ຂ່າວດີ!! ເປີດຮັບຜູ້ຈົບປະຖົມຂຶ້ນໄປ ເຂົ້າຮຽນຟຣີ ທີ່ວິທະຍາໄລເຕັກນິກແຂວງວຽງຈັນ

276

ວິທະຍາໄລ (ວລ) ເຕັກນິກ ແຂວງວຽງຈັນ ເປີດຮັບນັກຮຽນທີ່ຈົບປະຖົມ (ປໍ 5) ຂຶ້ນໄປ ໃນຂອບເຂດທົ່ວປະເທດ ເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ1 (C1) ພາຍໃຕ້ໂຄງການ sstvet ສົກຮຽນ 2019-2020. ໂດຍບໍ່ໄດ້ເສຍຄ່າຮຽນ ພ້ອມທັງໄດ້ຮັບດອກເບ້ຍ 620 ພັນກີບ ຕໍ່ຄົນຕໍ່ເດືອນຈົນຈົບ. ໃນ 7 ສາຂາອາຊີບ ຈຳນວນ 160 ຄົນ.

ອີງຕາມແຈ້ງການ ຂອງ ວິທະຍາໄລ ເຕັກນິກ ແຂວງວຽງຈັນ ວັນທີ 30 ມັງກອນ 2020 ເຖິງ ຊາວໜຸ່ມ ທີ່ຈົບປະຖົມຂຶ້ນໄປ (ປໍ 5) ທີ່ບໍ່ມີອາຊີບ ມາສະໝັກເຂົ້າຮຽນວິຊາຊີບຊັ້ນຕົ້ນ ລະດັບ1 (C1) ທີ່ວິທະຍາໄລເຕັກນິກ ແຂວງວຽງຈັນ ພາຍໃຕ້ໂຄງການ sstvet ສົກຮຽນ 2019-2020.

ທ່ານ ທອງຫຼໍ່ ວິໄລທອງ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ແຂວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງ ຊາວໜຸ່ມນັກຮຽນ ທີ່ຈົບປະຖົມຂຶ້ນໄປ ຊາບວ່າ: ວິທະຍາໄລພວກເຮົາມີແຜນດຳເນີນການຮຽນ-ການສອນ ຫຼັກສູດວິຊາຊີບຊັ້ນຕົ້ນ ລະດັບ1 (C1) ໄລຍະ 3 ເດືອນ  ( 4 ເດືອນ ໃນບາງສາຂາ) ໃນສາຂາຮຽນທີ່ວິທະຍາໄລເຕັກນິກແຂວງວຽງຈັນ ມີຄວາມພ້ອມດ້ານຕ່າງໆ.

ສະນັ້ນ, ທາງວິທະຍາໄລ ຈຶ່ງໄດ້ເປີດຮັບນັກຮຽນທີ່ຈົບປະຖົມຂຶ້ນໄປ ຈຳນວນ 160 ຄົນ ເຂົ້າຮຽນ ໃນ 7 ຂາຂາອາຊີບ ຄື: 1. ສາຂາອາຊີບ ສ້ອມແປງ ແລະ ບຳລຸງຮັກສາເຄື່ອງເຢັນ ຈຳນວນ 30 ຄົນ ເຂົ້າຮຽນລະດັບ C1 (4ເດືອນ), 2. ເສີມສວຍ ຈຳນວນ 20 ຄົນ, ເຂົ້າຮຽນລະດັບ C1 (3ເດືອນ), 3. ອອກແບບ ແລະ ຕິດຕັ້ງງານເຫຼັກ (ຊ່າງຈອດ) 25 ຄົນ ເຂົ້າຮຽນລະດັບ C1 (3ເດືອນ), 4. ສ້ອມແປງລົດຈັກ 25 ຄົນ ເຂົ້າຮຽນລະດັບ C1 (3ເດືອນ), 5. ຊ່າງກໍ່-ໂບກ 20 ຄົນ,ເຂົ້າຮຽນລະດັບ C1 (3ເດືອນ), 6. ຊ່າງໄມ້ 20 ຄົນ, ເຂົ້າຮຽນລະດັບ C1 (3ເດືອນ), 7. ປູກເຫັດ 20 ຄົນ, ເຂົ້າຮຽນລະດັບ C1 (3ເດືອນ).

ສຳລັບ ເງື່ອນໄຂຜູ້ສະໝັກ:

1ຊາວໜ່ມອາຍຸຕັ້ງແຕ່ 15 35 ປີ ທີ່ຈົບປະຖົມຂຶ້ນໄປ, ບໍ່ມີວຽກເຮັດງານທຳ ລວມທັງຄູສັນຍາຈ້າງ ແລະ ອາສາສະໝັກໃນໂຮງຮຽນຕ່າງໆ.

2ມາພົວພັນເອົາແບບຟອມສະໝັກ ແລະ ສົ່ງແບບຟອມສະໝັກທີ່ວິທະຍາໄລເຕັກນິກແຂວງວຽງຈັນ ( ພະແນກວິຊາການ) ໃນໂມງລັດຖະການ ຫຼື ຕາມບັນດາຫ້ອງການສຶກສາທິການ ແລະ ກິລາ ເມືອງ ຕ່າງໆ.

3ເລີ່ມຮັບສະໝັກ ແຕ່ວັນທີ 3 ຫາ 21 ກຸມພາ 2020 ນີ້ ແລະ ເລີ່ມເປີດການຮຽນ-ການສອນ ໃນວັນທີ 2 ມີນາ 2020 ເປັນຕົ້ນໄປ

ສຳລັບຜູ້ທີມີຄວາມສົນໃຈ ແມ່ນສາມາດ ເຂົ້າໄປຕິດຕໍ່ພົວພັນ ໄດ້ທີ່ວິທະຍາໄລ ເຕັກນິກ ແຂວງວຽງຈັນ ຫຼື ສາມາດ ສອບຖາມໄດ້ທີ່ ເບີ 020  5575 2380 ແລະ 023 400152