ການຊື້ – ຂາຍປີ້ຍົນ ໃນປີ 2020 ມີທັງໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ

262

ຂາຍປີ້ຍົນຖືວ່າເປັນອີກຫົວໜ່ວຍທຸລະກິດທີ່ສ້າງລາຍຮັບໃຫ້ແກ່ຜູ້ປະກອບການເປັນຈໍານວນຫຼວງຫຼາຍ ເນື່ອງຈາກໄລຍະຫຼັງມານີ້ມວນຊົນພາຍໃນກໍນິຍົມຫັນມາໃຊ້ບໍລິການທາງອາກາດເພີ່ມຂຶ້ນ. ທັງນີ້, ກໍຍ້ອນລາຄາ ແລະ ການບໍລິການມີສິ່ງອໍານວຍ ຄວາມສະດວກຫຼາຍກວ່າແຕ່ກ່ອນ. ສະນັ້ນ, ຈຶ່ງເຮັດໃຫ້ບັນຍາກາດການຊື້ – ຂາຍປີ້ຍົນໃນປັດຈຸບັນເພີ່ມຂຶ້ນຕໍ່ເນື່ອງ ຫາກສັງເກດຈະມີທັງບໍລິສັດລົງທຶນພາຍໃນ ແລະ ຕົວແທນຈໍາໜ່າຍຂອງຕ່າງປະເທດແຂ່ງຂັນກັນໃຫ້ບໍລິການລູກຄ້າຢ່າງຄຶກຄັກ.

ຂະນະດຽວກັນ, ນ່ານຟ້າເສລີກໍເປັນສິ່ງສຳຄັນທີ່ບັນດາປະເທດອາຊຽນ ໄດ້ຮັບຜົນປະໂຫຍດຈາກການຮ່ວມກັນເປັນໜຶ່ງດຽວຂອງຕະຫຼາດການບິນອາຊຽນ. ໃນນີ້, ທຸລະກິດສາຍການບິນທັງພາຍໃນ ແລະ ຕ່າງປະເທດ ກໍໄດ້ປັບຕົວທາງດ້ານບຸກຄະລາກອນລວມທັງເຕັກໂນໂລຊີທັນສະໄໝໃຫ້ສອດຄ່ອງກັບຍຸກອຸດສາຫະກໍາ 4.0 ເຊິ່ງໄລຍະຫຼັງມານີ້ເຮົາຈະເຫັນສາຍການບິນຕ່າງປະເທດຕ່າງເຂົ້າມາເປີດຖ້ຽວບິນສູ່ ສປປ ລາວ ຫຼາຍຂຶ້ນ ເພາະລາວເຮົາເປັນປະເທດໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຢ່າງຫຼວງຫຼາຍ ສາມາດສ້າງລາຍຮັບຈາກຂະແໜງການນີ້ຫຼາຍລ້ານໂດລາໃນແຕ່ລະປີ.

ທ່ານ ຮັກ ພົມຜາລີ ຜູ້ອຳນວຍການ ບໍລິສັດ ດາກອນ ແອເຊີວິດ ໃຫ້ທັດສະນະວ່າ: ນັບແຕ່ປີ 2016 ເປັນຕົ້ນມາ ສັງເກດເຫັນວ່າບັນຍາກາດການຂາຍປີ້ຍົນມີຄວາມຄຶກຄັກຫຼາຍຂຶ້ນ ເນື່ອງຈາກສາຍການບິນຂອງຕ່າງປະເທດໄດ້ມາເປີດຖ້ຽວບິນສູ່ລາວເຮົາຫຼາຍຂຶ້ນ ເພາະວ່າລາວເຮົາເປັນປະເທດໜຶ່ງທີ່ມີຄວາມສະຫງົບທີ່ສຸດໃນພາກພື້ນ, ມີຮີດຄອງປະເພນີ – ວັດທະນະທຳອັນດີງາມມາຍາວນານ, ມີແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ເປັນເອກະລັກຂອງປະເທດ.

ຫາກສັງເກດຫຼາຍປີຜ່ານມາ ປະເທດລາວກໍເຄີຍໄດ້ຮັບລາງວັນປະເທດປາຍທາງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ. ສະນັ້ນ, ຈຶ່ງເຮັດໃຫ້ເປັນເປົ້າໝາຍການທ່ອງທ່ຽວຂອງບັນດານັກທ່ອງທ່ຽວຈາກທົ່ວໂລກ ຫຼື ເດີນທາງເຂົ້າມາລົງທຶນ ແລະ ເຮັດທຸລະກິດການຄ້າຕ່າງໆນັບມື້ເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ທຸລະກິດການບໍລິການ ໂດຍສະເພາະແມ່ນການຂາຍປີ້ຍົນພາຍໃນ – ຕ່າງປະເທດ ກໍມີຍອດຈໍາໜ່າຍເພີ່ມຂຶ້ນເຊັ່ນກັນ ຫາກທຽບໃສ່ກັບປີ 2019 ຜ່ານມາ ແລະ ປີ 2020 ນີ້ ບໍລິສັດພວກເຮົາຕັ້ງເປົ້າຈຳໜ່າຍປີ້ຍົນປະມານ 600 – 700 ປີ້ຕໍ່ເດືອນ ຫຼື ເພີ່ມຂຶ້ນຈາກປີກ່ອນ ປະມານ 25% – 30% ນັບທັງລູກຄ້າເກົ່າ ແລະ ໃໝ່ ເຊິ່ງຈະເຮັດໃຫ້ບັນດາບໍລິສັດຕົວແທນຈຳໜ່າຍປີ້ຍົນມີການແຂ່ງຂັນຫຼາຍຂຶ້ນທາງດ້ານຄຸນນະພາບ ແລະ ການບໍລິການເພື່ອຍາດແຍ່ງເອົາຕະຫຼາດສ່ວນແບ່ງ ອາດຈະມີການຫຼຸດແລກແຈກແຖມ ຫຼື ມີໂປຣໂມຣຊັນໃຫ້ກັບລູກຄ້າຂອງຕົນ ອາດເວົ້າໄດ້ວ່າປີ 2020 ນີ້ ຖືວ່າເປັນປີແຫ່ງຄວາມທ້າທາຍຂອງຕະຫຼາດການຈຳໜ່າຍປີ້ຍົນໃນບ້ານເຮົາກໍວ່າໄດ້.

ຂະນະທີ່, ບັນດາຕົວແທນຈຳໜ່າຍປີ້ຍົນ ຫຼື ບໍລິສັດທີ່ດຳເນີນທຸລະກິດໃນຂະແໜງການນີ້ກໍເພີ່ມຂຶ້ນຈາກເມື່ອກ່ອນ ໂດຍສະເພາະໃນນະຄອນຫຼວງວຽງຈັນຫຼາຍກວ່າ 100 ແຫ່ງ ແຕ່ປັດຈຸບັນຕົວເລກດັ່ງກ່າວແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄຽງຄູ່ກັນນັ້ນ, ທຸລະກິດດ້ານນີ້ຕ່າງກໍປັບປຸງເລື່ອງການບໍລິການຂອງຕົນ ເພື່ອໃຫ້ລູກຄ້າຜູ້ເກົ່າໃຊ້ບໍລິການເຮົາຕະຫຼອດໄປ ແລະ ເພີ່ມຈໍານວນລູກຄ້າໃໝ່ເຂົ້າມາດ້ວຍຫຼາຍຊ່ອງທາງ ເພື່ອເຮັດແນວໃດໃຫ້ເຂົາເຈົ້າໄດ້ຮັບການບໍລິການທີ່ໜ້າພໍໃຈ ເຊິ່ງບໍ່ພຽງແຕ່ເທົ່ານີ້ບັນດາທຸລະກິດເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ກໍໄດ້ປັບປຸງຂອດການບໍລິການຂອງຕົນຢ່າງຫຼວງຫຼາຍເຊັ່ນກັນ.

[ ຂ່າວ – ຮູບ: ສົມສະຫວິນ ]