ສົ່ງຕົວແທນສາວລາວ ນຸ້ຍ ມຸ້ຍທິດາ ໃນເວທີປະກວດ Miss Fitness Supermodel World 2024

191

ມາຮ່ວມເຊຍຕົວແທນປະເທດລາວນໍາກັນ ທີ່ສົ່ງອອກອີກຄົນ ຄື: ສາວ ນຸ້ຍ ມຸ້ຍທິດາ ກາຣັນຕີ Miss Fitness Supermodel Laos 2024 ມາເອົາໃຈຊ່ວຍເຊີຍຕົວແທນປະເທດ ໃນເວທີ Miss Fitness Supermodel World 2024 ທີ່ຈັດການແຂ່ງຂັນໃນລະຫວ່າງວັນທີ 9 – 19 ພຶດສະພາ 2024 ນີ້ ທີ່ປະເທດຫວຽດນາມ.

อาจเป็นรูปภาพของ 3 คน และ ข้อความพูดว่า "কয় ESS SUPERMODEL WORLD LAOS 2024"

ສາວ ນຸ້ຍ ໄດ້ອອກເດີນທາງແລ້ວ ໃນວັນທີ 9 ພຶດສະພາ 2024 ຖືສາຍສະພາຍລາວ ພ້ອມເສີດສາຍ ແລະ ຮ່ວມກິດຈະກໍາຕ່າງໆກັບທາງກອງປະກວດ.

ສາວ ນຸ້ຍ ມຸ້ຍທິດາ ກາຣັນຕີ ເປັນສາວງາມຈາກແຂວງໄຊຍະບູລີ ປະກວດມາແລ້ວຫຼາກຫຼາຍເວທີ ລວມທັງເວທີ ທິດາຊ້າງ ສາວນຸ້ຍ ໄດ້ບອກວ່າ:  ນຸ້ຍ ເອງ ເມື່ອກ່ອນເຄີຍຮູບຮ່າງຕຸ້ຍ ຫຸ່ນໃຫຍ່ ຈົນໄດ້ປະກວດນາງສາວທິດາຊ້າງ ຫຼັງຈາກນັ້ນ ກໍເຮັດຕາມຝັນຂອງຕົນເອງມາຕະຫຼອດ ກໍຄືສາຍປະກວດໃນເວທີຕ່າງໆຕັ້ງໃຈ ຟິດຫຸ່ນ ເບິ່ງແຍງຮູບຮ່າງຕົນເອງ ຈົນກາຍເປັນຄົນໜຶ່ງທີ່ໝັ້ນໃຈ ແລະ ດູດີແບບນີ້.

อาจเป็นรูปภาพของ 1 คน

ຜົນງານຜ່ານມາ ກໍໄດ້ເປັນ ນາງສາວຂວັນໃຈ ວັງວຽງ ຈາກເວທີປະກວດ Miss Grand Laos 2023 ໄດ້ມົງກຸດມາຄອບຄອງແບບງົງໆ ແລະ ກໍມີຜົນງານເດີນແບບ ຖ່າຍແບບ ແລະ ກະແສໃນໂລກອອນລາຍສະໝໍ່າສະເໝີ.

ສ່ວນການເປັນຕົວແທນປະເທດໄປປະກວດໃນຄັ້ງນີ້ ນຸ້ຍ ເອງ ກຽມພ້ອມເຕັມທີ່ທັງຮ່າງກາຍ, ພາສາ ຄວາມຮູ້ ແລະ ຈະເຮັດໃຫ້ດີທີ່ສຸດ ຈະຍາດໃຫ້ໄດ້ລາງວັນ ແລະ ຮອບເລິກໆ.

ຂໍແຮງໃຈ ແຮງເຊຍ ຈາກແຟນນາງງາມທົ່ວປະເທດລາວ ຮ່ວມຊົມ ຮ່ວມເຊຍ ສົ່ງກຳລັງໃຈໃຫ້ສາຍສະພາຍລາວ ໃນ ເວທີ Miss Fitness Supermodel World ເຊຍ ນຸ້ຍແດ່ເດີ.

ສໍາພາດ: ເມລີ; ຈາກ: Miss Fitness Super model Laos