຍ, ບານສົ່ງຫາດຊາຍ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ, ຟຸດຊໍຊາຍ, ເປຕັງ ຍິງ-ຊາຍ ແລະ ແລ່ນ-ລານ ຍິງ-ຊາຍ ໃນນັ້ນນັກກີລາເຂົ້າຮ່ວມທັງໝົດ 1,292 ຄົນ ( ຍິງ 462 ຄົນ ).

ໂດຍວັນທີ 29 ມັງກອນ 2020 ທີ່ສະໜາມກີລາກາງ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີການແຂ່ງຂັນນັດຊີງຊະນະເລີດບານເຕະຊາຍ ເປັນການພົບກັນລະຫວ່າງ ຄະນະວິສະວະກໍາສາດ ແຊັມເກົ່າ ພົບກັບ ຄະນະກະເສດສາດ ປາກົດວ່າ: ຄະນະວິສະວະກໍາສາດ ສາມາດປ້ອງກັນແຊັມໄດ້ສໍາເລັດ ດ້ວຍການບຽດເອົາໄປຫວຸດຫວິດ 1-0.

ສໍາລັບ ຕາຕະລາງຫຼຽນລາງວັນ ເຈົ້າຫຼຽນຄໍາເປັນ ຄະນະວິທະຍາສາດການກີລາ ກວາດໄປ 17 ຫຼຽນຄໍາ, 8 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບ 2 ເປັນຂອງ ຄະນະວິສະວະກໍາສາດ ຍາດໄດ້ 4 ຫຼຽນຄໍາ, 4 ຫຼຽນເງິນ ແລະ 3 ຫຼຽນທອງ ແລະ ອັນດັບ 3 ຄະນະວິທະຍາສາດສັງຄົມ ຍາດໄດ້ 1 ຫຼຽນຄໍາ ແລະ 3 ຫຼຽນເງິນ.
(ຂ່າວ: ຄໍາສອນ; ຮູບຈາກ: ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ)