ໂຮງໝໍທະຫານບໍ່ແກ້ວ ມອບ-ຮັບຫົວໜ້າພະແນກເສນາຮັກ ແລະ ຮອງການທະຫານ

133

ວັນທີ 28 ມັງກອນ 2020 ຜ່ານມາ, ໂຮງໝໍທະຫານແຂວງບໍ່ແກ້ວ ປະກາດແຕ່ງຕັ້ງຫົວໜ້າພະແນກເສນາຮັກຜູ້ໃໝ່ ແລະ ຮອງການທະຫານ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນໂທ ບຸນມີ ພາມີໄຊ  ຫົວໜ້າການເມືອງກອງບັນຊາການທະຫານ ແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຄຳພັນ ແກ້ວວິໄລ ຮອງຫ້ອງພະລາທິການ ທະຫານແຂວງບໍ່ແກ້ວ, ມີຄະນະພັກ – ຄະນະບັນຊາ, ພະແນກການກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນຕີ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ໂຍກຍ້າຍນາຍທະຫານ ໂດຍອີງຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ຄື: ແຕ່ງຕັ້ງ ສະຫາຍ ພັນຕີ ບຸນໄຊ ແກ້ວປະເສີດ ຮອງການທະຫານໂຮງໝໍທະຫານ ໄປເປັນຮັກສາການຫົວໜ້າພະແນກເສນາຮັກ ທີ່ຂຶ້ນກັບຫ້ອງພະລາທິການ ແລະ ສະຫາຍ ຮ້ອຍເອກ ໄພວິລັດ ວຽງສີມາ ຫົວໜ້າຂະແໜງພາຍໃນ ໂຮງໝໍທະຫານແຂວງ ຂຶ້ນຮັກສາການຮອງການທະຫານ ໂຮງໝໍທະຫານແຂວງບໍ່ແກ້ວ.

ທີ່ມາ: ໜັງສືພິມບໍ່ແກ້ວ