ຍຸດທະວິທີ 15 ປະການ ສໍາລັບພາວະຜູ້ນໍາທີ່ປະສົບຄວາມສໍາເລັດ

117

ການບໍລິຫານວຽກ, ຄົນ ແລະ ອົງກອນ ໃຫ້ກ້າວໄປຕາມເປົ້າໝາຍທີ່ວາງໄວ້ ຜູ້ບໍລິຫານ ຫຼື ຜູ້ນຳຈະຕ້ອງໄດ້ເອົາໃຈໃສ່ປະຕິບັດ ແລະ ປະພຶດຕົນຄືກັບຜູ້ນຳທີ່ສາມາດບໍລິຫານງານ ແລະ ນຳພາອົງກອນໄປສູ່ຄວາມສຳເລັດ ຫຼາຍໆທ່ານຜ່ານມາ, ຈະມີຄືແນວໃດນັ້ນ ມື້ນີ້ພວກເຮົາຈະມານຳສະເໜີຍຸດທະວິທີ 15 ປະການ ສຳລັບພາວະຜູ້ນຳທີ່ປະສົບຜົນສຳເລັດ ມີດັ່ງນີ້:

  1. ເປັນຕົວຢ່າງທີ່ດີ:

ການເປັນຜູ້ນຳຕ້ອງເປັນແບບຢ່າງທີ່ດີ ເພື່ອໃຫ້ພະນັກງານໄດ້ເຫັນ ເຊັ່ນ: ມີຄວາມຈິງໃຈ, ສັດຊື່, ຄວບຄຸມອາລົມໃຊ້ປັນຍາ, ກ້າຕັດສິນໃຈ, ມີເຫດມີຜົນ, ກຳນົດວັດຖຸປະສົງ, ລິເລີ່ມ ແລະ ກະຕືລືລົ້ນ ເພາະການເປັນແບບຢ່າງເປັນຍຸດທະວິທີທີ່ດີຫຼາຍ ສໍາລັບຜູ້ນໍາທີ່ມີຄວາມສາມາດ.

  1. ບອກຄວາມຄາດຫວັງທ່ານຊັດເຈນ: ທ່ານຄາດຫວັງແນວໃດກັບຜູ້ຮ່ວມງານທີ່ລາວຈະເຮັດໃຫ້ເກີດຄວາມເພິ່ງພໍໃຈກັບທ່ານ ຢ່າຄິດເອົາເອງວ່າລາວຈະຮັບຮູ້ ບໍ່ຕ້ອງຢ້ານທີ່ຈະບອກລາວວ່າ ທ່ານຕ້ອງການຫຍັງ, ບອກລາວກ່ອນທີ່ລາວຈະເຮັດວຽກງານ ແລະ ເຕືອນລາວເລື້ອຍໆ ເທົ່າທີ່ຈະເຮັດໄດ້.
  2. ນັດປະຊຸມ: ເພື່ອສ້າງທີມໃຫ້ເຂັ້ມແຂງ, ສົ່ງເສີມການມີສ່ວນຮ່ວມແລກປ່ຽນ ຄວາມຄິດໃຫ້ກຸ່ມໃຫ້ເນັ້ນທີ່ເປົ້າໝາຍ.
  3. ໃຫ້ລາງວັນຜູ້ໃຫ້ຄວາມຮ່ວມມື ແລະ ເຮັດວຽກໜັກ: ຖ້າໃຫ້ລາງວັນພວກເຂົາແລ້ວ ພວກເຂົາຈະເຮັດວຽກດີຂຶ້ນ.
  4. ຍອມຮັບຄວາມແຕກຕ່າງ ລະຫວ່າງ ບຸກຄົນ ແລະ ສ້າງປະໂຫຍດຈາກຄວາມແຕກຕ່າງເຫຼົ່ານັ້ນ.
  5. ໃຫ້ຄໍາຊົມບາງຄົນທີ່ໃຫ້ຄວາມຮ່ວມມືກັບທີມ: ເບິ່ງວັດຖຸປະສົງ, ຄວາມຈິງໃຈ ແລະ ຄວາມຖີ່ ເຊິ່ງທ່ານແນ່ໃຈວ່າລາວເຮັດຕາມຄວາມຄາດຫວັງຂອງທ່ານ ແລະ ສາມາດປັບປຸງການເຮັດວຽກໃຫ້ດີຂຶ້ນ.
  6. ຮັບຟັງຜູ້ໃຕ້ບັງຄັບບັນຊາ: ຜູ້ຮ່ວມງານຈະຮູ້ສຶກວ່າ ສິ່ງທີ່ພວກເຂົາເວົ້ານັ້ນເປັນສິ່ງທີ່ມີຄວາມສໍາຄັນ, ທ່ານຈະໄດ້ຮັບຄວາມນັບຖື ແລະ ໄດ້ຮັບຄວາມຈິງໃຈຫຼາຍຂຶ້ນ.
  7. ເລືອກບຸກຄົນທີ່ສາມາດເຮັດວຽກກັນເປັນທີມ: ບໍ່ມີການຝຶກອົບຮົມຊະນິດໃດທີ່ປ່ຽນແປງບຸກຄະລາກອນທີ່ຕ່າງຈາກທີມຂອງທ່ານໄດ້ຫຼາຍ, ໃຫ້ພິຖີພິຖັນໃນການເລືອກຄົນ, ບໍ່ຕ້ອງມາຈ່າຍເງິນເພື່ອປ່ຽນແປງແກ້ໄຂສິ່ງຜິດໆ ຖິ້ມໄວ້ໃຫ້ຄູ່ແຂ່ງຂອງທ່ານຈະດີກວ່າ.
  8. ຮ່ວມກັນກໍານົດເປົ້າໝາຍ: ສ້າງແຮງຈູງໃຈ ແລະ ເຫດຜົນຕ່າງໆ, ບໍ່ຕ້ອງບອກວ່າ ພວກເຂົາຕ້ອງເຮັດຫຍັງໃນສະຖານະການຕ່າງໆ ແລະ ໃຫ້ລາວຊ່ວຍຕັດສິນໃຈ ໃນວິທີການທີ່ດີທີ່ສຸດ ໃນການທີ່ຈະເຮັດໃຫ້ບັນລຸຜົນຕາມຄວາມຕ້ອງການຕ່າງໆເຫຼົ່ານັ້ນ.
  9. ຍອມຮັບຄວາມຜິດພາດ: ການຍອມຮັບຄວາມຜິດພາດສະແດງເຖິງຄວາມເຂັ້ມແຂງຫຼາຍກວ່າການສະແດງຄວາມອ່ອນແອ.
  10. ຢ່າໃຫ້ຄໍາໝັ້ນສັນຍາອັນໃດງ່າຍໆ: ມີສອງສິ່ງທີ່ຈະເກີດຂຶ້ນເວລາໃຫ້ສັນຍາບໍ່ເປັນສິ່ງທີ່ດີ ນັ້ນກໍຄືມີຄວາມຄາດຫວັງໃຫ້ເປັນໄປຕາມສັນຍາ ແລະ ຖ້າບໍ່ສາມາດເປັນໄປຕາມສັນຍາມິດຕະພາບກໍຈະສະຫຼາຍໄປ.
  11. ບໍລິຫານເວລາໃຫ້ດີ ແລະ ຄວນມີເວລາໃຫ້ເພື່ອນຮ່ວມງານຂອງທ່ານແດ່.
  12. ມອບໝາຍງານໃຫ້ເໝາະສົມ ສອດຄ່ອງກັບ ຄວາມຕ້ອງການຂອງອົງກອນ: ສິ່ງນີ້ເປັນຄໍາຕອບທີ່ດີສໍາລັບຄໍາຖາມທີ່ວ່າ “ ຂ້າພະເຈົ້າຈະຈູງໃຈລູກນ້ອງໄດ້ແນວໃດ ”.
  13. ທ່ານຕ້ອງຍອມຮັບຄ່າຂອງຄົນ: ຕາມຄວາມແຕກຕ່າງຂອງບຸກຄະລາກອນ, ທ່ານກໍຕ້ອງຮູ້ວ່າສິ່ງໃດທີ່ຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນ, ຄົນອື່ນກໍເຊັ່ນດຽວກັບທ່ານ, ທຸກຄົນຕ້ອງການມີຄວາມຮູ້ສຶກວ່າຕົວເອງສໍາຄັນ ຖ້າທ່ານຍ້ອງຍໍລາວແລ້ວລາວກໍຈະຍ້ອງຍໍທ່ານ.
  14. ແກ້ໄຂບັນຫາຄວາມຂັດແຍ່ງຢ່າງຍຸຕິທໍາ: ຈະສົ່ງຜົນຕໍ່ຮູບແບບການແກ້ໄຂບັນຫາຄວາມຂັດແຍ່ງຂອງທ່ານ ແລະ ຮຽນຮູ້ທີ່ຈະແກ້ໄຂບັນຫາຄວາມຂັດແຍ່ງຢ່າງສ້າງສັນ.