ປາຢົງ ທ່າວເຈີດຈິງ ນັກຮຽນເກັ່ງອັນດັບ1ລະດັບຊາດ ວິຊາພາສາລາວ – ວັນນະຄະດີ ຈາກໂຮງຮຽນປາດຖະໜາ

98

ນາງ ປ່າຢົງ ທ່າວເຈີດຈິງ ເປັນນັກຮຽນເກັ່ງຄົນໜຶ່ງທີ່ມີ ຄວາມອົດທົນ ແລະ ພະຍາຍາມໃນການຮຽນທີ່ສຸດ ເຖິງວ່າຈະເຄີຍຜິດຫວັງກັບການສອບເສັງນັກຮຽນເກັ່ງໃນຄັ້ງຜ່ານມາກໍຕາມ ແຕ່ນ້ອງເພິ່ນຍັງມີໃຈສູ້ບໍ່ຍອມທໍ້ຖອຍ ໂດຍການປັບປຸງພັດທະນາຕົວເອງມາເລື້ອຍໆໃນຈຸດທີ່ບົກຜ່ອງຈົນສາມາດພິສູດຕົວເອງໃຫ້ທຸກຄົນໄດ້ເຫັນ ກໍຄືສາມາດຍາດໄດ້ອັນດັບ 1 ໃນການສອບເສັງນັກຮຽນເກັ່ງລະດັບຊາດວິຊາພາສາລາວ – ວັນນະຄະດີສົກຮຽນ 2023 – 2024.

อาจเป็นรูปภาพของ 7 คน และ ข้อความ

ນາງ ປາຢົງ ທ່າວເຈີດຈິງ ນັກຮຽນເກັ່ງອັນດັບ 1 ລະດັບຊາດ ໃນສົກຮຽນ 2023 – 2024 ວິຊາພາສາລາວ – ວັນນະຄະດີ ຊັ້ນ ມ 4 ຈາກໂຮງຮຽນ ມ.ສ ປາດຖະໜາ ໃຫ້ສໍາພາດວ່າ: ນ້ອງເອງມີຄວາມຕື່ນເຕັ້ນຫຼາຍທີ່ເສັງໄດ້ລະດັບຊາດ ຜ່ານມານ້ອງເຄີຍໄປເສັງນັກຮຽນເກັ່ງໃນຂັ້ນ ປ 5 ແລະ ຜົນທີ່ໄດ້ຮັບນັ້ນກໍບໍ່ເປັນໄປຕາມທີ່ຫວັງ ເມື່ອມີຄວາມຜິດພາດຄືແບບນັ້ນແລ້ວນ້ອງກໍບໍ່ທໍ້ຖອຍໃຈ ເມື່ອມີໂອກາດຄັ້ງໃໝ່ນີ້ນ້ອງຈຶ່ງຕັ້ງໃຈສຶກສາຮໍ່າຮຽນຈົນສາມາດຍາດໄດ້ທີ 1 ລະດັບຊາດວິຊາພາສາ ລາວ – ວັນນະຄະດີ.

อาจเป็นรูปภาพของ 4 คน และ ข้อความ

ກ່ອນຈະມາເປັນນັກຮຽນເກັ່ງນ້ອງກໍມີເຕັກນິກໃນການຮຽນຄື: ຈະມີການຕັ້ງເປົ້າໝາຍໄວ້ກ່ອນວ່າສິ່ງໃດແມ່ນສິ່ງທີ່ນ້ອງຕ້ອງການ ແລ້ວຈຶ່ງມາວາງລະບຽບແບບແຜນວ່າມີສິ່ງໃດສໍາຄັນ ແລະ ຕ້ອງທໍາ ຄວາມເຂົ້າໃຈກັບບົດຮຽນຢ່າງເລິກເຊິ່ງ, ຮູ້ແບ່ງເວລາໃນການຮຽນ, ພ້ອມດຽວກັນນີ້ກໍຕ້ອງມີລະບຽບວິໄນ ແລະ ຄວາມອົດທົນຕໍ່ບັນຫາຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນຈຶ່ງຈະສາມາດເຮັດໃຫ້ເຮົາປະສົບຜົນສໍາເລັດໄດ້.

อาจเป็นรูปภาพของ 2 คน, วัด และ ข้อความ

ໃນເວລາວ່າງ ສ່ວນຫຼາຍນ້ອງເອງມັກຈະອ່ານເລື່ອງສັ້ນ, ບົດກະວີ, ບົດກອນຕ່າງໆ, ອ່ານປຶ້ມ ແລະ ເບິ່ງວີດີໂອຕ່າງໆທີ່ເປັນພາສາອັງກິດ, ຊອກຫາຄວາມຮູ້ໃໝ່ໆຈາກສື່ແລະ ຫຼິ້ນກີລາເປັນບາງຄັ້ງ.

ຄວາມຝັນຂອງນ້ອງໃນອະນາຄົດແມ່ນນ້ອງຢາກເຮັດວຽກນໍາອົງການຢູເນສໂກ UNESCO ເນື່ອງຈາກເປັນໂຄງການທີ່ມຸ່ງເນັ້ນໃສ່ການພັດທະນາໂລກຂອງເຮົາໃຫ້ມີຄວາມສັນຕິພາບ ໂດຍສະເພາະແມ່ນການຊຸກຍູ້ຊ່ວຍເຫຼືອເດັກນ້ອຍທີ່ຢູ່ໃນເຂດຊົນນະບົດໃຫ້ໄດ້ຮັບການສຶກສາຮໍ່າຮຽນ, ອຸປະຖໍາຄໍ້າຊູຄົນທຸກຍາກຂາດເຂີນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກລໍາບາກ ເພາະນ້ອງເອງເປັນຄົົນໜຶ່ງທີ່ມີຄວາມສຸກເມື່ອໄດ້ຊ່ວຍເຫຼືອຄົນອື່ນ.

อาจเป็นรูปภาพของ 12 คน และ ข้อความ

ຄະຕິປະຈໍາໃຈຂອງນ້ອງແມ່ນ “ ຈົ່ງຕັ້ງໃຈ ແລະ ເຕັມທີ່ກັບທຸກໂອກາດ ແລ້ວເຮົາຈະບໍ່ມີວັນເສຍໃຈເຖິງແມ່ນວ່າຜົນຈະອອກມາເປັນແນວໃດກໍຕາມ ”.

ທ້າຍສຸດນີ້ການທີ່ນ້ອງໄດ້ມາຢືນຢູ່ຈຸດນີ້ນັ້ນມັນບໍ່ແມ່ນພຽງແຕ່ຄວາມສາມາດຂອງນ້ອງພຽງຜູ້ດຽວ ແຕ່ມັນຄືກ້ອນກໍາລັງ, ແຮງຜັກດັນຈາກພໍ່ແມ່, ຄູ – ອາຈານ, ໂຮງຮຽນ ແລະ ໝູ່ເພື່ອນທຸກຄົນທີ່ຄອຍຊ່ວຍເຫຼືອ, ສະໜັບສະໜູນ ແລະ ໃຫ້ກໍາລັງໃຈຕະຫຼອດມາ.