ຊັອກວົງການບັນເທີງ! ຈົບຮັກ 22 ປີ ເຈ້ຍ ປາຊີຟິກ ກັບ ພັນລະຍາ

65

ຂ່າວບັນເທີງມື້ນີ້ ຂໍນໍາສະເໜີຂ່າວຊັອກວົງການບັນເທີງ ແຕ່ຄວາມຮັກກໍຍັງສວຍງາມສະເໝີ ຈາກກັນດ້ວຍ ຄວາມເຂົ້າໃຈ ຂອງເຈ້ຍ ປາຊີຟິກ ກັບ ພັນລະຍາ ເຊິ່ງທາງດ້ານ /ພັນລະຍາ ໄດ້ໂພສວ່າ: “ ຄວາມຮັກສວຍງາມສະເໝີ ເຖິງແມ້ວ່າລະຫວ່າງເຮົາຊິຈົບໄປແລ້ວກໍ່ຕາມ ຂໍຂອບໃຈຄວາມຮັກ ຄວາມເສຍສະຫຼະ ຕະຫລອດ 22 ປີ ທີ່ຜ່ານມາ ຂໍຂອບໃຈອ້າຍເຈ້ຍທີ່ສ້າງທຸກຢ່າງ ເປັນແສງສະຫວ່າງໃຫ້ຂ້ອຍ ຂ້ອຍໂຊກດີຫຼາຍທີ່ຊີວິດນີ້ໄດ້ພົບເຈົ້າ ແລະ ມີເຈົ້າເປັນພໍ່ຂອງລູກ. ຂ້ອຍຍັງຮັກ ແລະ ຈະເກັບທຸກຄວາມຊົງຈຳໄວ້ໃນໃຈສະເໝີບໍ່ລືມ. ເຮົາຍັງເປັນຄອບຄົວເປັນພໍ່ເປັນແມ່ທີ່ດີຂອງລູກຕະຫລອດໄປ. ເຮົາຈະລ້ຽງລູກເຮົາໃຫ້ມີຄວາມສຸກນຳກັນ ແລະຍັງຈະຮ່ວມສ້າງຜົນງານນຳກັນເທົ່າທີ່ເຮັດໄດ້ເພື່ອລູກເຮົາ ຂອບໃຈເຈ້ຍທີ່ຮັກແລະເມດຕາໄຊ ອະນາຄົດຂ້າງໜ້າຊິເປັນແນວໃດບໍ່ຮູ້ ແຕ່ຂ້ອຍຂໍພາວະນາໃຫ້ອ້າຍພົບກັບຄວາມສຸກຄວາມສະຫງົບ. Goodbye my first love. I will always pray for your happiness. Our legacy will remain. Phoumsana Sirivongsa”.
ເຊັ່ນດຽວກັນ ທາງດ້ານໜຸ່ມເຈ້ຍ ກໍໄດ້ມີການໂພດກ່ຽວກັບເຫດການໃຈຄັ້ງນີ້ເຊັ່ນດຽວກັນ ໂດຍໄດ້ບອກວ່າ: “ຄວາມຮັກຄື ຄວາມເຂົ້າໃຈ ແລະ ຄວາມຮັກຄືການຢາກເຫັນຄົນທີ່ ເຮົາຮັກມີ ຄວາມສຸກຕະຫຼອດເວລາ 22ປີ ທີ່ເຮົາໃຊ້ຊີວິດຢູ່ຮ່ວມກັນມາ ຜ່ານທຸກຜ່ານສຸກ ຈາກທີ່ເຮົາບໍ່ມີຫຍັງ ເຮົາສູ້ຊົນນໍາກັນມາຈົນມາຮອດມື້ ທີ່ເຮົາປະສົບຜົນສໍາເລັດ. ໄຊ ເຈົ້າເປັນຜູ້ຍິງທີ່ແສນດີຫຼາຍ ທີ່ຢູ່ຄຽງຂ້າງຂ້ອຍມາຕະຫລອດ ເຈົ້າຊັບຜອດຂ້ອຍທຸກຢ່າງ ເວລາຂ້ອຍລົມເຈົ້າໃຫ້ກໍາລັງໃຈ ຢູ່ຄຽງຂ້າງ ເຈົ້າດູແລຄອບຄົວເຮົາເປັນຢ່າງດີ ເຈົ້າເປັນແມ່ທີ່ດີທີ່ສຸດຂອງລູກ ແລະ ເປັນ ເມຍ ທີ່ດີທີ່ສຸດ.
ມີພົບກະຕ້ອງມີຈາກ ບໍ່ຈາກເປັນກະຈາກຕາຍ ຄວາມຮັກທີ່ ຂ້ອຍມີໃຫ້ເຈົ້າຈະຄົງຢູ່ໃນໃຈຂອງຂ້ອຍສະເໝີ ຂອບໃຈທີ່ເຮົາສູ້ຊົນນໍາກັນມາຈົນຮອດ ມື້ນີ້ ຂ້ອຍໂຊກດີຫຼາຍທີ່ ໄດ້ຮັກກັບເຈົ້າ.
ເຮົາຍັງຈະເປັນ ພໍ່ ແລະ ແມ່ ຂອງ ເວຫາ ແລະ ວາຣາ ຕະຫຼອດໄປ ເຮົາຈະຊ່ວຍກັນລ້ຽງເຂົາແບບເກົ່າທີ່ເຮົາເຄີຍເຮັດມາ ພາເຂົາໄປທ່ຽວຮ່ວມກັນບາງເວລາ ທີ່ເຮົາທັງສອງຄົນສະດວກ ເຮົາຈະເປັນແບບຢ່າງພໍ່ແມ່ທີ່ດີໃຫ້ກັບລູກ ເຮົາຈະສິຊ່ວຍກັນສອນໃຫ້ລູກຂອງເຮົາເປັນຄົນດີຂອງສັງຄົມ ເຮົາຍັງຈະຮ່ວມງານກັນ ບໍລິຫານສິ່ງທີ່ເຮົາສ້າງມານໍາກັນ ເພື່ອອານາຄົດຂອງລູກ ໃນຖານະໝູ່.
ຂອບໃຈໄຊທີ່ເຂົ້າມາໃນຊີວິດເຈ້ຍ ແລະ ຮັກເຈ້ຍມາຕະຫຼອດ.
ຂໍໃຫ້ໄຊໄດ້ເຈີແຕ່ສິງດີດີເຂົ້າມາໃນຊີວິດ ແລະ ຂໍພາວະນາໃຫ້ໄຊມີຄວາມສຸກກັບຊີວິດ.
ສໍາລັບໃຜທີ່ເປັນຫ່ວງ ພວກເຮົາທັງສອງຄົນ ບໍ່ຕ້ອງເປັນຫ່ວງເດີ ພວກເຮົາແຍກທາງກັນດ້ວຍຄວາມເຂົ້າໃຈ ແລະ ບົນພື້ນຖານຂອງການເຄົາລົບການຕັດສິນໃຈຂອງທັງສອງຄົນ ສະເພາະຂ້ອຍ ໃຜທີ່ເປັນໝູ່ຄູ່ອ້າຍນ້ອງທີ່ຫວັງດີຕໍ່ຂ້ອຍ ບໍ່ຕ້ອງສົ່ງມາໃຫ້ກໍາລັງໃຈຂ້ອຍ ຫຼື ຖາມຫຍັງຂ້ອຍເດີ ເພາະສິ່ງທີ່ຂ້ອຍຂຽນໄປນີ້ມັນບອກທຸກຢ່າງໄປໝົດແລ້ວ ແລະ ເວລາເຈີໜ້າກັນ ກະບໍ່ຕ້ອງຖາມອີກວ່າເປັນຫຍັງ ຂອບໃຈ.
ອີກເລື່ອງໜຶ່ງທີ່ສໍາຄັນທີ່ສຸດ ຂ້ອຍບໍ່ໄດ້ສ້າງຄອນເທັນ ຫຼື ສ້າງດາມ້າໃດໆທັນສິ້ນ ເພາະລູກຜູ້ຊາຍຄືຂ້ອຍ ຖ້າຂ້ອຍຢາກດັງ ຂ້ອຍມີປັນຍາສ້າງຊື່ສຽງໃຫ້ໂຕເອງ ຂ້ອຍບໍ່ ດຶງຄອບຄົວລູກນ້ອຍໃຫ້ມາຕົວະສັງຄົມເພື່ອຫວັງຍອດໄລຄ໌ – ຍອດແຊ໌ ເພື່ອໃຫ້ຄົນອື່ນດ່າໜ້າດອກ ພວກເຮົາມີວິທີຫາເງິນທີ່ດີກ່ອນຫັ້ນ.ຂອບໃຈທຸກຄົນທີ່ໃຫ້ກໍາລັງໃຈ ແລະ ເປັນຫ່ວງພວກເຮົາທັງສອງຄົນ. ຄວາມຊົງຈໍາ ມັນຈະຢູ່ໃນໃຈຂອງເຈ້ຍຕະຫຼອດໄປ.