ເຊຍກັນຕໍ່ Mister Supranational Laos 2024 ຊານົນ ມະນີຜົນ ກຽມພ້ອມສົ່ງອອກ

40

ວ້າວໆ ມາສ່ອງໜຸ່ມຫຼໍ່ ດີກີ ຜູ້ກໍາກັບພະເອກໜຸ່ມ, ນາຍແບບ ຈາກເມືອງ ມໍລະດົກໂລກ ຂວັນໃຈສາວໆຫຼາຍໆຄົນ ຢ່າງ “ຊານົນ ມະນີຜົນ” ທີ່ຫຼ້າສຸດ ທາງສັງກັດ A-List Talent Agency ໄດ້ປະກາດວ່າ ໜຸ່ມ ຊານົນ ໄດ້ເປັນ Mister Supranational Laos 2024.
ແນ່ນອນວ່າ ໜຸ່ມ ຊານົນ ໄດ້ເປັນຕົວແທນໜຸ່ມລາວ ໄປປະກວດຕໍ່ໃນເວທີສາກົນ ເຊິ່ງຈະເປັນປະເທດໃດນັ້ນ ຖ້າຕິດຕາມໄປນໍາກັນ
ຊານົນ ໜຸ່ມຫຼໍ່ຈາກເມືອງມໍລະດົກໂລກ ແຂວງ ຫຼວງພະບາງ, ສູງ 183 ຊັງຕີແມັດ, ເປັນໜຸ່ມຜິວເຂັ້ມ ຍິ້ມມີສະເໜ່, ພ້ອມທັງບຸກຄະລິກ, ໜ້າຕາ, ຄວາມສາມາດບໍ່ນ້ອຍໜ້ານານາຊາດ ກຽມຕົວສົ່ງອອກ ບອກເລີຍ ສາວໆໜຸ່ມໆພ້ອມເຊຍ!! ເຊິ່ງຈະເປັນຕົວແທນປະເທດລາວກ້າວສູ່ສາຍຕາສາກົນໃນເດືອນ ກໍລະກົດນີ້ 2024
ຕິດຕາມເຊຍ ຕິດຕາມຜົນງານການເຄື່ອນໄຫວຂອງ ໜຸ່ມ ຊານົນໄດ້ ບອກເລີຍວ່າ ຈາກນີ້ຄົງຄ່ອຍໆປ່ອຍທີເດັດ ອອກມາໃຫ້ໄດ້ລຸ້ນກັນແນ່ນອນ.
ຂ່າວ: ເມລີ; ຈາກ: AlistLaos; ຮູບ: AlistLaos, Nonh Sanonh Maniphonh