10 ສິ່ງທີ່ຄວນຮູ້ກ່ຽວກັບ 2 ສາວງາມ MUL 2024 “ ຊົມພູ ” ແລະ “ ໂລຊ້າ ”

289

ຂ່າວບັນເທີງຍັງພາແຟນຂ່າວຕາມຕິດຂອບເວທີ ນາງງາມຈັກກະວານລາວ2024 Miss Universe Laos2024 ກັນຢູ່ ເພາະເປັນເວທີທີ່ໜ້າຕິດຕາມແຮງ ເນື່ອງຈາກວ່າໃນເວທີນີ້ ສາວງາມແຕ່ລະຄົນລ້ວນແຕ່ມີສະເໜ່ດຶງດູດ ມີ ຄວາມເປັນຕົວເອງໝັ້ນໃຈ ແລະ ໜ້າຕິດຕາມເປັນທີ່ສຸດເລີຍ. ສະນັ້ນຂ່າວບັນເທີງເອງ ເລີຍອົດໃຈບໍ່ໄດ້ທີ່ຈະນໍາສະເໜີໃຫ້ທຸກຄົນໄດ້ຮູ້ຈັກນໍາກັນ ເຊິ່ງໃນມື້ນີ້ຈະພາທຸກຄົນມາທໍາຄວາມຮູ້ຈັກກັບ 10 ສິ່ງ ທີ່ຄວນຮູ້ກ່ຽວກັບສອງສາວງາມ ຈາກເວທີນີ້ໄປພ້ອມກັນ.

อาจเป็นรูปภาพของ 1 คน และ ข้อความพูดว่า "SOMPHOU MISS UNIVE UNIVERSE ERSE LAOS SAIYABULI 2024"

ເລີ່ມຕົ້ນຈະພາທຸກຄົນມາທໍາຄວາມຮູ້ຈັກກັບ 10ສິ່ງທີ່ຄວນຮູ້ ກ່ຽວກັບຕົວແທນນຳສະເໜີ “ ແຂວງໄຊຍະບູລີ ” ຊົມພູ ເພັດອາລຸນ ຈິດຕະວົງ ໜຶ່ງເລີຍກໍຄືນິຍາມຄວາມເປັນຕົວເອງແມ່ນ ຊື່ສັດ ແລະ ເມດຕາ; ສອງ ຄວາມສາມາດພິເສດ ແມ່ນສາມາດເປົ່າເມໂລດຽນໄດ້ນໍາອີກ; ສາມ ອາຫານທີ່ມັກທີ່ສຸດຄື ຕຳໝາກຫຸ່ງ ແລະ ແກງໜໍ່ໄມ້; ສີ່ ສິ່ງທີ່ມັກທີ່ສຸດແມ່ນມັກເຂົ້າຟິດເນັດ ແລະ ຕີດອກ; ຫ້າ ສີທີ່ມັກທີ່ສຸດກໍຄືດຳ ກັບ ຂາວ; ຫົກ ສິ່ງທີ່ເຮັດໃນປັດຈຸບັນ ເປັນຄູອາສາສອນຕີກອງດຸລີຍາງນັ້ນເອງ; ເຈັດ ສິ່ງທີ່ປະທັບໃຈທີ່ສຸດໃນຊີວິດຄືການອາສາຊ່ວຍສັງຄົມ; ແປດ ຄຳວ່າຈິດໃຈທີ່ແຂງແກ່ນໃນມຸມມອງຂອງນ້ອງເອງຄື ຕ້ອງກ້າວຜ່ານຈຸດດ້ອຍ ແລະ ຈຸດທີ່ຕົວເອງຢ້ານ ແລ້ວພັດທະນາໃຫ້ດີທີ່ສຸດ ເພື່ອສິ່ງທີ່ເຮົາຢາກເຮັດ; ເກົ້າ ສິ່ງທີ່ຢາກສ້າງການປ່ຽນແປງໃນອະນາຄົດ ຄືນ້ອງຢາກຢຸດຕິ ຄວາມຮຸນແຮງ ແລະ ສຸດທ້າຍເລີຍ ເປົ້າໝາຍສູງສຸດໃນຊີວິດ ຢາກພັດທະນາສິ່ງແວດລ້ອມໃຫ້ດີຂຶ້ນກວ່າເກົ່ານັ້ນເອງ. ນີ້ກໍຄື 10 ສິ່ງທີ່ຄວນຮູ້ກ່ຽວກັບສາວງາມຄົນນີ້.

อาจเป็นรูปภาพของ 1 คน และ ข้อความพูดว่า "MISS UNIVERSE LAOS2024 LAOS 2024 REPRESENTING SAIYABULI 10 THINGS YOU SHOULD KNOW ABOUT SOMPHOU PHETALOUN CHITTAVONG"

ມາຕໍ່ກັນເລີຍທີ່ 10 ສິ່ງທີ່ຄວນຮູ້ກ່ຽວກັບ “ ໂລຊ້າ ” ມາຊ້າ ຢ່າທໍ່ຕູ້ຢົງກາຍ ຕົວແທນນຳສະເໜີ  “ ແຂວງ ຊຽງຂວາງ ” ໜຶ່ງ ການນິຍາມຄວາມເປັນຕົວເອງ ເປັນຄົນເຟຣນລີ້ ຕະຫຼົກ ມີຄວາມເປັນຕົວຂອງຕົວເອງ; ສອງ ຄວາມສາມາດພິເສດ ຮ້ອງເພງ, ເຕັ້ນ, ຟ້ອນ ແລະ ເດີນແບບ; ສາມ ອາຫານທີ່ມັກທີ່ສຸດ ກໍຄືຕົ້ມໄກ່, ປົ່ນປາ ກັບ ແຈ່ວບອງ; ສີ່ ສິ່ງທີ່ເຮົາມັກທີ່ສຸດຄືການໄດ້ທ່ອງທ່ຽວ ແລະ ການໄດ້ເຮັດໃນສິ່ງທີ່ຢາກເຮັດ;ຫ້າ ສີທີ່ມັກທີ່ສຸດມ່ວງ ກັບ ຟ້າ;ຫົກສິ່ງທີ່ເຮັດໃນປັດຈຸບັນກໍຄືການເປັນບຣາລິສຕ້າ; ເຈັດສິ່ງທີ່ປະທັບໃຈທີ່ສຸດໃນຊີວິດຄືການ ໄດ້ມີໂອກາດໄດ້ຮຽນຮູ້ພັດທະນາຕົນເອງໃນທຸກໆດ້ານ ບໍ່ວ່າຈະເປັນ ອາຊີບ ການສຶກສາ ກິດຈະກຳ ແລະ ເວທີ Miss Universe Laos;

อาจเป็นรูปภาพของ 1 คน และ ข้อความพูดว่า "MISS UNIVERSE LAOS LAOS2024 2024 REPRESENTING XIENGKHOUANG WHERE WHEREHERFATHERWASBORN ATHE ER WAS BORN 10 THINGS YOU SHOULD KNOW ABOUT ROSA MAXAR MAXARYATHORTOUYONGKAIY YATHORTOUYONGKAIY"

ແປດ ຄຳວ່າຈິດໃຈທີ່ແຂ່ງແກ່ນໃນມຸມມອງຂອງນ້ອງແມ່ນ ເປັນຜູ້ຍິງທີ່ສາມາດເປັນຜູ້ນຳ ມີ ຄວາມກ້າຫານ ຊື່ສັດຕໍ່ຫົວໃຈຕົນເອງ ສາມາດເປັນແຮງບັນດານໃຈໃຫ້ແກ່ທຸກຄົນ ແລະ ເປັນຜູ້ໃຫ້; ເກົ້າ ສິ່ງທີ່ຢາກສ້າງການປ່ຽນແປງໃນອະນາຄົດ ກໍຄືການຢາກເປັນແຮງບັນດານໃຈໃຫ້ແມ່ຍິງທຸກຊົນເຜົ່າໃຫ້ກ້າຫານ ແລະ ຕໍ່ຕ້ານ ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກນ້ອຍ ແລະ ສຸດທ້າຍກໍຄືເປົ້າໝາຍສູງສຸດໃນຊິວິດ ຢາກເປັນນາງງາມລະດັບແຖວໜ້າ ໃນຖານະຜູ້ຍິງທີ່ເປັນຊົນເຜົ່າ ໃຫ້ທຸກຄົນໄດ້ຈົດຈຳວ່າຜູ້ຍິງທຸກໆຊົນເຜົ່າສາມາດທີ່ຈະເປັນນາງງາມໄດ້

อาจเป็นรูปภาพของ 1 คน และ ข้อความพูดว่า "ROSA MISS UNIVERSE UNIVERSELAOSXIENGKHOUANG2024 LAOS XIENGKHOUANG2024"

ທ້າຍນີ້ຂ່າວບັນເທີງເອງຝາກເປັນກໍາລັງໃຈໃຫ້ກັບສອງສາວແນ່ເດີ້ ໃນເວທີ Miss Universes Laos 2024ນັ້ນເອງ ສາມາດຕິດຕາມຜົນງານການເຄື່ອນໄຫວຕ່າງໆຂອງນ້ອງໄດ້ທີ່ເພຈໄດ້ເລີຍ.